ງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ຄັ້ງທີ 8 ຊຶ່ງເປັນເວທີສາກົນທີ່ສົ່ງເສີມການຮ່ວມມືດ້ານການຄ້າລະຫວ່າງຈີນກັບຕະຫຼາດໂລກ ຈັດຂຶ້ນຢູ່ນະຄອນຊຽງໄຮ້ຂອງຈີນ ລະຫວ່າງວັນທີ 5-10 ພະຈິກ 2025 ຊຶ່ງປີນີ້ແມ່ນປີໜຶ່ງທີ່ເປັນຂໍກຸນແຈສໍາຄັນ ເພາະເປັນປີຈະສຳເລັດການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 14 ແລະ ກຽມກ້າວເຂົ້າສູ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15 ຂອງຈີນ ເພື່ອແນໃສ່ພັດທະນາປະເທດຈີນໃຫ້ນັບມື້ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງຕາມທິດສັງຄົມນິຍົມທັນສະໄໝທີ່ມີສີສັນພິເສດຂອງຈີນ ກໍຄື ບັນລຸເປົ້າໝາຍສູ້ຊົນ “100 ປີ ປະການທີ 2” ແລະ ຄວາມມຸ່ງຫວັງໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ.

ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງນີ້ ໄດ້ຮັບໝາກຜົນອັນອຸດົມສົມບູນ ໂດຍມີເຖິງ 155 ປະເທດ, ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ, ມີວິສາຫະກິດຕ່າງປະເທດ 4.108 ແຫ່ງເຂົ້າຮ່ວມວາງສະແດງ, ມີເນື້ອທີ່ວາງສະແດງຫຼາຍກວ່າ 430.000 ຕາແມັດ ຊຶ່ງໄດ້ສ້າງສະຖິຕິໃໝ່ອີກຄັ້ງໜຶ່ງ. ໃນໄລຍະຈັດງານ, ໄດ້ຈັດກິດຈະກຳຍ່ອຍຕ່າງໆ 100 ກວ່າຄັ້ງ, ສ່ວນຜະລິດຕະພັນໃໝ່, ເຕັກໂນໂລຊີໃໝ່ ແລະ ການບໍລິການໃໝ່ໄດ້ນໍາມາວາງສະແດງຄັ້ງທໍາອິດເຖິງ 461 ລາຍການ, ໃນນັ້ນ, ມີ 201 ລາຍການແມ່ນນຳສະເໜີເປັນຄັ້ງທຳອິດຢູ່ໃນໂລກ, ການແລກປ່ຽນການຮ່ວມມືລະຫວ່າງວິສາຫະກິດ ແລະ ລູກຄ້າມີປະສິດທິພາບສູງ ເຮັດໃຫ້ມີການເຊັນສັນຍາຮ່ວມມືຈຳນວນຫຼວງຫຼາຍ. ພ້ອມນັ້ນ, ຍັງໄດ້ຈັດໃຫ້ເຂດວາງສະແດງສໍາຫຼັບປະເທດດ້ອຍພັດທະນາ ແລະ ເຂດບໍລິການການຄ້າເອເລັກໂຕຣນິກຂ້າມຊາດເປັນຄັ້ງທໍາອິດ. ທັງໝົດນີ້ໄດ້ເຮັດໃຫ້ຄວາມຕ້ອງການຂອງຈີນ ກັບຄວາມຄາດຫວັງຂອງໂລກເປັນໄປໃນຈັງຫວະດຽວກັນ.
ສໍາລັບປະເທດລາວ, ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາ ຫະກຳ ແລະ ການຄ້າ, ພ້ອມດ້ວຍຄະນະ ແລະ ຫົວໜ່ວຍທຸລະກິດຂອງລາວ ໄດ້ເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ຄັ້ງທີ 8 ຊຶ່ງມີ 1 ຫ້ອງວາງສະແດງແຫ່ງຊາດ ແລະ 11 ບໍລິສັດ ເລວມມີສິນຄ້າກະສິກໍາແປຮູບ, ເຟີນິເຈີ່ ແລະອື່ນໆ.

ທ່ານ ຈັນຕຸພົນ ນາຄະວິດ, ຮອງຫົວໜ້າກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ຮູ້ວ່າ: ຜ່ານການເຂົ້າຮ່ວມງານວາງສະແດງສິນຄ້າທີ່ນະຄອນຊຽງໄຮ້ຂອງລາວຄັ້ງນີ້ ໄດ້ຮັບຜົນສໍາເລັດສົມຄວນ ເພາະໄດ້ຈັດການພົບປະແລກປ່ຽນຂອງການນຳສອງປະເທດລາວ-ຈີນ, ພ້ອມທັງໄດ້ເຂົ້າຮ່ວມພິທີເປີດງານ ແລະ ກອງປະຊຸມທີ່ປິ່ນອ້ອມຕ່າງໆ ເພື່ອສືບຕໍ່ຜັນຂະຫຍາຍແນວທາງນະໂຍບາຍດ້ານການຂະຫຍາຍຕະຫຼາດ ແລະ ການຮ່ວມມືຂອງສອງຝ່າຍໃຫ້ນັບມື້ຫຼາຍຂື້ນ. ສຳຫຼັບພາກທຸລະກິດຂອງລາວທີ່ເຂົ້າຮ່ວມ ແມ່ນມີທ່າອ່ຽງເພີ່ມຂື້ນ ນອກຈາກເຈົ້າພາບໃຫ້ສິດທິພິເສດແກ່ 4 ບໍລິສັດທີ່ເຂົ້າຮ່ວມແລ້ວ, ຍັງມີ 7 ບໍລິສັດທີ່ສົນໃຈສະໝັກເຂົ້າຮ່ວມງານຜ່ານຊ່ອງທາງຕ່າງໆ ເພື່ອຂະຫຍາຍຕະຫຼາດຈຳໜ່າຍສິນຄ້າເຂົ້າສູ່ຕະຫຼາດຈີນ ເພາະງານດັ່ງກ່າວຖືເປັນໂອກາດດີສໍາລັບການພົບປະລະຫວ່າງທຸລະກິດກັບທຸລະກິດ, ລະຫວ່າງຜູ້ຜະລິດ, ຜູ້ຂົນສົ່ງ, ຜູ້ຈຳໜ່າຍ ແລະ ຜູ້ໂຄສະນາສິນຄ້າຜ່ານຊ່ອງທາງຕ່າງໆ ຊຶ່ງເປັນໂອກາດໃຫ້ມີການຂະຫຍາຍສິນຄ້າອອກສູ່ຕະຫລາດຈີນໄດ້ຫຼາຍຍິ່ງຂຶ້ນ.

ງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ມີຄວາມໝາຍສຳຄັນເປັນຢ່າງຍິ່ງສຳຫຼັບການກຳນົດວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດຂອງຈີນ ຕິດພັນກັບການສົ່ງເສີມການຄ້າ, ການຮ່ວມມື ແລະ ການດຳເນີນທຸລະກິດກັບຕ່າງປະເທດ ຕາມນະໂຍບາຍ “ໜຶ່ງແລວທາງໜຶ່ງເສັ້ນທາງ” ເພື່ອເປີດຕະຫຼາດພາຍໃນປະເທດຮັບເອົາສິນຄ້າທີ່ມີຄຸນນະພາບ ແລະ ໄດ້ມາດຕະຖານເຂົ້າສູ່ປະເທດຈີນ ທີ່ໄດ້ປັບປຸງດ້ານປະລິມານ ແລະ ຄຸນນະພາບໃຫ້ນັບມື້ສູງຍິ່ງຂຶ້ນ ໂດຍສະເພາະສິນຄ້າທີ່ເປັນນະວັດຕະກຳທັນສະ ໄໝ ກໍຄື ການປະດິດສ້າງໃໝ່, ຫຸ່ນຍົນປະດິດ ແລະ ສິນຄ້າອຸປະໂພກ-ບໍລິໂພກທີ່ເປັນມິດຕໍ່ສິ່ງແວດລ້ອມ ທັງຮັບປະກັນດ້ານສຸຂະອານາໄມ ເພື່ອປົກປ້ອງຜູ້ຊົມໃຊ້ພາຍໃນປະເທດ, ພ້ອມທັງຊ່ວຍໃຫ້ຜູ້ຊົມໃຊ້ໄດ້ເຂົ້າເຖິງຕະຫຼາດທີ່ມີຄຸນນະພາບຫຼາຍຂື້ນ ເພື່ອສົ່ງເສີມໃຫ້ສິນຄ້າພາຍໃນໄດ້ຮັບການແຂ່ງຂັນ ແລະ ມີການຍົກລະດັບສູງຂຶ້ນ.
ຮອງຫົວໜ້າກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ ກ່າວວ່າ: ສຳຫຼັບປະເທດລາວ ແມ່ນເຫັນໄດ້ຄວາມສຳຄັນຂອງງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ຊຶ່ງຕິດພັນກັບແນວທາງນະໂຍບາຍຂອງລັດຖະບານ ເພື່ອສົ່ງເສີມພາກເອກະຊົນສາມາດຊອກຫາຕະຫຼາດຈຳໜ່າຍສິນຄ້າຢູ່ພາຍໃນ ແລະ ຕ່າງປະເທດໃຫ້ນັບມື້ຫຼາຍຍິ່ງຂື້ນ. ສະນັ້ນ, ຈຶ່ງສົ່ງເສີມໃຫ້ພາກທຸລະກິດລາວເຂົ້າຮ່ວມງານດັ່ງກ່າວທຸກປີ.

ໂດຍ: BT, ວສລ


