ຕອນບ່າຍວັນທີ 21 ມີນານີ້, ວິທະຍຸໂທລະພາບສູນກາງຈີນ (CMG) ປະຈໍາລາວ ແລະສະຖາບັນການເມືອງແລະການປົກຄອງແຫ່ງຊາດລາວ (ສມປຊ) ໄດ້ຈັດງານເສວະນາພາຍໃຕ້ຫົວຂໍ້ “ຈີນໃນລະດູບານໃໝ່: ໂອກາດຂອງຈີນ ທົ່ວໂລກຊົມໃຊ້” ຢູ່ທີ່ ສະໂມ ສອນຂອງ ສມປຊ ເນື່ອງໃນກອງປະຊຸມສອງສະພາຂອງຈີນທີ່ຫາກໍາສໍາເລັດຫວ່າງບໍ່ດົນນີ້. ທ່ານ ພູວົງ ອຸ່ນຄໍາແສນ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ທ່ານນາງ ຟ່າງຫົງ ເອກອັກຄະລັດຖະທູດຈີນປະຈໍາລາວ, ພ້ອມດ້ວຍບັນດາແຂກຮັບເຊີນ ແລະ ນັກຮຽນນັກສຶກສາຈາກ ສມປຊ ເຂົ້າຮ່ວມເກືອບ 400 ຄົນ.
ໃນໂອກາດນີ້, ທ່ານ ພູວົງ ອຸ່ນຄໍາແສນ ກ່າວຊົມເຊີຍກອງປະ ຊຸມສອງສະພາ ຂອງ ຈີນໄດ້ສຳເລັດຢ່າງຈົບງາມໃນຫວ່າງບໍ່ດົນມານີ້, ທ່ານກ່າວວ່າ, ກອງປະຊຸມສອງສະພາຂອງຈີນໄດ້ໃຫ້ເຫັນບັນຫາສໍາຄັນຫຼາຍດ້ານ ທີ່ບັນດາປະເທດໃນໂລກສາມາດຖອດຖອນບົດຮຽນດັ່ງກ່າວນໍາໃຊ້ເຂົ້າການພັດທະນາປະເທດຂອງຕົນ. ໜຶ່ງໃນນັ້ນ ສປປ ລາວ ກໍ່ຈະໄດ້ນໍາໃຊ້ບົດຮຽນດັ່ງກ່າວເຂົ້າໃນການສ້າງສາພັດທະນາປະເທດຊາດໂດຍສະເພາະ ຕໍ່ກັບບັນຫາທີ່ເຄັ່ງຮ້ອນ, ການນໍາໃຊ້ແນວທາງຂອງຈີນ ຢ່າງໜັກແໜ້ນໃນການແກ້ໄຂ, ຈະເປັນຊ່ອງທາງທີ່ດີທີ່ຂຽນປະຫວັດສາດໃໝ່ໃຫ້ກັບປະເທດພວມພັດທະນາໃນໂລກ ທີ່ພວມຊອກສະແຫວງຫາຄວາມເຂັ້ມແຂງຜ່ານຄວາມສາມັກຄີ.
ທ່ານ ເຊິ້ນຫາຍຊົ້ງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກກອມມູນິດຈີນ, ປະທານ CMG ໄດ້ກ່າວຜ່ານວິດີໂອວ່າ: ໃນກອງະຊຸມສອງສະພາປີນີ້ ທ່ານປະທານສີຈິ້ນຜິງໄດ້ເນັ້ນວ່າ: ຕ້ອງເປີດປະຕູດ້ານລະບຽບການໃຫ້ກວ້າງອອກຕື່ມອີກ , ແລະເປີດກວ້າງຂົງເຂດການຮ່ວມມືສາກົນຢ່າງບໍ່ຢຸດຢັ້ງ. ໃນຖານະເປັນກຸ່ມສື່ມວນຊົນທີ່ມີຂະໜາດໃຫຍ່ທີ່ສຸດ, ມີຮູບແບບສື່ຫຼາຍທີ່ສຸດ ແລະປົກຄຸມຂອບເຂດກວ້າງຂວາງທີ່ສຸດໃນໂລກ, ວິທະຍຸໂທລະພາບສູນກາງຈີນຍິນດີເສີມຂະຫຍາຍທ່າແຮງໃນດ້ານການເຜີຍແຜ່ໂຄສະນາ ແລະການປະດິດສ້າງດ້ານວິທະຍາສາດເຕັກນິກ ເພື່ອຮ່ວມກັບບັນດາເພື່ອນມິດໃນໂລກ ຊົມໃຊ້ໂອກາດພັດທະນາໃນການຫັນເປັນທັນສະໄໝຂອງຈີນ, ຮ່ວມກັບບັນດາເພື່ອນມິດໃນໂລກຊົມໃຊ້ໂອກາດປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກຂອງຈີນ, ຮ່ວມກັບບັນດາເພື່ອນມິດໃນໂລກຊົມໃຊ້ໂອກາດແລະຖອດຖອນບົດຮຽນວັດທະນະທຳຮ່ວມກັນລະຫວ່າງຈີນກັບປະເທດຕ່າງໆ.
ທ່ານນາງ ຟ່າງຫົງ ໄດ້ກ່າວອວຍພອນການສ້າງຕັ້ງພັກປະຊາຊົນ ປະຕິວັດລາວຄົບຮອບ 70 ປີ. ທ່ານຍັງໄດ້ກ່າວແບ່ງປັນເນື້ອໃນຈິດໃຈຂອງກອງປະຊຸມສອງສະພາຂອງຈີນຄື ການພັດທະນາຄຸນນະພາບສູງຕາມຄວາມທັນສະໄໝແບບຈີນ, ນະວັດຕະກຳວິທະຍາສາດເປັນແສງສະຫວ່າງໃນການພັດທະນາຮ່ວມກັນ, ຫຼັກການປະຊາຊົນມາກ່ອນ, ການເປີດກວ້າງລະດັບສູງເພື່ອຂະຫຍາຍພື້ນທີ່ຮ່ວມມືສາກົນ, ແລະການຄຸ້ມຄອງພັກໃຫ້ເຂັ້ມງວດ. ທ່ານ ຟາງຫົງ ກ່າວອີກວ່າ ຈີນຍິນດີຕ້ອນຮັບປະເທດຕ່າງໆ ແບ່ງປັນຜົນປະໂຫຍດຈາກການພັດທະນາຂອງຈີນ. ລາວເປັນສະຫາຍສັງຄົມນິຍົມ ແລະເປັນອ້າຍນ້ອງຂອງພວກເຮົາ, ທັງແມ່ນຄູ່ຮ່ວມມືທີ່ສຳຄັນທີ່ສຸດ. ຝ່າຍຈີນພ້ອມທີ່ຈະສົມທົບກັບຝ່າຍລາວເພື່ອຂະຫຍາຍການຮ່ວມມືທີ່ເປັນປະໂຫຍດ, ສ້າງຄວາມຄືບໜ້າໃນການພັດທະນາເສັ້ນທາງເສດຖະກິດຈີນ-ລາວ, ສ້າງຄວາມເຂັ້ມແຂງໃຫ້ແກ່ລົດໄຟຈີນ-ລາວ, ເລັ່ງການພັດທະນາແບບຮອບດ້ານຕາມເສັ້ນທາງລົດໄຟ, ຂະຫຍາຍການຮ່ວມມືໃນດ້ານພະລັງງານ, ກະສິກຳ, ການທ່ອງທ່ຽວ, ການຮ່ວມມືດ້ານກົດໝາຍ ແລະການປະສານງານຫຼາຍຝ່າຍເພື່ອຮ່ວມກັນຮັກສາສະຖານະການສະຫງົບ ແລະການພັດທະນາຂອງພາກພື້ນ.
ໃນການສໍາມະນາຄັ້ງນີ້, ມີຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນສໍາຄັນຂອງພັກ, ລັດ ແລະເອກະຊົນຂອງລາວໄດ້ຂຶ້ນກ່າວໃນຫຼາຍຫົວຂໍ້ເຊັ່ນ: ການຫັນເປັນທັນສະໄໝແບບຈີນ ແລະການພັດທະ ນາດ້ວຍຄຸນນະພາບສູງຂອງຈີນ, ສາຍພົວພັນລະຫວ່າງພັກກັບປະຊາຊົນ, ວຽກງານການຕ່າງປະເທດ, ການພັດທະນາເຕັກໂນໂລຊີ ກໍຄື AI ຂອງ ຈີນ, ການພົວພັນ ແລະການຮ່ວມມືຂອງແຂວງຫຼວງພະບາງ ແລະແຂວງຫຼວງນໍ້າທາກັບ ສປ ຈີນ, ນອກນັ້ນຍັງມີການຖາມຕອບລະຫວ່າງນັກເສວະນາ ແລະຜູ້ເຂົ້າຮ່ວມ.
ທີ່ມາ: CMG







