ພິທີເປີດງານວາງສະແດງຜ້າແພພື້ນເມືອງລາວ ຈັດຂຶ້ນໃນວັນທີ 23/10/2024 ທີ່ຕຳນັກ ລາວຜ້າໃໝບູຮານ ບ້ານຊຽງຍືນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ປ້ານາລີ ສີສຸລິດ ພັນລະຍາປະທານປະເທດ ຄະນະທີ່ປືກສາ ສະມາຄົມຫັດຖະກຳລາວ ບັນດາຄອບຄົວການນຳ ຫົວໜ້າກົມຮອງກົມ ເອກອັກຄະລັດຖະທູດ ທຸຕານຸທູດແລະຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳລາວເຂົ້າຮ່ວມ
ທ່ານ ນາງສຸປະຕາ ປະເສີດ ປະທານສະມາຄົມຫັດຖະກໍາລາວກ່າວວ່າ ສຳລັບງານວາງສະແດງຜ້າແພພື້ນເມືອງລາວ ຈຸດປະສົງເພື່ອສ່ອງແສງເຖິງຄວາມຫຼາກຫຼາຍ ທາງດ້ານວັດທະນະທໍາຂອງບັນດາເຜົ່າໃນປະເທດລາວ ພ້ອມທັງຍົກໃຫ້ເຫັນຄຸນຄ່າອັນໂດດເດັ່ນໃນແຕ່ລະດ້ານ ເປັນຕົ້ນແມ່ນ: ຄຸນຄ່າແຫ່ງການປົກປັກຮັກສາ ແລະການສືບທອດສີມືຫັດຖະກໍາພື້ນເມືອງລາວ; ຄຸນຄ່າສິລະປະຫັດຖະກໍາ; ການສັນລະເສີນມູນມໍຣະດົກ; ຄຸນຄ່າແຫ່ງການຄົ້ນຄິດປະດິດສ້າງ; ແລະ ຄຸນຄ່າຫັດຖະກໍາລາວຢູ່ເວທີສາກົນ. ຜ້າແພທີ່ຄັດເລືອກມາວາງສະແດງໃນຄັ້ງນີ້ ແມ່ນໄດ້ຄັດເລືອກເອົາຜ້າແພທີ່ມີເອກະລັກ ມີຄວາມໂດດເດັ່ນ ແລະ ມີຄວາມຫຼາກຫຼາຍ ປະກອບດ້ວຍ: ຊຸດແຕ່ງກາຍທີ່ເປັນຕົວແທນໃຫ້ແກ່ ຊົນເຜົ່າໝວດພາສາລາວ-ໄຕ, ຊົນເຜົ່າໝວດພາສາມອນ-ຂະແມ, ຊົນເຜົ່າໝວດພາສາຈີນ-ຕີເບດ, ຊົນເຜົ່າໝວດພາສາມົ້ງ-ອິວມຽນ, ຊຸດແຕ່ງກາຍໝໍມົນ-ໝໍເຢົາ, ຜ້າໃຊ້ໃນພິທີກໍາຕ່າງໆ; ແລະ ຜ້າປະເພດຕົກແຕ່ງບ້ານ.
ທ່ານ ນາງສຸປະຕາ ປະເສີດ ໃຫ້ຮູ້ຕື່ມວ່າ ຜ້າແພພື້ນເມືອງທີ່ນໍາມາວາງສະແດງໃນຄັ້ງນີ້ທາງສະມາຄົມຫັດຖະກໍາລາວໄດ້ຂົນຂວາຍ ແລະປຸກລະດົມບັນດານັກສະສົມຜູ້ທີ່ມີຄວາມສະໝັກໃຈໃຫ້ຢືມຜ້າແພ ເພື່ອເອົາມາວາງສະແດງໃນຄັ້ງນີ້ ເຊິ່ງເປັນຄັ້ງປະຫວັດສາດ ແລະ ຈັດຢູ່ໃນລະດັບຊາດ ຢູ່ທີ່ “ຕໍານັກຜ້າລາວໄໝລາວບູຮານ” ແຫ່ງນີ້. ບັນດາຜ້າແພພື້ນເມືອງທີ່ໄດ້ຢືມມາຈາກນັກສະສົມ ມີອາຍຸ 70 ປີຂຶ້ນໄປ, ບາງຜືນ ມີອາຍຸ ເກືອບ 300 ປີ, ຜ້າແພທັງໝົດມີຈໍານວນ 100 ກວ່າຜືນ. ຜ້າແພແຕ່ລະຜືນ ມີຄວາມໂດດເດັ່ນ ແລະ ເປັນເອກະລັກ ທາງດ້ານສີສັນ ແລະລວດລາຍດອກດວງ ທີ່ສ່ອງແສງເຖິງຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງບັນດາເຜົ່າໃນປະເທດລາວ ແລະ ຄວາມຮັ່ງມີດ້ານຊັບສິນທາງປັນຍາຂອງຄົນລາວໃນເມື່ອກ່ອນ. ແລະ ນອກຈາກການວາງສະແດງຜ້າແພພື້ນເມືອງແລ້ວ ຍັງມີກິດຈະກໍາຫຼາກຫຼາຍກິດຈະກໍາ ໄດ້ແກ່: ການສາທິດຕໍ່າຫູກດ້ວຍກີ່ຕັ້ງ ກີ່ ແລະ ການຕໍ່າຜ້າພົມ, ການສາວໄໝ, ການເຂັນຝ້າຍ, ການເລັ່ນຝ້າຍ-ເລັ່ນໄໝ, ການຊົມຄຣິບວີດີໂອກ່ຽວກັນວິຖີຊີວິດຂອງຊາວຊ່າງຕໍ່າຫູກ, ນໍາສະເໜີສິລະປະຫັດຖະກໍາລາວແບບປະຍຸກ ມີທັງຈັດວາງສະແດງ ແລະຈໍາໜ່າຍ ລວມທັງຮ້ານກາເຟ ຄອຍບໍລິການແຂກທີ່ມາຢ້ຽມຊົມ “ຕໍານັກຜ້າລາວໄໝລາວບູຮານ” ແຫ່ງນີ້.







