ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 7 ຈະຈັດຂຶ້ນຢູ່ນະຄອນຊຽງໄຮ້ລະຫວ່າງວັນທີ 5-10 ພະຈິກໜ້ານີ້ ເພື່ອສະ ໜັບສະໜູນໃຫ້ການຈັດງານວາງສະແດງສິນຄ້ານຳເຂົ້າສາກົນຈີນນັບມື້ນັບດີຂຶ້ນ.
ອົງການພາສີຈີນ ໄດ້ວາງນະໂຍບາຍການອະນຸຍາດເປັນພິເສດໃນປີກາຍນີ້ວ່າ: ພາຍໃຕ້ເງື່ອນໄຂເບື້ອງຕົ້ນທີ່ໄດ້ຮັບການປະເມີນຜົນແລະຢືນຢັນວ່າສາມາດຄວບຄຸມຄວາມສ່ຽງໄດ້, ຈະອະນຸຍາດໃຫ້ຜະລິດຕະພັນແລະອາຫານປະເພດສັດແລະພືດທີ່ບໍ່ໄດ້ຮັບການກັກກັນພະຍາດຈາກປະເທດແລະເຂດແຄ້ວນທີ່ບໍ່ມີການແພ່ລະບາດຂອງເຊື້ອພະຍາດສັດແລະພືດເຂົ້າຮ່ວມວາງສະແດງ ໂດຍຜ່ານການອຸຍາດເປັນພິເສດ.
ທ່ານ ນາງຊຸ່ຍຈິ່ນລູ້, ຫົວໜ້າຫ້ອງການກັກກັນພະຍາດສັດແລະພືດຂອງດ່ານພາສີຊຽງໄຮ້ຢືນຢັນວ່າ: ແຕ່ກ່ອນການອະນຸ ຍາດເປັນພິເສດດັ່ງກ່າວຕ້ອງຜ່ານການອະນຸຍາດຈາກອົງການພາ ສີຈີນ, ປີນີ້ອົງການພາສີຈີນໄດ້ມອບສິດໃຫ້ດ່ານພາສີຊຽງໄຮ້ດຳ ເນີນຂັ້ນຕອນນີ້ ເຊິ່ງຈະຫຼຸດຜ່ອນຂັ້ນຕອນການອະນຸຍາດ ແລະ ຍົກສູງປະສິດທິພາບຂອງການອະນຸຍາດຕື່ມອີກ.
ທີ່ມາ: CMG FM93




