ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈະຈັດງານເທສະການອາຫານເຜົ່າ ແລະ ດື່ມນ້ຳຊາ ເພື່ອສົ່ງເສີມປີທ່ອງທ່ຽວແຂວງຜົ້ງສາລີ

Mar 15, 2024

ແຂວງຜົ້ງສາລີ ກຽມຈັດປີທ່ອງທ່ຽວລາວ 2024 ໂດຍກໍາກຳນົດເອົາເທສະການອາຫານເຜົ່າ ແລະ ດື່ມນ້ຳຊາ ເປັນກິດຈະກໍາລະດັບແຂວງ ເພື່ອສົ່ງເສີມປີທ່ອງລາວ 2024 ແມ່ນຈະຈັດຂຶ້ນໃນເດືອນ ພະຈິກ 2024 ນີ້.
ທ່ານ ສົມຕຸ້ຍ ພົມມະວົງໄຊ ຮອງຫົວໜ້າພະແນກຖະແຫຼງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຜົ້ງສາລີ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງຜົ້ງສາລີ ໃຫ້ຮູ້ວ່າ: ພາຍໃນງານຈະມີຫລາຍກິດຈະກໍາທີ່ຈະຈັດຂຶ້ນໃນເທດສະການດັ່ງກ່າວເປັນຕົ້ນແມ່ນ: ກິດຈະກຳປະກວດອາຫານເຜົ່າ, ປະກວດການຊົງຊາ, ການປະກວດນາງງາມຊົນເຜົ່າ, ການວາງສະແດງອາຫານຂອງບັນດາເຜົ່າ, ວາງສະແດງສີນຄ້າຜະລິດຕະພັນຊາ ແລະ ສິນຄ້າໂອດ໋ອບຂອງແຂວງ, ການສະແດງສີລະປະວັນນະຄະດີ ແລະ ອື່ນໆ.
ທ່ານຍັງໄດ້ໃຫ້ຮູ້ຕື່ມວ່າ ນອກຈາກກິດຈະກຳປີທ່ອງທ່ຽວລະດັບແຂວງແລ້ວ ແຂວງຜົ້ງສາລີຍັງມີຫຼາຍກິດຈະກຳປີທ່ອງ ທ່ຽວລະດັບເມືອງ ຮອດປະຈຸບັນໄດ້ຈັດຕັ້ງປະຕິບັດສຳເລັດໄປແລ້ວ 2 ກິດຈະກໍາຢູ່ເມືອງບຸນເໜືອ ແລະ ເມືອງບຸນໃຕ້ ແລະ ໃນເວລາອັນໃກ້ນີ້ ກໍຈະມີກິດຈະກຳປີທ່ອງທ່ຽວຂອງເມືອງຍອດອູ ເຊິ່ງແມ່ນພິທີເປີດປີທ່ອງທ່ຽວ 2024 ຂອງເມືອງຍອດອູ ຕິດ ພັນກັບບຸນທານພະທາດອົງໄຫຈະຈັດຂຶ້ນໃນລະຫວ່າງວັນທີ 23-24 ມີນາ 2024 ແລະ ຈະມີຫຼາຍກິດຈະກຳເຊັ່ນ: ງານສະຫຼອງທານພະທາດອົງໄຫ, ງານວາງສະແດງສີນຄ້າ, ການສະແດງສີລະປະວັນນະຄະດີ ແລະ ອື່ນໆ.
ທີ່ມາ: ວິທະຍຸ – ໂທລະພາບ ແຂວງຜົ້ງສາລີ