ຈາກບັນຫາທີ່ສັງຄົມໃຫ້ຄວາມສົນໃຈຫລາຍກ່ຽວກັບການ ສ້າງຈຸດຂຶ້ນ-ລົງລົດເມດ່ວນ BRT ຢູ່ຕາມເສັ້ນທາງ ທີ່ນອນໃນໂຄງການດັ່ງກ່າວວ່າ: ເມື່ອສ້າງສໍາເລັດແລ້ວຈະເຮັດໃຫ້ທາງແຄບ ແລະ ການສັນຈອນຂອງພາຫະນະມີຄວາມຫຍຸ້ງຍາກ.
ຕໍ່ບັນຫານີ້, ທ່ານ ຄໍາພັນ ວັນທະນາ, ຫົວໜ້າໂຄງການຂົນ ສົ່ງແບບຍືນຍົງໃນຕົວເມືອງນະຄອນຫລວງວຽງຈັນ ໄດ້ຊີ້ແຈງຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ ເມື່ອບໍ່ດົນມານີ້ວ່າ: ອີງຕາມແບບກໍ່ສ້າງທາງລົດເມດ່ວນ BRT ແມ່ນຈະມີການຂະຫຍາຍຂອບທາງອອກຕື່ມອີກຫລາຍສົມຄວນ ເພື່ອໃຫ້ລົດ ສາມາດສັນຈອນໄປ-ມາ ໄດ້ຢ່າງສະດວກສະບາຍ ໂດຍສະເພາະ ແມ່ນເຂດທີ່ມີສະຖານີ ຂຶ້ນ-ລົງ ລົດເມ. ແຕ່ຍ້ອນ ສປປ ລາວ ໄດ້ ຮັບກຽດເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນໃນຕົ້ນເດືອນຕຸລາ 2024 ແລະ ກອງປະຊຸມອື່ນໆ ທີ່ປິ່ນອ້ອມ ຈິ່ງບໍ່ສາ ມາດຂະຫຍາຍຂອບທາງໄດ້ໃນຕອນນີ້. ສະນັ້ນ ອີງໃສ່ທິດຊີ້ນໍາ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງນະ ຄອນຫລວງວຽງຈັນ, ໂຄງການ ຈິ່ງແນະນຳໃຫ້ບໍລິສັດຜູ້ຮັບເໝົາ ເລັ່ງໃສ່ກໍ່ສ້າງຮາກຖານໂຄງສ້າງຂອງແຕ່ລະຈຸດຂຶ້ນ-ລົງລົດເມກ່ອນ ເພື່ອບໍ່ໃຫ້ວຽກຢຸດສະງັກ ໂດຍມີການແບ່ງເຂດກໍ່ສ້າງຢ່າງລະອຽດເພື່ອບໍ່ໃຫ້ກະທົບຕໍ່ການສັນຈອນໄປ-ມາ ໃນໄລຍະທີ່ຈະຈັດກອງປະຊຸມສໍາຄັນດັ່ງກ່າວ.
ທ່ານຢືນຢັນຕື່ມວ່າ: ພາຍຫລັງທີ່ ສປປ ລາວ ສໍາເລັດການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນໃນເດືອນຕຸລາ ທີ່ຈະມາເຖີງນີ້, ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນ ຫລວງວຽງຈັນ ຈະສຸມໃສ່ຈັດຕັ້ງປະຕິບັດວຽກງານຂອງຕົນຢ່າງເຕັມທີ່ ນັ້ນກໍຄື ການສ້າງຈຸດຂຶ້ນ-ລົງ ລົດເມດ່ວນ BRT ທັງ ໝົດ, ລວມເຖີງການຂະຫຍາຍຂອບທາງຢູ່ແຕ່ລະຈຸດເພື່ອບໍ່ໃຫ້ທາງແຄບ ແລະ ຮັບປະກັນໃຫ້ການສັນຈອນໄປ-ມາຂອງພາຫະນະຕ່າງໆ ມີຄວາມສະດວກສະບາຍທີ່ສຸດ. ທາງດ້ານຄວາມປອດໄພ ສຳລັບຄົນຍ່າງຂ້າມທາງມານຳໃຊ້ລົດເມ BRT, ໂຄງການ ໄດ້ອອກ ແບບກໍ່ສ້າງສິ່ງອຳນວຍຄວາມສະດວກ ເປັນຕົ້ນແມ່ນ ປ້າຍເຕືອນ, ເສັ້ນລູກລະນາດ, ຄື້ນຫຼຸດຄວາມໄວ. ນອກຈາກນີ້, ໂຄງການກໍມີແຜນຈະກໍ່ສ້າງຂົວຂ້າມທາງ ສຳລັບຄົນຍ່າງ ເພື່ອເຊື່ອມຕໍ່ໃສ່ສະ ຖານີຂຶ້ນ-ລົງ ລົດເມດ່ວນ BRT ເພື່ອຮັບປະກັນ ຄວາມປອດໄພແກ່ຄົນຍ່າງ ຢູ່ບໍລິເວນສະຖານີ. ປັດຈຸບັນ, ພວມສຶກສາລາຍລະ ອຽດຕ່າງໆ ຮ່ວມກັບພາກສ່ວນກ່ຽວຂ້ອງ.
ຢ່າງໃດກໍຕາມ, ທ່ານໄດ້ຮຽກຮ້ອງມາຍັງສັງຄົມ ກໍຄື ຜູ້ຊົມໃຊ້ພາຫະນະໃນຄອນຫລວງວຽງຈັນ ທີ່ສັນຈອນໄປ-ມາ ຜ່ານຈຸດກໍ່ສ້າງບ່ອນຂຶ້ນ-ລົງລົດເມດ່ວນ BRT ໃຫ້ອົດທົນຮ່ວມກັນ, ທັງເຂົ້າໃຈ ແລະ ໃຫ້ການຮ່ວມມືກັບທາງໂຄງການ ເພາະພາຍຫລັງການຈັດຕັ້ງປະຕິບັດໂຄງການດັ່ງກ່າວສໍາເລັດ ຈະເຮັດໃຫ້ຄົນຫັນ ມາຊົມໃຊ້ລົດເມດ່ວນ BRTໂດຍສານຫລາຍຂຶ້ນ ເຊິ່ງເປັນການຫລຸດຜ່ອນການນໍາໃຊ້ພາຫະນະສ່ວນຕົວໃນການເດີນທາງ ເຊິ່ງເປັນຕົ້ນເຫດສໍາຄັນ ເຮັດໃຫ້ການສັນຈອນຢູ່ນະຄອນຫລວງວຽງ ຈັນ ມີຄວາມແອອັດໃນປັດຈຸບັນ.






