ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ງານວາງສະແດງສິນຄ້າໃນໂອກາດບຸນທາດຫລວງ ປະຈໍາປີ 2024 ຈັດຢູ່ສອງສະຖານທີ່

Nov 7, 2024

ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະ ກຳ ແລະ ການຄ້າ ນະຄອນຫລວງວຽງຈັນ ໃຫ້ຮູ້ໃນໂອກາດຮ່ວມ ກັບຄະນະຖະແຫລງຂ່າວໃນວັນທີ 5 ພະຈິກ 2024 ວ່າ: ງານວາງສະແດງ ແລະ ຈຳໜ່າຍສິນຄ້າ ໃນບຸນນະມັດສະການພະທາດຫລວງວຽງຈັນ ປະຈຳປີ 2024 ຢູ່ເດີ່ນສະໜາມຫລວງ ຈະຈັດຂຶ້ນໃນລະຫວ່າງວັນທີ 11-15 ພະຈິກ, ຄາດວ່າຈະມີຫ້ອງວາງສະແດງທັງໝົດ 1.625 ຫ້ອງ, ໃນນັ້ນ ຈະມີຫ້ອງວາງສະແດງສິນຄ້າໂອດັອບ, ຄອບຄົວຕົວແບບ, ສິນຄ້າອຸດສາຫະກໍາ, ສິນຄ້າການບໍລິການຮູບແບບທັນສະໄໝ, ຫ້ອງວາງສະແດງປະຫວັດຄວາມເປັນມາຂອງພະ ທາດຫລວງ, ວາງສະແດງທາງດ້ານວັດທະນະທໍາ ທີ່ເປັນຈຸດເດັ່ນຂອງງານ. ສ່ວນຈຸດອື່ນໆ ກໍມີກິດຈະກໍາຂາຍສິນຄ້າ, ການບໍລິການອາຫານ, ບ່ອນຫລິ້ນສໍາລັບເດັກ ແລະ ກິດຈະກໍາອື່ນໆ
ສ່ວນຢູ່ສູນການຄ້າ ລາວ-ໄອເຕັກ ຈະຈັດຂຶ້ນ ໃນລະຫວ່າງວັນທີ 9-17 ພະຈິກ, ສາມາດຮອງຮັບຮ້ານວາງສະແດງ ໄດ້ 381 ຫ້ອງ ເຊິ່ງຈະມີການຂາຍສິນຄ້າປະເພດຕ່າງໆ ຂອງບັນດາ ບໍລິ ສັດ ຂາອອກ – ຂາເຂົ້າປະກອບມີສິນຄ້າທົ່ວໄປ,ເຄື່ອງໄອທີ, ສິນ ຄ້າ ໂອດັອບ ແລະ ທຸລະກິດຂະໜາດນ້ອຍ-ກາງ, ເຟີນີເຈີ,ລົດຈັກ ແລະ ລົດໃຫຍ່. ໃນນີ້, ປະກອບມີ ເຂດອາຫານ ແລະ ເຂດວາງສະແດງຂອງບັນດາປະເທດອາຊຽນ.