ທ່ານ ໄທຍະພອນ ສິງທອງ ປະທານສະພາການຄ້າ ແລະ ອຸດສາຫະກໍາ ປະຈໍາແຂວງຄໍາມ່ວນ ໃນນາມຄະນະຮັບຜິດຊອບຈັດງານເທດສະການອາຫານ, ວາງສະແດງ ແລະ ຈໍາໜ່າຍສິນຄ້າ 3 ປະເທດ (ລາວ-ໄທ-ຫວຽດນາມ) ຢູ່ທີ່ແຂວງຄໍາມ່ວນ ສປປ ລາວ ໄດ້ໃຫ້ສໍາພາດຕໍ່ຜູ້ສື່ຂ່າວຂອງແຂວງໃນວັນທີ 12 ພະຈິກ 2024 ວ່າ: ພາຍຫຼັງທີ່ແຂວງມີຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບຈັດງານເທດສະການອາຫານ, ວາງສະແດງ ແລະ ຈໍາໜ່າຍສິນຄ້າ 3 ປະເທດລາວ-ໄທ-ຫວຽດນາມ ຢູ່ທີ່ແຂວງຄໍາມ່ວນ, ຊຶ່ງຄະນະຮັບຜິດຊອບດັ່ງກ່າວ ໄດ້ມີການປຶກສາຫາລື, ແບ່ງວຽກໃຫ້ແຕ່ລະອານຸກໍາມະການ ແລະ ແບ່ງວຽກງານຄະນະຊີ້ນໍາເພື່ອລົງເລິກຕິດຕາມ, ກວດກາບັນດາໜ້າວຽກຕ່າງໆ ຊຶ່ງມາຮອດປັດຈຸບັນໂດຍລວມແລ້ວເຫັນວ່າໃນການຫ້າງຫາກະກຽມດ້ານຄວາມພ້ອມ ແມ່ນເກືອບສົມບູນທຸກຢ່າງໃນແຕ່ລະດ້ານ ຊຶ່ງມີບັນດາໜ້າວຽກລະອຽດຈໍານວນໜຶ່ງ ທີ່ຈະຕ້ອງໄດ້ສືບຕໍ່ໃນການຫ້າງຫາກະກຽມໂດຍສະເພາະແມ່ນການເຊື້ອເຊີນ, ການປຸກລະດົມບັນດາຫົວໜ່ວຍຫ້າງຮ້ານຕ່າງໆພາຍໃນແຂວງ ແລະ ຕ່າງແຂວງໃນ ສປປ ລາວ. ນອກຈາກນັ້ນ ກໍໄດ້ມີການເຊື້ອເຊີນໃຫ້ຫົວໜ່ວຍທຸລະກິດໂດຍສະເພາະແມ່ນສິນຄ້າທີ່ເປັນຜະລິດຕະພັນຫັດຖະກໍາ ຈາກ ສສ ຫວຽດນາມ ແມ່ນມີແຂວງກວາງບິ່ງ, ແຂວງຮ່າຕິ່ງ, ນະຄອນເຫວ, ນະຄອນດານັງ, ນະຄອນໂຮ່ຈີມິນໃຫ້ເຂົ້າມາຮ່ວມ. ສໍາລັບຣາຊອານາຈັກໄທແມ່ນມີແຂວງນະຄອນພະນົມ, ສາກົນນະຄອນ, ມຸກດາຫານ, ບຶງການເຂົ້າຮ່ວມວາງສະແດງ ແລະ ຈໍາໜ່າຍສິນຄ້າໃນຄັ້ງນີ້ .
ສ່ວນມື້ທີ່ຈະເປີດງານຢ່າງເປັນທາງການ ຊຶ່ງຄະນະຮັບຜິດຊອບກໍໄດ້ມີຄວາມເປັນເອກະພາບຕົກລົງເອົາໃນລະຫວ່າງວັນທີ 13-17 ພະຈິກ 2024 ຊຶ່ງໄດ້ກໍານົດເອົາສະຖານທີ່ຈັດງານຢູ່ທີ່ບໍລິເວນສອງຟາກທາງຂອງໂຮງຮຽນ ມໍປາຍທ່າແຂກນັບແຕ່ບໍລິເວນໜ້າໂບດກາໂຕລິກ-ທະນາຄານສົ່ງເສີມກະສິກໍາ ໄປຮອດບໍລິເວນໜ້າທາງເຂົ້າໂຮງໝໍແຂວງຄໍາມ່ວນ. ມາຮອດປັດຈຸບັນການຈັດສັນບັນດາຫ້າງຮ້ານ ຫຼື ບູດຕ່າງໆໂດຍລວມແມ່ນມີຄວາມຈົບງາມ ແລະ ເປັນລະບຽບຮຽບຮ້ອຍ, ມີການປະດັບປະດາໂຄມໄຟເຮັດໃຫ້ສີສັນຢູ່ພາຍໃນບໍລິເວນເດີ່ນຈັດງານແມ່ນຄວາມສະອາດງາມຕາ. ສ່ວນວ່າບັນດາຫ້າງຮ້ານຕ່າງໆທີ່ຈະເຂົ້າຮ່ວມມີຢູ່ 171 ຫົວໜ່ວຍ, ມີປະມານ 210 ເຕັ້ນ/ບູດ/ຮ້ານ. ຊຶ່ງໄດ້ກໍານົດເອົາມີທັງໝົດ 9 ກິດຈະກໍາປິ່ນອ້ອມ.
ການຈັດງານໃນຄັ້ງນີ້ ແມ່ນຕິດພັນກັບວຽກງານຈຸດສຸມທີ່ ສປປ ລາວ ໄດ້ຈັດຕັ້ງປະຕິບັດໂດຍສະເພາະແມ່ນປີທ່ອງທ່ຽວລາວ 2024 ເພື່ອເຮັດໃຫ້ນັກທ່ອງທ່ຽວໄດ້ມາຮູ້ຈັກກັບແຂວງຄໍາມ່ວນ ແລະ ມາທ່ຽວຊົມແຂວງຄໍາມ່ວນເຮັດໃຫ້ນັກທ່ອງທ່ຽວ ມີຈໍານວນທີ່ເພີ້ມຂຶ້ນ. ໂດຍມີຈຸດປະສົງໃຫ້ຜູ້ປະກອບການ ພັດທະນາສີມືຕ່າງໆໃຫ້ມີຄວາມປານີດໃຫ້ສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP) ຂອງເຂົາເຈົ້າໃຫ້ໄດ້ຮັບມາດຕະຖານດີຂຶ້ນ ແລະ ໃຫ້ຕິດອັນດັບໃນການຈໍາໜ່າຍພາຍໃນປະເທດ ແລະ ອອກໄປສູ່ຕ່າງປະເທດ.
ຂ່າວ-ພາບ: ແດງສະຫວັດ ແສນພານິດ






