ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈະຈັດງານປະກວດຊາວໜຸ່ມດີເດັ່ນເປັນຄັ້ງທຳອິດໃນລາວ

Apr 2, 2025

ຈະຈັດງານປະກວດຊາວໜຸ່ມດີເດັ່ນເປັນຄັ້ງທຳອິດໃນລາວ
ພິທີຖະແຫຼງຂ່າວງານປະກວດຊາວໜຸ່ມດີເດັ່ນ ພາຍໃຕ້ຫົວຂໍ້ “ຊາວໜຸ່ມຕົວແບບ” ຄັ້ງທໍາອິດຂອງ ສປປ ລາວ ຈັດຂຶ້ນໃນວັນທີ 2 ເມສາ 2025 ທີ່​ສູນ​ກາງ​ຊາວ​ໜຸ່ມ​ ປະ​ຊາ​ຊົນ ​ປະ​ຕິ​ວັດ​ລາວ (ສ​ຊ​​ປ​ລ), ການ​ຈັດ​ງານ​ຄັ້ງ​ນີ້​ໂດຍ​ແມ່ນກົມສື່ມວນຊົນໜຸ່ມລາວ ສ​ຊ​ປ​ລ ແລະ ສະຖານີວິທະຍຸໂທລະພາບສູນກາງຈີນປະຈຳ ສປປ ລາວ ຮ່ວມກັນຈັດຂຶ້ນ.
ທ່ານນາງ ບົວໂຮມ ສົມວິຈິດ ຫົວໜ້າກົມສື່ມວນຊົນໜຸ່ມລາວ ສຊປລ ໄດ້​ກ່າວ​ວ່າ: ການຈັດກິດຈະກໍາຄັ້ງນີ້ເປັນຄັ້ງທໍາອິດຂອງ ສປປ ລາວ ຈະໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ເພື່ອຄັດເລືອກຊາວໜຸ່ມຜູ້ທີ່ມີພອນສະຫວັນ, ມີຫົວຄິດປະດິດສ້າງ ປະກອບສ່ວນຕັ້ງໜ້າໃນການພັດທະນາສັງຄົມ ແລະ ປະເທດຊາດ ​ທັງເປັນຕົວແບບທີ່ໂດດເດັ່ນທີ່ສຸດໃນຂົງເຂດອົງການຈັດຕັ້ງຂອງຕົນຢູ່ໃນທຸກສາຂາອາຊີບ, ເປັນຕົວແທນຂອງຊາວໜຸ່ມລາວ ສາມາດໄປຖ່າຍທອດບົດຮຽນ ແລະ ແບ່ງປັນປະສົບການໃນນາມຊາວໜຸ່ມລາວທີ່ດີເດັ່ນຢູ່ພາຍໃນ ແລະ ຕ່າງປະເທດ.
ທ່ານນາງ ບົວໂຮມ ສົມວິຈິດ ​ກ່າວ​ຕື່ມ​ວ່າ: ໃນວັນທີ 14 ເມສາທີ່ຈະມາເຖິງນີ້ ​ເປັນວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ. ການຈັດກິດຈະກຳຄັດເລືອກ “ຊາວໜຸ່ມຕົວແບບ” ເປັນການປະກອບ ສ່ວນສໍາຄັນໃນການເພີ່ມທະວີຄວາມສາມັກຄີຊາວໜຸ່ມໃນທຸກຂົງເຂດວຽກງານ ແລະ ບົນຈິດໃຈຂອງຊາວໜຸ່ມແຫ່ງຍຸກສະໄໝ. ນອກນັ້ນ, ຍັງເປັນພື້ນຖານໃນການຈັດຕັ້ງປະຕິບັດຕົວຈິງ ແລະ ລົງເລິກການແລກປ່ຽນລະຫວ່າງຊາວໜຸ່ມລາວ-ຈີນ ແລະ ເປັນການປະກອບສ່ວນຢ່າງຕັ້ງໜ້າໃນການຜັນຂະຫຍາຍເນື້ອໃນຄູ່ຮ່ວມຊາຕາກຳລາວ-ຈີນໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ກິດຈະກຳນີ້ຈະເປັນເວທີໃຫ້ຊາວໜຸ່ມລາວສະແດງຄວາມຮູ້-ຄວາມສາມາດ, ແລກປ່ຽນບົດຮຽນປະສົບການ ແລະ ຊຸກຍູ້ຊາວໜຸ່ມໃນທຸກຂົງເຂດວຽກງານທີ່ມີຜົນງານດີເດັ່ນ, ຫ້າວຫັນໃນໜ້າທີ່ວຽກງານ, ຊຸກຍູ້ຊ່ວຍເຫຼືອສັງຄົມ ແລະ ສຶກສາອົບຮົມໃຫ້ເປັນຄົນດີໃນທົ່ວສັງຄົມ.
ທ່ານນາງ ແສງ​ແກ້ວ ຫົວໜ້າວິທະຍຸໂທລະພາບສູນກາງຈີນ ປະຈຳ ລາວ ກ່າວວ່າ: ຄະແນນການໂຫວດທາງອອນລາຍ ແລະ ການປະເມີນຈາກຜູ້ຊ່ຽວຊານ, ພາຍຫຼັງກິດຈະກຳ, ຄະນະຮັບຜິດຊອບຈະໄດ້ລົງຖ່າຍທຳສາລະຄະດີສັ້ນກ່ຽວກັບຊາວໜຸ່ມທີ່ໄດ້ຮັບລາງວັນ, ຜະລິດປຶ້ມຕົວແບບຊາວໜຸ່ມ ແລະ ມີແຜນຈັດກອງປະຊຸມຖ່າຍທອດບົດຮຽນໃນໂຮງຮຽນ ແລະ ວິສາຫະກິດ, ເພື່ອຂະຫຍາຍກິດຈະກຳຢ່າງຕໍ່ເນື່ອງ. ໃນຖານະເປັນຂົວຕໍ່ທີ່ສໍາຄັນສໍາລັບການຮ່ວມມືລະຫວ່າງສອງປະເທດຈີນ-ລາວ, ວິທະຍຸໂທລະພາບສູນກາງຈີນ ປະຈໍາ ລາວ ຈະອອກແຮງຊຸກຍູ້ສົ່ງເສີມການແລກປ່ຽນ ແລະ ການຮຽນຮູ້ຊຶ່ງກັນ ແລະ ກັນລະຫວ່າງປະຊາຊົນສອງປະເທດ ໂດຍສະເພາະວຽກງານຊາວໜຸ່ມ. ງານປະກວດຊາວໜຸ່ມດີເດັ່ນຄັ້ງນີ້ ສະແດງໃຫ້ເຫັນເລື່ອງລາວຜົນງານ, ການຕໍ່ສູ້ຊີວິດ, ຄວາມອົດທົນພະຍາຍາມ, ຊາວໜຸ່ມຕາມຍຸກສະໄໝໂດຍຜ່ານສື່ໂຄສະນາຫຼາຍຊ່ອງທາງ ແລະ ຫຼາຍຮູບແບບ, ເພື່ອສ້າງຂົວຕໍ່ແຫ່ງການສື່ສານ, ສໍາລັບຊາວໜຸ່ມຂອງສອງປະເທດ ແລະ ສ້າງບາດກ້າວໃໝ່ໃຫ້ກັບການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ. ວິທະຍຸໂທລະພາບສູນກາງຈີນປະຈຳ ສປປ ລາວ ຈະນໍາໃຊ້ທ່າແຮງຂອງຕົນໃນການເຜີຍແຜ່ຜ່ານສື່ໂຄສະນາໂດຍສະເພາະໂທລະພາບ, ວິທະຍຸ, ອິນເຕີເນັດ ແລະ ສື່ສັງຄົມອອນລາຍຕ່າງໆ ເພື່ອລາຍງານຄວາມຄືບໜ້າກິດຈະກຳຢ່າງຮອບດ້ານ ແລະ ເສີມຂະຫຍາຍບົດບາດກິດຈະກຳໃຫ້ກວ້າງຂວາງ, ງານປະກວດດັ່ງກ່າວໄດ້ເປີດຮັບສະໝັກຊາວໜຸ່ມລາວຜູ້ທີ່ມີອາຍຸລະຫວ່າງ 15-35 ປີ. ຜູ້ສະໝັກສາມາດເຂົ້າຮ່ວມການປະກວດໂດຍຜ່ານການອະນຸມັດຈາກອົງການຈັດຕັ້ງຂອງຕົນ ແລະ ປະຕິບັດໃຫ້ຖືກຕ້ອງຕາມລະບຽບຫຼັກການ. ການຄັດເລືອກຈະໄດ້ແບ່ງອອກເປັນ 2 ຂັ້ນຕອນຄື: ການຄັດເລືອກຮອບທີໜຶ່ງ, ຮອບທີສອງ ແລະ ຮອບສຸດທ້າຍ ຈະຄັດເລືອກອອກມາ “ຊາວໜຸ່ມຕົວແບບ” 10 ຄົນ ແລະ ຈະຈັດພິທີມອບລາງວັນຢ່າງຍິ່ງໃຫຍ່ທີ່ຫໍວັດທະນະທໍາແຫ່ງຊາດລາວໃນຕົ້ນເດືອນມິຖຸນານີ້.
ທ່ານນາງ ແສງ​ແກ້ວ ​ກ່າວ​ຕື່ມວ່າ: ຄະນະຈັດງານ ຍັງໄດ້ປະກາດຕາຕະລາງເວລາໃນການຈັດກິດຈະກຳ ຄາດວ່າຈະເປີດຮັບສະໝັກຜູ້ເຂົ້າປະກວດໃນທົ່ວປະເທດນັບແຕ່ມື້ຖະແຫຼງຂ່າວຈົນຮອດວັນທີ 20 ເມສາ, ການຄັດເລືອກຮອບທີ 1 ຈະສຳເລັດໃນວັນທີ 24 ເມສາແມ່ນຄັດເລືອກເອົາ 30 ຄົນເຂົ້າຮອບທີ 2, ແລ້ວເປີດການໂຫວດອອນລາຍຕັ້ງແຕ່ວັນທີ 25 ເມສາ ຫາ ວັນທີ 4 ພຶດສະພາ, ຫຼັງຈາກນັ້ນ, ໃນວັນທີ 5-7 ພຶດສະພາ ຄະນະຮັບຜິດຊອບຈະຄັດເລືອກຜູ້ຊະນະຂັ້ນສຸດທ້າຍໂດຍຜ່ານປະສົມປະສານຄະແນນການໂຫວດທາງອອນລາຍ ແລະ ການປະເມີນຈາກຜູ້ຊ່ຽວ​ຊານ.
ຂ່າວ-ພາບ: ບຸນ​ອູ້ມ