ງານເທສະການສະຫວັນສຸກສັນຫັນສາ (savanfun fest) ຄັ້ງທີ 5 ຕິດພັນກັບການສະເຫຼີມສະຫຼອງ 3 ວັນປະຫວັດສາດ ຄື: ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບ ຮອບ 50 ປີ ແລະ ວັນຄ້າຍວັນເກີດຂອງປະທານໄກສອນ ພົມວິ ຫານ ຄົບຮອບ 105 ປີ ເປີດຂຶ້ນຢ່າງເປັນທາງການໃນວັນທີ 19 ມີນາ 2025 ທີ່ເຂດທ່ອງທ່ຽວຕົວເມືອງເກົ່ານະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ.
ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະ ເຂດ ທັງເປັນປະທານຈັດງານກໍ່ໄດ້ມີຄຳເຫັນກ່າວເປີດງານຢ່າງເປັນທາງການວ່າ: ຄະນະພັກ ແລະ ອົງການປົກຄອງແຂວງສະ ຫວັນນະເຂດ ໄດ້ນໍາພາຈັດງານ ສະຫວັນ ສຸກສັນ ຫັນສາ ເພື່ອເອກອ້າງ ແລະ ໂຄສະນາເຖິງຄວາມອຸດົມສົມບູນ. ມະຫາມົນສະ ເໜ່ທາງດ້ານທໍາມະຊາດທີ່ໂດດເດັ່ນ ຄວາມສວຍງາມໂຄງສ້າງອັນປານີດຂອງອາຄານສະໄຫມເກົ່າ . ສຶກສາຮຽນຮູ້ປະຫວັດສາດ ແລະ ຮຽນຮູ້ວັດທະນະທໍາ, ຮີດຄອງປະເພນີອັນດີງາມ, ວິຖີການດໍາລົງຊີວິດທີ່ເປັນເອກະລັກຂອງ 9 ເຜົ່າ ໃຫ້ເຫັນຄວາມຫຼາກຫຼາຍຜະລິດຕະພັນທີ່ເປັນພູມປັນຍາຂອງຊາວບ້ານ ພໍ່ແມ່ປະຊາ ຊົນຊາວແຂວງສະຫວັນນະເຂດ ເພື່ອເປັນການສ້າງລາຍຮັບ ນໍາເອົາເງິນຕາຕ່າງປະເທດ ເຂົ້າປະເທດກໍ່ຄືເຂົ້າແຂວງ, ສ້າງວຽກເຮັດງານທໍາ, ກະຈາຍລາຍໄດ້ໃຫ້ຜູ້ປະກອບການ ແລະ ປະຊາຊົນຜູ້ທໍາການຜະລິດ, ເຮັດໃຫ້ເສດຖະກິດແຫ່ງຊາດ ກໍ່ຄືເສດຖະກິດຂອງແຂວງ, ຂອງເມືອງ, ຂອງບ້ານ ແລະ ຄອບຄົວ ມີຄວາມເຂັ້ມແຂງ, ເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາດີຂຶ້ນເລື້ອຍໆ.
ພາຍໃນງານຄັ້ງນີ້ບັນດານັກທ່ອງທ່ຽວ ໄດ້ຮັບຊົມການ ສະ ແດງສິລະປະພື້ນບ້ານຂອງປະຊາຊົນຈາກ 6 ກຸ່ມບ້ານພາຍໃນນະຄອນໄກສອນ ພົມວິຫານ, ຊົມການສະແດງສິລະປະວັນນະຄະ ດີຈາກນ້ອງນ້ອຍໂຮງຮຽນແຫ່ງຕ່າງໆພາຍໃນແຂວງສະຫວັນນະ ເຂດ, ທ່ຽວຊົມງານວາງສະແດງສິນຄ້າປະເພດຕ່າງໆທີ່ຫຼາກຫຼາຍ ພິເສດປີນີ້ຍັງມີຮ້ານວາງສະແດງຈຳໜ່າຍສິນຄ້າຂອງ 8 ແຂວງຈາກປະເທດໄທ ແລະ 1 ແຂວງຈາກປະເທດຫວຽດນາມມາຮ່ວມນຳອີກ.
ຂ່າວ-ພາບ: ອັກສອນສິນ ພົມມຈັນ









