ຜູ້ປະກອບການທຸລະກິດຮ້ານອາຫານ, ໂຮງແຮມ ແລະ ທຸລະກິດທ່ອງທ່ຽວ ມີຄວາມພູມໃຈທີ່ໄດ້ມີສ່ວນຮ່ວມນໍາ ເໜີອາຫານທີ່ເປັນເອກະລັກຂອງລາວ, ສະຖານທີ່ທ່ອງທ່ຽວທີ່ສໍາຄັນຂອງລາວ, ວັດທະນະທໍາທີ່ໂດດເດັ່ນຂອງແຂວງຫລວງພະບາງໃຫ້ແກ່ບັນດາຜູ້ແທນຈາກປະເທດອະນຸພາກພື້ນແມ່ນໍ້າຂອງ ທີ່ເຂົ້າຮ່ວມງານມະຫະກຳການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ 2025 ທີ່ລາວໄດ້ຮັບກຽດເປັນເຈົ້າພາບຈັດຂຶ້ນທີ່ແຂວງຫລວງພະບາງ.
ທ່ານ ນາງ ອານຸລັກ ບຸນຍາສິດ ຮອງຜູ້ຈັດການຮ້ານອາຫານຈັງກາລາຢູ່ແຂວງ ຫລວງພະບາງ ຊື່ງເປັນໜຶ່ງໃນຈໍານວນ 17 ຜູ້ປະກອບການທ່ອງທ່ຽວທີ່ຮ່ວມວາງສະແດງໃນຄັ້ງນີ້ໃຫ້ສໍາພາດວ່າ: ຈຸດເດັ່ນທີ່ຢາກນໍາສະເໜີໃຫ້ແຂກຕ່າງປະເທດໄດ້ເຫັນແມ່ນເອກະລັກຄວາມເປັນລາວ ເປັນຕົ້ນເຄື່ອງນຸ່ງຫົ່ມຂອງຊົນເຜົ່າ, ອາຫານລາວ ທີ່ຕິດພັນກັບທໍາມະຊາດທີ່ມີຈຸດພິເສດໂດດເດັ່ນໃນແຕ່ລະລະດູການທີ່ບໍ່ສາມາດຫາຊີມໄດ້ເຂດອື່ນ.
ສ່ວນທ່ານ ນາງ ວຽງວິໄລ ພິມມະສອນ ຜູ້ອຳນວຍການບໍລິສັດປະຕິຮູບ ຊື່ງເປັນບໍລິສັດນໍາເອົາຂີ້ເຫຍື້ອມາແປຮູບເປັນຜະລິດພັນຕ່າງໆທີ່ມີຄຸນປະໂຫຍດ ແລະສາມາດນໍາໃຊ້ໄດ້ ໃຫ້ສໍາພາດວ່າ: ການເຂົ້າຮ່ວມກິດຈະກຳຄັ້ງນີ້ມີຄວາມສໍາຄັນຫລາຍ ເພື່ອເຜີຍແຜ່ໃຫ້ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມເຫັນໄດ້ຜະລິດຕະພັນທີ່ເຮັດຈາກຂີ້ເຫຍື້ອພາສຕິກ ແລະ ສິ່ງເສດເຫລືອຕ່າງໆ ເປັນຕົ້ນເຄື່ອງເອ້ພາຍໃນເຮືອນ, ໂຕະຕັ່ງ, ແຜ່ນຝາເຮືອນ, ເຄື່ອງຫລີ້ນເດັກນ້ອຍ ລວມທັງເຄື່ອງໃຊ້ສອຍພາຍໃນເຮືອນ ຊື່ງເຫັນວ່າໄດ້ຮັບຜົນຕອບຮັບຈາກສັງຄົມເປັນຢ່າງດີ ເນື່ອງຈາກຊ່ວຍຫລຸດຜ່ອນບັນຫາຂີ້ເຫຍື້ອໄດ້ເປັນຢ່າງດີ.
ງານວາງສະແດງຜະລິດຕະພັນການທ່ອງທ່ຽວ 6 ປະເທດລຸ່ມແມ່ນໍ້າຂອງ ຫລື GMS ປະກອບມີ ລາວ, ຫວຽດນາມ, ກຳປູເຈຍ, ຈີນ, ໄທ ແລະ ມຽນມາ ເປັນໜຶ່ງໃນກິດຈະກໍາທີ່ຈັດຂຶ້ນໃນໂອກາດງານມະຫະກໍາການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ປະຈໍາປີ 2025 ພາຍໃຕ້ຫົວຂໍ້: ເດີນທາງຮ່ວມກັນ ເຂັ້ມແຂງຂຶ້ນພ້ອມກັນ ລະຫວ່າງວັນທີ 24-27 ມິຖຸນານີ້ ທີ່ແຂວງຫລວງພະບາງ ເພື່ອໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວໃນພາກພື້ນແມ່ນໍ້າ.












