ງານວາງສະແດງການສຶກສາ ຈີນ-ອາຊຽນ ຄັ້ງທີ III ຈັດຂຶ້ນທີ່ສະຖາບັນຂົງຈື ມຊ
ງານວາງສະແດງການສຶກສາຈີນ-ອາຊຽນຄັ້ງທີ III ປະຈໍາປີ 2024 ຈັດຂຶ້ນໃນວັນທີ 7 ທັນວາ 2024 ທີ່ສະຖາບັນຂົງຈື, ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສໍາລານ ພັນຄະວົງ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ).

ທ່ານ ສິນທະວອນ ດາລາວົງ ຮອງອະທິການບໍດີ ມຊ ກ່າວວ່າ: ງານວາງສະແດງ ຄັ້ງນີ້ ເປັນການເປີດໂອກາດໃຫ້ນັກສຶກສາໄດ້ມີໂອກາດເຂົ້າໃຈສະພາບການສຶກສາຂອງ ສປ ຈີນ ທັງເປັນການຊອກໂອກາດໄປຮຽນຕໍ່ພາຍຫຼັງຮຽນຈົບການສຶກສາຂອງຕົນ, ມຊ ໄດ້ເຊັນສັນຍາກັບສະຖາບັນການສຶກສາຊັ້ນສູງຂອງ ສປ ຈີນ ຈຳນວນ 76 ແຫ່ງ, ພວກເຮົາໄດ້ມີການແລກປ່ຽນຮ່ວມມືລະຫວ່າງນັກຮຽນ-ນັກສຶກສາ, ແລກ ປ່ຽນຄູ-ອາຈານ, ເຮັດການຄົ້ນຄວ້າຮ່ວມກັນ ແລະ ເປີດກອງປະຊຸມສຳມະນາວິທະຍາສາດລະດັບສາກົນຮ່ວມກັນຫຼາຍຄັ້ງ, ຫວັງວ່າຜ່ານງານວາງສະແດງການສຶກສາຄັ້ງນີ້ຈະເຮັດໃຫ້ ມຊ ແລະ ສະຖາບັນການສຶກສາຊັ້ນສູງທີ່ມາວາງສະແດງໃນຄັ້ງນີ້ ຈະໄດ້ມີໂອກາດຮ່ວມມືກັນໃນຂົງເຂດການແລກປ່ຽນການສຶກສາ, ການຄົ້ນຄວ້າວິທະຍາສາດຕ່າງໆຮ່ວມກັນໃນອະນາຄົດ.
ຫລັງຈາກນັ້ນ ທ່ານ ເສີນສີ ຮອງຫົວໜ້າຫ້ອງການພົວພັນຕ່າງປະເທດສຶກສາແຂວງກວາງຕຸ້ງ ໄດ້ຂຶ້ນແນະນຳການສຶກສາຢູ່ແຂວງດັ່ງກ່າວ.
ຂ່າວ: ພູວັນ+ບຸນອູ້ມ




