ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພິທີເຊັນສັນຍາການສະໜອງທຶນສໍາລັບໂຄງການ ອະນຸລັກຊ້າງປ່າ ແລະ ໄມ້ຮິ້ງຊໍາລະຫວ່າງ ກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ບໍລິສັດນໍ້າເທີນ 2 ຈໍາກັດ ຈັດຂຶ້ນໃນວັນທີ 31 ພຶດສະພານີ້ ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້, ມີທ່ານ ນາງ ບົວກາ ແກ້ວມະນີ ເຈົ້າເມືອງໆນາກາຍ ແຂວງ ຄໍາມ່ວນ ແລະ ທ່ານ ມາກ ອານຕ໋ວນ ( Marc Antoine Rupp ), ຫົວໜ້າ ຮອງຫົວໜ້າພະແນກ ແລະ ຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຈາກກົມປ່າໄມ້, ເມືອງນາກາຍ ແລະ ບໍລິ ສັດໄຟຟ້ານໍ້າເທີນ 2 ຈໍາກັດ.
ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ມີຄໍາເຫັນວ່າ: ພັກ ແລະ ລັດກໍ່ຄືກະຊວງກະ ສິກຳ ແລະ ປ່າໄມ້ ຍາມໄດກໍ່ມີຄວາມພະຍາ ຍາມ ເພື່ອຄຸ້ມຄອງ, ປົກປັກຮັກສາ ແລະ ອະນຸລັກຊ້າງອັນພົ້ນເດັ່ນໄດ້ມີແຜນດຳ ເນີນງານຄຸ້ມຄອງຊ້າງແຫ່ງຊາດແຕ່ປີ 2022 ຫາ 2032 ທີ່ທາງລັດຖະມົນຕີ ກະ ຊວງກະສິກຳ ແລະ ປ່າໄມ້ ຫາກໍ່ອະນຸ ມັດໄປໃນທ້າຍປີກາຍນີ້ ເພື່ອເປັນເຄື່ອງມືໃນການຄຸ້ມຄອງ, ອະນຸລັກ ແລະ ປົກປັກຮັກສາ ຊ້າງຢູ່ລາວ ໃຫ້ມີຄວາມຍືນຍົງ ແລະ ເພື່ອຄຸ້ມຄອງ, ປົກປັກຮັກສາ ແລະ ອະນຸລັກຊ້າງ ແລະ ຟື້ນຟູໄມ້ຮີ້ງຊຳ ໃນເຂດພັດນາອ່າງຮັບນ້ຳຂອງເຂື່ອນໄຟຟ້ານໍ້າເທີນ 2, ກົມປ່າໄມ້ ໄດ້ຮ່ວມກັບບໍລິສັດໄຟຟ້ານ້ຳເທີ 2 ເພື່ອສ້າງບົດບັນທຶກຂໍ້ຕົກລົງ MOA ໂຄງການຄຸ້ມຄອງຊ້າງອາຊີ ແລະ ການຟື້ນຟູໄມ້ຮີ້ງຊໍາ ໂດຍປະຕິບັດຕາມສັນຍາສຳປະທານ ທີ່ທາງບໍລິສັດໄຟຟ້ານ້ຳເທີນ2 ໄດ້ມີພັນທະໃນການຄຸ້ມຄອງຊ້າງອາຊີ ແລະ ການຟື້ນຟູໄມ້ຮິ້ງຊຳ ໃນເຂດພື້ນທີ່ຖືກຜົນກະທົບໃນການກໍ່ສ້າງເຂື່ອນໄຟຟ້ານໍ້າເທີນ2, ໂຄງການນີ້ໄດ້ລິເລີ່ມຕັ້ງແຕ່ມື້ອະນຸມັດໃນການດຳເນີນກໍ່ສ້າງເຂື່ອນໄຟຟ້ານໍ້າເທີນ2 ເປັນຕົ້ນມາ. ໃນສັນຍາສໍາປະທານສະບັບດັ່ງກ່າວນັ້ນທາງບໍລິສັດໄຟຟ້ານໍ້າເທີນ 2 ແມ່ນເປັນຜູ້ຮັບຜິດຊອບຕາມພາລະບົດບາດຂອງຕົນ, ສະນັ້ນ ທາງບໍລິສັດໄຟຟ້ານໍ້າເທີນ 2 ຈຶ່ງສະເໜີມອບໂອນວຽກຄຸ້ມຄອງຊ້າງອາຊີການຟື້ນຟູໄມ້ຮິ້ງຊໍາໃຫ້ ກົມປ່າໄມ້ເປັນເຈົ້າການໃນການຈັດຕັ້ງປະຕິບັດ. ເຊຶ່ງມີໄລຍະເວລາ 5 ປີ ເລີ່ມແຕ່ປີ 2023 ຫາ 2027, ງົບປະມານທັງໝົດ 250.000 ໂດລາສະຫະລັດ ຫລື ປະມານ 4 ຕື້ 250 ລ້ານກວ່າກີບຕໍ່ປີ ສັນຍາອາດສາມາດຂະຫຍາຍເພີ່ມຈົນຮອດທ້າຍປິ 2035 ຕາມໄລຍະເວລາຂອງການສໍາປະທານຂອງບໍລິສັດໄຟຟ້ານໍ້າເທີນ2 ໂດຍອີງຕາມການເຫັນດີຈາກທັງສອງຄູ່ຮ່ວມມືກັນລະຫວ່າງກົມປ່າໄມ້ ແລະ ບໍລິສັດໄຟຟ້ານໍ້າເທີນ2. ທີ່ເຮັດບົດບັນທຶກຂໍ້ຕົກລົງຮ່ວມກັນ ຫລື MOA.
ຫົວໜ້າກົມ ປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ມີຄໍາເຫັນຕື່ມວ່າ: ອຸທິຍານແຫ່ງຊາດນາກາຍ-ນໍ້າເທີນແມ່ນໜຶ່ງໃນອຸທິຍານແຫ່ງຊາດທີ່ມີຈໍານວນປະຊາກອນຊ້າງຫລາຍທີ່ສຸດໃນລາວ. ຜົນການສໍາຫລວດໃນໄລຍະ 2004 ສະແດງໃຫ້ເຫັນວ່າ: ປະຊາກອນຊ້າງມີປະມານ 132 ໂຕ ແລະ ປັດຈຸບັນອາດມີຈໍານວນເພີ່ມຂຶ້ນຫລາຍ. ນອກນີ້ ເຂດພູພຽງນາກາຍ ຍັງມີຄວາມຫຼາກຫຼາຍຂອງຊະນິດພັນສັດປ່າ ແລະ ພືດປ່າທີ່ຫາຍາກ ໂດຍສະເພາະແມ່ນຊ້າງ ແລະ ໄມ້ຮີ້ງຊຳ. ພາຍຫຼັງ ທີ່ໄດ້ມີການພັດທະນາອ່າງນໍ້າເທີນ 2 ໃນການກໍ່ສ້າງເຂື່ອນໄຟຟ້າ ແລະ ລະດັບນໍ້າທີ່ສູງຂຶ້ນເຮັດໃຫ້ຊະນິດພັນພືດທີ່ຫາຍາກຖືກນໍ້າຖ້ວມ ແລະ ສັດປ່າລວມທັງຊ້າງປ່າຕ້ອງໄດ້ເຄື່ອນຍ້າຍເພື່ອຊອກຫາແຫຼ່ງອາຫານໃນພື້ນທີ່ໃໝ່ທີ່ເປັນພື້ນທີ່ທຳການຜະລິດຂອງປະຊາຊົນ ເຮັດໃຫ້ເກີດມີມັນຫາຂໍ້ຂັດແຍ່ງລະຫວ່າງຄົນກັບຊ້າງ ເປັນຂອບເຂດກວ້າງຈາກພູພຽງນາກາຍໄປຍັງທົ່ງພຽງຍົມມະລາດ ແລະ ເຊື່ອມຕໍ່ໄປໃສ່ປ່າສະຫງວນແຫ່ງຊາດພູຊ້າງແຫ່ ແຂວງ ສະຫວັນນະເຂດ.%
ຂຽນໂດຍ: ບຸນຍັງ ພຸດສະຫວັດ