ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ງານ​ສະ​ແດງ​ສິລະ​ປະ-ວັນນະຄະດີ ​ມິດຕະພາບລາວ-ຫວຽດນາມ ເພື່ອ​ຊົມ​ເຊີຍ​ວັນ​ສະຖາປະນາ ສປປ ລາວ ຄົບຮອບ 50 ປີ

Dec 1, 2025

ງານ​ສະ​ແດງ​ສິລະ​ປະ-ວັນນະຄະດີ ​ມິດຕະພາບລາວ-ຫວຽດນາມ ເພື່ອ​ຊົມ​ເຊີຍ​ວັນ​ສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຈັດຂຶ້ນໃນຕອນຄ່ຳວັນທີ 30 ພະຈິກ 2925 ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມຊົມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ,​ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ, ມີບັນດາຄະນະກຳມະການກົມການເມືອງ ພ້ອມດ້ວຍພັນລະຍາ, ອະດີດການນໍາຂັ້ນສູງພັກ-ລັດ, ກໍາມະການສູນກາງພັກ, ທູຕານຸທູດຕ່າງປະເທດ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນປະຈຳລາວ, ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າເຂົ້າຮ່ວມຊົມຢ່າງຫຼວງຫຼາຍ.

ໃນພິທີ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວມີຄຳເຫັນວ່າ:ເພື່ອສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 50 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຜູ້ນໍາການປະຕິວັດທີ່ແສນເຄົາລົບຮັກຂອງປວງຊົນລາວບັນດາເຜົ່າ ຄົບຮອບ 105 ປີ, ອະນຸກຳມະການຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ ເພື່ອສະເຫຼີມສະຫຼອງສາມວັນປະຫວັດສາດ ປີ 2025 ໄດ້ຈັດການສະແດງສິລະປະ-ວັນນະຄະດີ ມິດຕະພາບລາວ-ຫວຽດນາມ ຂື້ນເພື່ອປະກອບສ່ວນສະເຫຼີມສະຫຼອງເຫດການທີ່ມີຄວາມໝາຍສຳຄັນທາງປະຫວັດສາດຂອງຊາດໃນຄັ້ງນີ້ ເພື່ອສ້າງບັນຍາກາດແຫ່ງຄວາມຜາສຸກ, ແຫ່ງຄວາມເບີກບານມ່ວນຊື່ນ ແລະ ມີຄວາມເອກອ້າງທະນົງໃຈ ຕໍ່ຜົນງານການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດອັນແສນເຄົາລົບຮັກຂອງພວກເຮົາ ໃນຕະຫຼອດໄລຍະ 50ປີຜ່ານມາ.


ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ຮຽກຮ້ອງເຖິງບັນດາຊາວໜຸ່ມ, ເຍົາວະຊົນຄົນຮຸ່ນໃໝ່ຈົ່ງເຊີດຊູນໍ້າໃຈຮັກຊາດ, ພ້ອມເສຍສະຫຼະເພື່ອຊາດ, ເຊີດຊູຄວາມສາມັກຄີເປັນປຶກແຜ່ນ, ຫວງແຫນວັດທະນະທຳຂອງຊາດ ແລະ ພັດທະນາໃຫ້ສີວິໄລ, ຍືນຍົງ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ໃຫ້ນັບມື້ກວ້າງຂວາງ ແລະ ເລິກເຊິ່ງ ເພື່ອໃຫ້ບັນລຸຜົນສຳເລັດຕາມຈຸດປະສົງ ຄາດໝາຍຢ່າງສະຫງ່າງາມ,ສຳລັບງານ​ສະ​ແດງ​ສິລະປະ-ວັນນະຄະດີ ​ມິດຕະພາບລາວ-ຫວຽດນາມ ເພື່ອ​ຊົມ​ເຊີຍ​ວັນ​ສະຖາປະນາ ສປປ ລາວ ຄົບຮອບ 50 ປີຄັ້ງນີ້, ມີລາຍການສະແດງຂອງລາວ ແລະ ຫວຽດນາມຈຳນວນ 18 ລາຍການ ເປັນຕົ້ນ: ເສບດົນຕີຈາກວົງອໍແກັດສະຕຣາ,ເພງ ໄຊຊະນະຊຽງຂວາງ, ເພງ ໄຊຊະນະເສັ້ນທາງເລກ 9, ລຳຄອນສະຫວັນ ກອນລຳລຶກປະທານ ໄກສອນ ພົມວິຫານ, ເດີນແບບລາຍນາກກ້າວສູ່ມໍລະດົກໂລກ ແລະ ລາຍການສະແດງອື່ນໆ.


ຂ່າວ,ພາບ : ອຳໄພວັນ ວົງອຳທອນ