ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ງານວາງສະແດງສິນຄ້າກະສິກຳ ປະຈຳປີ 2024 ຈະເປີດຂຶ້ນໄວໆນີ້

Dec 11, 2024

ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສີກໍາ ແລະ ປ່າໄມ້ ໄດ້ຖະແຫຼງຕໍ່ສື່ມວນຊົນໃນວັນທີ 10 ທັນວາ 2024 ວ່າ: ຂ້າພະເຈົ້າ ໃນນາມຕາງໜ້າໃຫ້ຄະນະຮັບຜິດຊອບຈັດງານວາງສະແດງສິນຄ້າກະສິກຳ ປະຈໍາປີ 2024 (AgriExpo Laos2024) ກໍຄືຕາງໜ້າ ກະຊວງກະສິກໍາ ແລະ ປ່າໄມ້ ມີຄວາມຮູ້ສຶກພາກພູມໃຈ ແລະ ເປັນກຽດຢ່າງສູງ ຂໍແຈ້ງມາຍັງ ພະນັກງານ, ທະຫານ, ຕຳຫຼວດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ, ພໍ່ແມ່ປະຊາຊົນບັນດາເຜົ່າໃນນະຄອນຫຼວງວຽງຈັນ ກໍຄືໃນຂອບເຂດທົ່ວປະເທດ ຕະຫຼອດຮອດແຂກຕ່າງປະເທດ ຮັບຊາບກ່ຽວກັບການຈັດງານວາງສະແດງສິນຄ້າກະສິກຳ ປະຈໍາປີ 2024 (AgriExpo Laos2024) ດັ່ງນີ້:
ການຈັດງານວາງສະແດງສິນຄ້າກະສິກຳປີ 2024 ຫຼື Lao Agri Expo 2024 ແມ່ນເປັນໂອກາດທີ່ສຳຄັນຢ່າງຍິ່ງ ສໍາລັບການຍົກລະດັບວຽກງານການຜະລິດກະສິກຳ ໃນປະເທດລາວ ຊຶ່ງກະຊວງກະສິກໍາ ແລະ ປ່າໄມ້ ມີໜ້າທີ່ໃນການຄຸ້ມຄອງມະຫາພາກກ່ຽວກັບວຽກງານກະສິກຳ, ປ່າໄມ້, ການປຸງແຕ່ງກະສິກຳຂັ້ນຕົ້ນ, ຄົ້ນຄວ້າວິທະຍາສາດເຕັກນິກ, ຊີວະເຕັກໂນໂລຊີ ແລະ ລະບົບນິເວດກະສິກຳ ແລະປ່າໄມ້ ແລະ ເປັນໃຈກາງໃນການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດໃນຂອບເຂດທົ່ວປະເທດ ໂດຍສະເພາະແມ່ນການຊຸກຍູ້ສົ່ງເສີມ, ຕິດຕາມກວດກາ ແລະ ພັດທະນາວຽກງານການຜະລິດກະສິກໍາ ໃຫ້ກາຍເປັນກະສິກຳອຸດສາຫະກຳ ໂດຍນຳໃຊ້ ເຕັກນິກ-ເຕັກໂນໂລຊີທີ່ທັນສະໄໝ ແລະ ກ້າວໜ້າຕິດພັນກັບການຜະລິດກະສິກຳແບບຄົບວົງຈອນ ແລະ ຍືນຍົງເພື່ອຄ້ຳປະກັນສະບຽງອາຫານ ແລະ ເປັນສິນຄ້າສົ່ງອອກສູ່ຕະຫຼາດພາກພື້ນ ແລະ ສາກົນໃຫ້ນັບມື້ນັບສູງຂຶ້ນ.
ຈຸດປະສົງຂອງງານວາງສະແດງສິນຄ້າກະສິກຳປີ 2024 ນີ້ ແມ່ນເພື່ອເປັນການໂຄສະນາເຜີຍແຜ່ບັນດາຜົນຜະລິດກະສິກຳ, ກົນຈັກ, ເຄື່ອງມື ແລະ ນະວັດຕະກຳ, ເຕັກນິກ-ເຕັກໂນໂລຊີດ້ານການຜະລິດກະສິກໍາທີ່ທັນສະໄໝ; ສົ່ງເສີມການແບ່ງປັນຄວາມຮູ້ ແລະ ການສ້າງຄວາມອາດສາມາດ ໃນຂົງເຂດການຜະລິດກະສິກຳ-ປ່າໄມ້; ຍົກສູງຄວາມຮັບຮູ້ກ່ຽວກັບຄວາມປອດໄພ ແລະ ການຄ້ຳປະກັນ ດ້ານສະບຽງອາຫານ ແລະ ໂພຊະນາການ ຕິດພັນກັບການປັບຕົວເຂົ້າກັບການປ່ຽນແປງຂອງສະພາບດິນຟ້າອາກາດ; ແລະ ຍົກສູງການພົວພັນລະຫວ່າງພາກລັດ ແລະ ເອກະຊົນ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ, ອົງການຈັດຕັ້ງທາງສັງຄົມ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ.
ເພື່ອເຮັດໃຫ້ການຈັດງານວາງສະແດງສິນຄ້າກະສິກຳ ປະຈໍາປີ 2024 (AgriExpo Laos2024)ໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມໝາຍ ຄວາມສໍາຄັນ, ກະຊວງກະສິກໍາ ແລະ ປ່າໄມ້ ຈຶ່ງໄດ້ເປັນໃຈກາງປະສານສົມທົບ ກັບທຸກພາກສ່ວນທີ່ກ່ຽວຂ້ອງ ຂອງພາກລັດ ແລະ ເອກະຊົນ ເປັນຕົ້ນແມ່ນອົງການອາຫານ ແລະ ການກະເສດ, ສະມາຄົມນັກທຸລະກິດກະສິກໍາລາວ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ໃນການຫ້າງຫາກະກຽມຈັດງານດັ່ງກ່າວນັບແຕ່ເດືອນກັນຍາ ປີ 2024 ເປັນຕົ້ນມາ.
ງານວາງສະແດງສິນຄ້າກະສິກຳລາວ ປີ 2024 ຫຼື Lao Agri Expo 2024 ນີ້ມີຄວາມສໍາຄັນຢ່າງຍິ່ງ ເພາະຈະໄດ້ລວບລວມເອົາບັນດາຜູ້ປະກອບການກະສິກໍາ, ຜູ້ໃຫ້ທຶນ, ນັກທຸລະກິດກະສິກໍາທັງພາຍໃນ ແລະ ຕ່າງປະເທດ ແລະ ຊາວກະສິກອນຂອງລາວເພື່ອເປັນແຮງກະຕຸ້ນສໍາຄັນທີ່ຈະນໍາພາການຜະລິດກະສິກໍາຂອງ ສປປ ລາວ ເຮົາກ້າວໄປສູ່ການກະສິກຳອຸດສາຫະກຳ ແລະ ຄວາມຍືນຍົງໃນອະນາຄົດ. ສຳລັບກິດຈະກໍາພົ້ນເດັ່ນໃນງານ Lao Agri Expo 2024 ນີ້ຈະມີການສະແດງຜົນງານການຜະລິດກະສິກຳແບບຍືນຍົງ, ການສຶກສາເຕັກໂນໂລຊີທີ່ທັນສະໄໝໃນການກະສິກຳ, ການວາງສະແດງອຸປະກອນ ແລະ ສິນຄ້າກະສິກຳ, ການສຳມະນາ ແລະ ກອງປະຊຸມຕ່າງໆ.
ສໍາລັບການສຳມະນາ ແລະ ກອງປະຊຸມແມ່ນຈະມີຜູ້ຊ່ຽວຊານນຳສະເໜີໃນຫົວຂໍ້ຕ່າງໆເຊັ່ນ: ເຕັກນິກການຜະລິດກະສິກຳ, ການປັບຕົວຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດ, ການຄຸ້ມຄອງນໍ້າ, ການເງິນກະສິກໍາ ແລະ ການເຂົ້າເຖິງຕະຫຼາດ ແລະ ກອງປະຊຸມເຄືອຂ່າຍ ເພື່ອເປັນໂອກາດສໍາລັບຜູ້ເຂົ້າຮ່ວມໃນການສ້າງຄວາມສໍາພັນກັບນັກລົງທຶນ, ນັກທຸລະກິດກະສິກໍາ ແລະ ພາກລັດເພື່ອເສີມຂະຫຍາຍການຮ່ວມມື ແລະ ການລົງທຶນ.
ໃນນາມຕາງໜ້າໃຫ້ຄະນະຮັບຜິດຊອບຈັດງານ ກໍຄືຕາງໜ້າ ກະຊວງ ກະສິກໍາ ແລະ ປ່າໄມ້ ຂໍເຊີນຊວນບັນດາທ່ານ, ພະນັກງານ, ທະຫານ, ຕຳຫຼວດ ນັກທຸລະກິດ, ພໍ່ຄ້າຊາວຂາຍ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ແລະ ແຂກຕ່າງປະເທດເຂົ້າຮ່ວມ ແລະ ທ່ຽວຊົມ ງານວາງສະແດງສິນຄ້າກະສິກຳ ປີ 2024 ໃນຄັ້ງນີ້ ຊຶ່ງຈະໄດ້ຈັດຂຶ້ນທີ່ສູນການຄ້າລາວໄອເຕັກ ນະຄອນຫຼວງວຽງຈັນ ໃນລະຫວ່າງ ວັນທີ 16-20 ທັນວາ 2024 ນີ້.
ຂ່າວ-ພາບ: ພູວຽງຄຳ
May be an image of 1 person and text