ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ງານລາຕີສະຫຼອງບຸນກຸດຈີນ ປີມະເສັງ 2025 ແບບຄັດຈ້ອນຂອງ CMG ອອກອາກາດ​ຜ່ານ​ທາງສື່ມວນຊົນແຫ່ງຊາດ ເອທີໂອປີ ເປັນຄັ້ງທໍາອິດ

Feb 1, 2025

ໃນຊົ່ວໂມງຄໍາຂອງຕອນຄໍ່າວັນທີ 29 ມັງກອນຜ່ານມາ ຕາມເວລາທ້ອງຖິ່ນ, ງານລາຕີສະຫຼອງບຸນກຸດຈີນ ປີມະເສັງ 2025 ສະບັບພາສາອັງກິດແບບຄັດຈ້ອນຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້​ອອກ​ອາ​ກາດ​ຜ່ານ​ທາງ ໂທລະພາບແຫ່ງຊາດເອທີໂອປີ ເປັນຄັ້ງທໍາອິດ, ພ້ອມທັງໄດ້ອອກອາກາດຄືນອີກໃນວັນທີ 30 ມັງກອນຜ່ານມາ. ງານລາຕີສະຫຼອງບຸນກຸດຈີນ ທີ່ເຕັມໄປດ້ວຍສີສັນຂອງຈີນຄັ້ງນີ້ ໄດ້ຮັບການຍ້ອງຍໍຊົມເຊີຍເປັນ​ຢ່າງ​ສູງຈາກວົງການຕ່າງໆ ຂອງເອ​ທີໂອປີ.
ທ່ານ ອາ​ເບເນ ຫົວໜ້າພະແນກເຄື່ອງໝາຍ​ການຄ້າ ແລະ ການເຜີຍແຜ່ຂ່າວສານສາກົນໂທລະພາບແຫ່ງຊາດເອທີໂອປີ ໄດ້ແຈ້ງໃຫ້ນັກຂ່າວ CMG ​ຮູ້ວ່າ: ງານລາຕີທີ່ມີເນື້ອໃນດີເດັ່ນຄັ້ງນີ້ໄດ້ດຶງດູດສາຍຕາຂອງຜູ້ຊົມເອ​ທີໂອປີຢ່າງຫຼວງຫຼາຍ, ເຂົາເຈົ້າຫວັງວ່າຈະເປີດກວ້າງການໂຄສະນາກ່ຽວກັບກິດຈະກໍາສະຫຼອງບຸນກຸດຈີນ ຕື່ມອີກໃນຕໍ່ໜ້າ ເພື່ອເພີ່ມທະວີການແລກປ່ຽນ ແລະ ການ​ຖອດຖອນບົດຮຽນເຊິ່ງກັນແລະກັນ ທາງດ້ານວັດທະນະທໍາລະຫວ່າງປະຊາຊົນສອງຊາດ.
ທີ່ມາ: CMG