ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ງານວາງສະແດງສິນຄ້າບໍລິໂພກສາກົນຈີນ ຄັ້ງທີ 5 ຈະຈັດຂຶ້ນຢູ່ແຂວງໄຫຫຼໍາຈີນ ໃນລະຫວ່າງວັນທີ 13-18 ເມສາໜ້ານີ້

Mar 28, 2025

ງານວາງສະແດງສິນຄ້າບໍລິໂພກສາກົນຈີນ ຄັ້ງທີ 5 ຈະຈັດຂຶ້ນຢູ່ແຂວງໄຫຫຼໍາຈີນ ໃນລະຫວ່າງວັນທີ 13-18 ເມສາໜ້ານີ້
ຫ້ອງການຖະແຫຼງຂ່າວລັດຖະບານຈີນໄດ້ຈັດກອງປະຊຸມຖະ ແຫຼງຂ່າວໃນວັນທີ 27 ມີນານີ້, ໃນໂອກາດດັ່ງກ່າວ, ຜູ້ຮັບຜິດ ຊອບທີ່ກ່ຽວຂ້ອງຈາກກະຊວງການຄ້າຈີນ ແລະ ອົງການປົກຄອງແຂວງໄຫຫຼໍາ ຈີນ ໄດ້ແຈ້ງໃຫ້ຮູ້ວ່າ: ງານວາງສະແດງສິນຄ້າບໍລິ ໂພກສາກົນຈີນຄັ້ງທີ 5 ຈະຈັດຂຶ້ນຢູ່ແຂວງໄຫຫຼໍາ ໃນລະຫວ່າງວັນທີ 13-18 ເມສາໜ້ານີ້. ງານວາງສະແດງສິນຄ້າຄັ້ງນີ້ຈະຕ້ອນ ຮັບຜູ້ເຂົ້າຮ່ວມວາງສະແດງຫຼາຍກວ່າຄັ້ງຜ່ານມາ, ພ້ອມທັງຈະປິ່ນອ້ອມຈຸດເຕີບໂຕດ້ານການບໍລິໂພກອັນໃໝ່ ແລະ ເຄື່ອງບໍລິໂພກທີ່ເຂົ້າຮ່ວມການວາງສະແດງຈະມີລັກສະນະເຕົ້າໂຮມຫຼາຍກວ່າເກົ່າ.
ອີງຕາມຂໍ້ມູນແຈ້ງໃຫ້ຮູ້ວ່າ: ນັບມາຮອດປັດຈຸບັນ, ໄດ້ມີສິນຄ້າຫຼາຍກວ່າ 4.100 ຍີ່ຫໍ້ຈາກ 71 ປະເທດ ແລະ ເຂດແຄວ້ນຢືນ ຢັນຈະເຂົ້າຮ່ວມການວາງສະແດງ, ພ້ອມດຽວກັນນີ້ຍັງມີວິສາຫະ ກິດທີ່ນອນຢູ່ໃນ 500 ວິສາຫະກິດທີ່ເຂັ້ມແຂງຂອງໂລກ ແລະ ວິສາຫະກິດນໍາໜ້າໃນຂະແໜງການຈໍານວນ 65 ແຫ່ງເຂົ້າຮ່ວມການວາງສະແດງ ເຊິ່ງຫຼາຍກວ່າຄັ້ງຜ່ານມາ. ງານວາງສະແດງສິນ ຄ້າບໍລິໂພກຄັ້ງນີ້ຈະຈັດໃຫ້ມີເຂດວາງສະແດງວິທະຍາສາດ ແລະ ເຕັກໂນໂລຊີດ້ານການບໍລິໂພກໃໝ່ເປັນຄັ້ງທໍາອິດ, ນອກນີ້, ຫຸ່ນຍົນຄ້າຍຄືມະນຸດຫຼ້າສຸດຈາກທັງພາຍໃນ ແລະ ຕ່າງປະເທດຈະຖືກວາງສະແດງໃນງານຄັ້ງນີ້ເຊັ່ນດຽວກັນ.
ທີ່ມາ: CMG