ໃນໂອກາດຖະແຫຼງຂ່າວຕໍ່ສື່ມວນຊົນ ຈັດຂຶ້ນໃນວັນທີ 14 ມັງກອນນນີ້ ທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ(ສຄອຊ) ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ປະທານສະມາຄົມນັກທຸລະກິດຍິງ (ສທຍ) ປະທານຄະນະກໍາມະການຈັດງານເທດສະການອາຫານລາວ 2026 ໃຫ້ຮູ້ວ່າ: ຈຸດປະສົງຂອງການຈັດງານ ເພື່ອຂໍ່ານັບຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 12 ຂອງພັກປະຊາຊົນປະຕິວັດລາວ, ພ້ອມທັງໂຄສະນະວັດທະນະທໍາ ດ້ານອາຫານລາວໃຫ້ເຊື່ອມສານເຂົ້າກັບວິຖີຊີວິດຂອງປະຊາຄົມອາຊຽນ ໃນຖານະທີ່ສະມາຄົມນັກທຸລະກິດແມ່ຍິງລາວພວກເຮົາ ເປັນປະທານເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ (AWEN LAOS) ໃນປີ2026-2027, ເພື່ອສືບຕໍ່ອະນຸລັກ, ສົ່ງເສີມອາຫານທີ່ເປັນເອກະລັກຂອງລາວໃນທ້ອງຖິ່ນຕ່າງໆໂດຍສະເພາະອາຫານ ປະເພດລາບລາວ(ເພາະໃນປີ 2025 ຜ່ານມາ ສທຍ ພວກເຮົາໄດ້ເປັນເຈົ້າການສະເໜີຂໍລາບລາວ ເປັນມໍລະດົກໂລກທາງດ້ານອາຫານໂດຍຜ່ານທາງກະຊວງວັດທະນະທໍາ ແລະການທ່ອງທ່ຽວ) ແລະ ໃຫ້ສາມາດເຜີຍແຜ່ເພື່ອການສົ່ງອອກສູ່ປະຊາຄົມອາຊຽນໄດ້. ເພື່ອເປັນບ່ອນໂຄສະນາ ແລະຈໍາໜ່າຍຜະລິດຕະພັນດ້ານອາຫານຂອງຜູ້ປະກອບການຂະໜາດນ້ອຍ ແລະ ກາງ, ທັງເປັນບ່ອນລະບາຍສິນຄ້າທີ່ລົ້ນຕະຫລາດໃຫ້ທຸກພາກສ່ວນຊ່ວຍກັນຊື້ ແລະ ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງ. ໂຄສະນາ ແລະ ສົ່ງເສີມທຸລະກິດອາຫານລາວໃຫ້ເປັນທີ່ຍອມຮັບວ່າ ການບໍລິໂພກອາຫານລາວແມ່ນສະອາດ, ປອດໄພ. ງານປີ 2026 ພາຍໃຕ້ຄໍາຂວັນທີ່ວ່າ: “ສໍາພັດຄວາມເປັນລາວ ຜ່ານລົດຊາດ ອາຫານລາວ”(Discover Lao Through Its Taste) , ພິເສດ ໃນໄລຍະຈັດງານເທດສະການອາຫານລາວ ຍັງຈະຈັດ ກອງປະຊຸມ AWEN board meeting ຄັ້ງທໍາອິດ ທີ່ລາວເປັນປະທານ ເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ ລະຫວ່າງວັນທີ 27- 29ມັງກອນ 2026 ແລະ ມີກິດຈະກໍາພາຍໃນງານ ເປັນຕົ້ນ: ຕົບແຕ່ງ “ເຮືອນຄົວລາວບູຮານ” ຕົບແຕ່ງ “ແຂວງແຫ່ງສະເໜ່” ຂອງງານ(ຈາກແຂວງສະຫວັນນະເຂດ)ສາທິດການຕໍາໝາກຫຸ່ງ (ຫຼານນ້ອຍເຍົາວະຊົນໂຮງຮຽນຕ່າງໆ) ສາທິດການປຸງແຕ່ງ “ໝໍ້າຊີ້ນ” ຈາກແຂວງສະຫວັນນະເຂດ. ສະແດງສິລະປະຫຼານນ້ອຍໃນມື້ເປີດງານ, ສະແດງອາພອນເພດໃນຊຸດລາວຈາກຫລານນ້ອຍເຍົາວະຊົນ ແລະ ສິນລະປິນນັກຮ້ອງຈາກຄ່າຍເພງຕ່າງໆ ສະຫລັບກັນໃນແຕ່ລະຄໍ່າຄືນ, ວາງສະແດງ ແລະ ຂາຍອາຫານລາວເອກະລັກ 18 ແຂວງ ແລະ ອາຫານລາວປະຍຸກທົ່ວໄປ, ມີການບໍລິການຂອງທະນາຄານ, ແລະໃຫ້ຄວາມຮູ້ດ້ານການເງິນ ການຕະຫຼາດ ໃນການເຂົ້າຫາແຫຼ່ງທຶນດອກເບັ້ຍຕໍ່າ ລວມທັງກິດຈະກໍາອື່ນໆ. ໂດຍຈະຈັດຂຶ້ນທີ່ສວນເຈົ້າອານຸວົງ ແຄມຂອງ ເລີ່ມເວລາ 10:00 ໂມງ ຫາ 22 :00 ໂມງຂອງທຸກໆມື້ ມີອາຫານລາວພື້ນບ້ານ, ອາຫານລາວປະຍຸກ ແລະ ອາຫານນາໆຊາດຈໍານວນໜຶ່ງມາວາງຂາຍເຖິງ 180 ຮ້ານ.



