ງານວາງສະແດງສິນຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ຄອນເສີດເຂດ 3 ຫຼ່ຽມກໍາປູເຈຍ-ລາວ-ຫວຽດນາມ(CLV DTA) ຄັ້ງທີ 13
ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ອັດຕະປື ຮ່ວມກັບ ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນເຈົ້າການໃນການຈັດງານວາງສະແດງສິນຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ຄອນເສີດເຂດສາມຫຼ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ ຂຶ້ນທີ່ເດີ່ນໜ້າຫ້ອງວ່າການແຂວງອັດຕະປືຂຶ້ນໃນລະຫວ່າງວັນທີ 26 ກຸມພາ – 1 ມີນາ 2024 ແລະ ພິທີເປີດທາງການໄດ້ຈັດຂຶ້ນໃນຕອນແລງ ວັນທີ່ 27 ກຸມພາ 2024 ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງ ແຂວງອັດຕະປື ແລະ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ.

ຈຸດປະສົງຂອງການຈັດງານໃນຄັ້ງນີ້ເພື່ອເປັນການຂ່ຳນັບຮັບຕ້ອນ ກອງປະຊຸມຄະນະກໍາມະການຮ່ວມມືລວມ ເຂດສາມຫຼ່ຽມພັດທະນາ CLV – DTA ຄັ້ງທີ13 ທີ່ແຂວງອັດຕະປືເປັນເຈົ້າພາບ, ທັງເປັນການສົ່ງເສີມການພັດທະນາ-ຮ່ວມມືທາງດ້ານການຄ້າ, ການລົງທຶນ ແລະ ທ່ອງທ່ຽວ ຂອງບັນດາປະເທດ ທີ່ນອນໃນເຂດສາມຫຼ່ຽມພັດທະນາ ແນໃສ່ຂະຫຍາຍໂອກາດຊອກຫາຕະຫຼາດຈໍາໜ່າຍສິນຄ້າ ແລະ ການເປັນຄູ່ຮ່ວມມືດ້ານທຸລະກິດ – ການຄ້າໃຫ້ກວ້າງຂວງອອກ ແລະ ຍືນຍົງ, ຕິດພັນການເສີມຂະຫຍາຍນະໂຍບາຍການເຊື່ອມໂຍງດ້ານການຄ້າ, ການລົງທຶນແລະການທ່ອງທ່ຽວ, ທັງເປັນການສົ່ງເສີມສີໄມ້ລາຍມື, ພູມປັນຍາຂອງຊາວບ້ານ, ກຸ່ມຜູ້ຜະລິດ-ປຸງແຕ່ງສິນຄ້າ ກະສິກຳ ແລະ ຫັດຖະກຳ ຂອງປະຊາຊົນຕາມຊາຍແດນທີ່ຕິດຈອດກັນ ໃຫ້ມີການປັບປຸງ ທາງດ້ານປະລິມານ ແລະ ຄຸນນະພາບສາມາດຕອບສະໜອງຄວາມຕ້ອງການພາຍໃນແຂວງ, ພາຍໃນເຂດສາມຫຼ່ຽມພັດທະນາ CLV ຂອງພວກເຮົາ. ພ້ອມກັນນັ້ນ ກໍຍັງເປັນການເພີ່ມທະວີການຮ່ວມມື ແລະ ການແລກປ່ຽນປ່ຽນວັດທະນະທໍາຮີດຄອງປະເພນີອັນດີງາມຂອງ 3 ຊາດ ແລະ 13 ແຂວງທີ່ນອນໃນເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ (ລາວມີ ແຂວງ ອັດຕະປື, ຈໍາປາສັກ, ເຊກອງ, ສາລະວັນ; ກໍາປູເຈຍມີແຂວງ ຊຽງແຕງ, ກະແຈະ, ລັດຕະນະຄີລີ, ດົນຄີລີ ແລະ ຫວຽດນາມມີແຂວງ ກອນຕູມ, ຍາລາຍ, ດັກລັກ, ບິງເຟືອກ, ດັກນົງ) ຂອງພວກເຮົາໃຫ້ລູກຫຼານໄດ້ສືບທອດ ແລະ ເສີມສ້າງໃຫ້ງົດງາມຂື້ນໄປເລື່ອຍໆ.
ງານວາງສະແດງສິນຄ້າຄັ້ງນີ້ມີນັກທຸລະກິດເຂົ້າຮ່ວມທັງໝົດ 118 ບຸດ (ຫ້ອງ) ເຊິ່ງປະກອບມີ ສປປ ລາວ 107 ຫ້ອງ, ຣາຊະອະນາຈັກ ກໍາປູເຈຍ 6 ຫ້ອງ ແລະ ສສ ຫວຽດນາມ 5 ຫ້ອງ, ໃນນັ້ນ ສິນຄ້າທີ່ນໍາມາວາງສະແດງ ແລະຈຳໜ່າຍໃນຄັ້ງນີ້ ປະກອບມີ : ສິນຄ້າກະສິກຳ, ອຸດສາຫະກຳປຸງແຕ່ງຈາກຜົນຜະລິດກະສິກຳ, ອຸດສາຫະກຳ, ສະຖາບັນການເງິນ-ທະນາຄານ. ນອກນັ້ນຍັງມີເຂດ ອາຫານ ແລະ ເຄື່ອງດື່ມ ເພື່ອຮັບໃຊ້ແຂກທີ່ເຂົ້າມາທ່ຽວຊົມມີທັງໝົດ 30 ຮ້ານ, ຄາດຄະເນມູນຄ່າສິນຄ້າທີ່ນໍາມາວາງສະແດງໃນຄັ້ງນີ້ ປະມານ 6,8 ຕື້ກວ່າ ກີບ ຫຼື ປະມານ 300,000 ກວ່າໂດລາ ສະຫະລັດ.
ເຊິ່ງໃນແຕ່ລະຄໍ່າຄືນຈະມີການສະແດງ, ແລກປ່ຽນສິລະປະ-ວັດທະນະທໍາຂອງລາວ, ຫວຽດນາມ ແລະ ກໍາປູເຈຍທີ່ເຂົ້າຮ່ວມງານວາງສະແດງໃນຄັ້ງນີ້.




