ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ງານລ້ຽງສໍາລັບນັກສຶກສາ ແລະ ອະດີດນັກສຶກສາໃນ “ໂຄງການທຶນການສຶກສາເພື່ອການພັດທະນາຊັບພະຍາກອນມະນຸດ (JDS)” ແລະ “ໂຄງການຜູ້ນຳໜຸ່ມ (YLP)”

Aug 1, 2025

ສະຖານທູດຍີ່ປຸ່ນ ຈັດງານລ້ຽງສໍາລັບນັກສຶກສາ ແລະ ອະດີດນັກສຶກສາໃນ “ໂຄງການທຶນການສຶກສາເພື່ອການພັດທະນາຊັບພະຍາກອນມະນຸດ (JDS)” ແລະ “ໂຄງການຜູ້ນຳໜຸ່ມ (YLP)” ໃນວັນທີ 31 ກໍລະກົດ, ທີ່ເຮືອນພັກທູດຍີ່ປຸ່ນ ນະຄອນຫຼວງວຽງຈັນ ມີ ທ່ານ ໂຄອິຊຶມິ ເອກອັກຄະຣາຊທູດຍີ່ປຸ່ນ ປະຈຳລາວ, ທ່ານ ພຸດ ສິມມາລາວົງ ອະດີດລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ປະທານສະມາຄົມມິດຕະພາບລາວ-ຍີ່ປຸ່ນ, ທ່ານ ບຸນແຝງ ພູມມະໄລສິດ ອະດີດລັດຖະມົນຕີກະຊວງສາທາລະນະສຸກ, ພ້ອມດ້ວຍແຂກຖືກເຊີນ ແລະ ນັກສຶກສາເຂົ້າຮ່ວມ
ງານລ້ຽງດັ່ງກ່າວຈັດຂຶ້ນເພື່ອສະແດງຄວາມຍິນດີ ແລະ ໃຫ້ກໍາລັງໃຈນັກສຶກສາທີ່ກຳລັງຈະເດີນທາງໄປຍີ່ປຸ່ນ ພ້ອມທັງອວຍພອນໃຫ້ພວກເຂົາປະສົບຜົນສຳເລັດໃນການສຶກສາຮ່ຳຮຽນ ແລະ ໜ້າທີ່ວຽກງານ.
May be an image of 1 person May be an image of 1 person, dais and text
ໃນພິທີ ທ່ານ ໂຄອິຊຶມິ ເອກອັກຄະຣາຊທູດຍີ່ປຸ່ນ ປະຈຳລາວ, ໄດ້ກ່າວສະແດງຄວາມຍິນດີຕໍ່ນັກສຶກສາທີ່ກຳລັງຈະເດີນທາງໄປຍີ່ປຸ່ນ ພ້ອມທັງໃຫ້ກຳລັງໃຈນັກສຶກສາທຸກຄົນໃຫ້ນຳໃຊ້ໂອກາດອັນດີນີ້ເຂົ້າໃນການພັດທະນາຄວາມສາມາດ ຜ່ານການຮຽນຮູ້ຈາກສິ່ງແວດລ້ອມໃໝ່ໆ.
ໂອກາດນີ້ ທ່ານ ວິລາວົງ ຍຸບົນພາກ ພະນັກງານສັງກັດສະພາແຫ່ງຊາດ ເຊິ່ງຈະໄປສຶກສາທີ່ມະຫາວິທະຍາໄລໂດຊິຊະ (Doshisha University) ແລະ ທ່ານນາງ ດາລິວັນ ວົງພະຈັນ, ພະນັກງານສັງກັດກະຊວງສາທາລະນະສຸກ ເຊິ່ງຈະໄປສຶກສາທີ່ມະຫາວິທະຍາໄລນາໂກຢາ (Nagoya University) ໄດ້ຕາງໜ້າໃຫ້ນັກສຶກສາກ່າວຂອບໃຈຕໍ່ລັດຖະບານຍີ່ປຸ່ນ ແລະ ໃຫ້ຄໍາໝັ້ນສັນຍາວ່າຈະບຸກບືນເອົາໃຈໃສ່ເພື່ອໃຫ້ການສຶກສາຮ່ຳຮຽນປະສົບຜົນສຳເລັດ.
ໂຄງການ JDS ເປັນໂຄງການທີ່ສະໜອງທຶນການສຶກສາເປັນເວລາ 2 ປີ ສໍາລັບລະດັບປະລິນຍາໂທ ແລະ 3 ປີ ສຳລັບປະລິນຍາເອກໃຫ້ແກ່ລັດຖະກອນລາວ ທີ່ມີສ່ວນຮ່ວມໃນການພັດທະນາເສດຖະກິດ-ສັງຄົມ ເພື່ອສຶກສາຕໍ່ທີ່ປະເທດຍີ່ປຸ່ນ. ນັບແຕ່ເລີ່ມຕົ້ນໂຄງການໃນປີ 1999, ມີລັດຖະກອນລາວທີ່ໄດ້ຮັບທຶນການສຶກສານີ້ ຈຳນວນທັງໝົດຫຼາຍກວ່າ 500 ຄົນ.
May be an image of 5 people, crowd and wedding May be an image of 7 people and text
 ສ່ວນໂຄງການ YLP ມີເປົ້າໝາຍໃນການສົ່ງເສີມລັດຖະກອນໜຸ່ມໃຫ້ກາຍເປັນຜູ້ນໍາຂອງປະເທດໃນອະນາຄົດ. ນັບແຕ່ປີ 2001 ທີ່ເລີ່ມຕົ້ນໂຄງການ, ມີລັດຖະກອນລາວປະມານ 70 ຄົນທີ່ໄດ້ຮັບການສະໜັບສະໜູນຈາກໂຄງການດັ່ງກ່າວ ເຊິ່ງເປັນໂຄງການທີ່ສະໜອງທຶນການສຶກສາເປັນເວລາ 1 ປີ ເພື່ອສຶກສາລະດັບປະລິນຍາໂທໃນ 1 ຈາກ 5 ສາຂາວິຊາຄື: ນະໂຍບາຍພາກລັດ, ນະໂຍບາຍພາກລັດປະຈຳທ້ອງຖິ່ນ, ບໍລິຫານທຸລະກິດ, ກົດໝາຍ ແລະ ບໍລິຫານສາທາລະນະສຸກ. ຊຶ່ງນັກສຶກສາທີ່ຈະໄປຮຽນຕໍ່ປະເທດຍີ່ປຸ່ນໃນຄັ້ງນີ້ມີທັງໜົດ 22 ຄົນ