ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ງານສັບປະດາວັດທະນະທຳ ຫວຽດນາມ ຢູ່ ສປປ ລາວ 2024

Dec 11, 2024

ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຫ່ງ ສປປ ລາວ ຮ່ວມກັບກະຊວງຖະແຫຼງຂ່າວ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ໄດ້ເປີດງານສັບປະດາວັດທະນາທຳຫວຽດນາມ ຢູ່ ສປປ ລາວ 2024 ຂຶ້ນໃນຕອນຄໍ່າຂອງວັນທີ 10 ທັນວາ 2024 ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍການເປັນກຽດເຂົ້າຮ່ວມຮັບຊົມຂອງ ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ປະທານສະມາຄົມມິດຕິພາບລາວ -ຫວຽດນາມ, ທ່ານ ຟານ ມິງ ຈຽນ ທີ່ປຶກສາອັກຄະລັດຖະທູດຫວຽດນາມ ປະຈໍາ ສປປ ລາວ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງ ຖວທ ແຫ່ງ ສປປ ລາວ ກ່າວວ່າ: ການຈັດງານໃນຄັ້ງນີ້, ບໍ່ພຽງແຕ່ເປັນການສະແດງເຖິງມູນເຊື້ອສາຍພົວພັນອັນແໜ້ນແຟ້ນລະຫວ່າງສອງຊາດເທົ່ານັ້ນ, ແຕ່ຍັງເປັນການຈັດຕັ້ງປະຕິບັດແຜນການຮ່ວມມື ດ້ານສິລະປະ, ວັດທະນະທໍາ ແລະ ທ່ອງທ່ຽວລາວ – ຫວຽດນາມ ສົກປີ 2021-2025 ໃຫ້ເປັນຮູບປະທຳ. ນອກຈາກນີ້, ຍັງສະທ້ອນໃຫ້ເຫັນເຖິງການສືບຕໍ່ຮັກສາປະເພນີອັນດີງາມ ໃນການສະຫຼັບສັບປ່ຽນກັນເປັນເຈົ້າພາບ ຈັດງານສັບປະດາວັດທະນະທຳ ລະຫວ່າງສອງປະເທດ ອີກດ້ວຍ. ພາຍໃນງານຄັ້ງນີ້, ກອງສະແດງສິລະປະແຫ່ງຊາດ ຫວຽດນາມ ໄດ້ນຳສະເໜີການສະແດງສິລະປະວັນນະຄະດີ ທີ່ຖ່າຍທອດໃຫ້ເຫັນເຖິງເອກະລັກວັດທະນະທຳອັນດີງາມ ແລະ ນ້ຳໃຈແຫ່ງມິດຕະພາບຂອງປະຊາຊົນຫວຽດນາມ ມາໃຫ້ພວກເຮົາໄດ້ຮັບຟັງ, ໄດ້ເບິ່ງ ແລະ ໄດ້ຊົມ. ພວກເຮົາມີຄວາມເຊື່ອໝັ້ນວ່າ: ການສະແດງດັ່ງກ່າວຈະສ້າງຄວາມປະທັບໃຈ ແລະ ເປັນຂົວຕໍ່ໃນການເສີມຂະຫຍາຍແລກປ່ຽນ ແລະ ຮ່ວມມືທາງດ້ານວັດທະນະທຳຢ່າງເລິກເຊິ່ງລະຫວ່າງປະຊາຊົນສອງຊາດ.
ທ່ານ ຮວາງ ດາວ ເກື່ອງ ຮອງລັດຖະມົນຕີ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ກ່າວວ່າ: ມາຮອດປັດຈຸບັນ, ສາຍພົວພັນລະຫວ່າງສອງປະເທດສືບຕໍ່ໄດ້ເສີມຂະຫຍາຍ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ ແລະ ເຂົ້າສູ່ລວງເລິກ ໃນດ້ານການເມືອງ, ເສດຖະກິດ, ປ້ອງກັນຊາດ -ປ້ອງກັນຄວາມສະຫງົບ, ວັດທະນະທຳ, ການສຶກສາ, ການຮ່ວມມືລະຫວ່າງບັນດາອົງການພັກ, ສະພາແຫ່ງຊາດ, ລັດ, ລັດຖະບານ, ທ້ອງຖິ່ນຂອງຫວຽດນາມ-ລາວ ໄດ້ເສີມຂະຫຍາຍ ເຂົ້າສູ່ລວງເລິກ ແລະ ໄດ້ຮັບໝາກຜົນເປັນຈິງ. ທ່ານ ໂຕເລີມ ເລຂາທິການໃຫຍ່ ໄດ້ເນັ້ນໜັກຄວາມສະເໝີຕົ້ນສະເໝີປາຍຂອງ ສາຍພົວພັນຫວຽດນາມ-ລາວ ມີບົດບາດອັນສຳຄັນ, ເປັນບຸລິມະສິດໃນນະໂຍບາຍພົວພັນຕ່າງປະເທດຂອງ ສສ ຫວຽດນາມ, ຖືເປັນໜ້າທີ່ຍຸດທະສາດ ມີຄວາມສຳຄັນຍິ່ງເຖິງພາລະກິດປະຕິວັດ, ການປ້ອງກັນ ແລະ ສ້າງສາປະເທດຊາດຂອງປະຊາຊົນຫວຽດນາມ. ໃນນັ້ນ, ເຫັນຄຳໝັ້ນສັນຍາຂອງງານສັບປະດາວັດທະນະທຳ ຫວຽດນາມ ຢູ່ ລາວ ບໍ່ພຽງແຕ່ເປັນເຫດການປະຈຳທີ່ເປັນເອກະລັກເທົ່ານັ້ນ ຍັງສະແດງໃຫ້ຫວຽດນາມ ທີ່ມີຕໍ່ການພົວພັນມິດຕະພາບທີ່ເປັນພິເສດເຫຼົ່ານີ້. ງານໃນຄັ້ງນີ້, ມີລາຍການສະແດງສິລະປະຮ້ອງເພງ, ຟ້ອນ ແລະ ດົນຕີພື້ນເມືອງຂອງຫວຽດນາມ ເຮັດໃຫ້ຜູ້ຊົມຫວຽດນາມ, ລາວ ແລະ ສາກົນ ສາມາດເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວັດທະນະທຳຫວຽດນາມ ແລະ ທັງເປັນໂອກາດທີ່ດີ ເພື່ອທົບທວນຄືນສາຍພົວພັນມິດຕະພາບລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ຮ່ວມກັນມຸ່ງໝາຍເຖິງອະນາຄົດ ຂອງການຮ່ວມມືນັບມື້ນັບແໜ້ນແຟ້ນ ແລະ ມີປະສິດທິຜົນຍິ່ງຂຶ້ນ ແລະ ເຊື່ອໝັ້ນວ່າການຈັດງານສັບປະດາວັດທະນາທຳ ຫວຽດນາມ ຢູ່ ສປປ ລາວ ຄັ້ງນີ້, ແມ່ນມີຄວາມສຳຄັນໃນການເພີ່ມທະວີການພົວພັນທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ.
ທີ່ມາ: ປະຊາຊົນ