ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈະນຳໃຊ້ທຶນຫລາຍກວ່າ 145 ຕື້ກີບ ເພື່ອປັບປຸງພັດທະນາ ສະໜາມບິນລ້ອງແຈ້ງ

Feb 20, 2025

ວັນທີ 19 ກຸມພາ 2025 ນີ້, ແຂວງໄຊສົມບູນ ຈັດກອງປະຊຸມປຶກສາຫາລື ກ່ຽວກັບການພັດທະນາສະໜາມບິນເກົ່າ ຢູ່ເມືອງລ້ອງແຈ້ງ ຄືນໃໝ່ ເພື່ອຮັບໃຊ້ວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ແລະ ສັງຄົມ, ໂດຍການເປັນປະທານຂອງ ທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ, ມີ ພົຕ ຄຳເຫລັກ ແສງພະຈັນ ຜູ້ບັນຊາການທະຫານອາກາດ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ພົຕ ຄຳເຫລັກ ແສງພະຈັນ ຜູ້ບັນຊາການທະຫານອາກາດ ໃຫ້ຮູ້ວ່າ: ຜ່ານການລົງເກັບກໍາຂໍ້ມູນຕົວຈິງຢູ່ເດີ່ນບິນເກົ່າລ້ອງແຈ້ງ ແລະ ຄິດໄລ່ມູນຄ່າການປັບປຸງຟື້ນຟູເດີ່ນບິນແລ້ວ ຈະໄດ້ນຳໃຊ້ງົບປະມານໃນການປັບປຸງ ເປັນມູນຄ່າຫລາຍກວ່າ 145 ຕື້ກີບ ແລະ ກອງບັນຊາການທະຫານອາກາດ ກະຊວງປ້ອງກັນປະເທດ ໄດ້ລົງນາມໃນສັນຍາຮັບເໝົາໂຄງການກໍ່ສ້າງປັບປຸງສະໜາມບິນ ແລະ ທາງເວັ້ນສະໜາມບິນ ກັບບໍລິສັດ ບຸຜາພັດທະນາກໍ່ສ້າງເຄຫາສະຖານ, ຂົວທາງ ແລະ ສໍາຫລວດ-ອອກແບບ ຈໍາກັດຜູ້ດຽວ ເປັນທີ່ຮຽບຮ້ອຍແລ້ວ.
ການປັບປຸງຟື້ນຟູສະໜາມບິນເກົ່າລ້ອງແຈ້ງຄັ້ງນີ້ ກະຊວງ ປ້ອງກັນປະເທດ ແລະ ບໍລິສັດທີ່ຮ່ວມທຶນ ໄດ້ສະເໜີໃຫ້ທາງແຂວງ ຄົ້ນຄວ້າແຕ່ງຕັ້ງຄະນະຮັບຜິດຊອບຂັ້ນແຂວງ ເພື່ອປະສານສົມທົບກັບທາງຄະນະຮັບຜິດຊອບກະຊວງປ້ອງກັນ ປະເທດ ໃນການລົງກຳກັບຂໍ້ມູນຂອງປະຊາຊົນ ທີ່ອາໄສຢູ່ໃນຂອບເຂດດັ່ງກ່າວໃຫ້ລະອຽດຈະແຈ້ງ ເພື່ອໄກ່ເກ່ຍຊົດເຊີຍໃຫ້ແກ່ຄອບຄົວປະຊາຊົນ ແລະ ການຍົກຍ້າຍຈັດສັນໃຫ້ເໝາະສົມ ເພື່ອຈະເຮັດໃຫ້ການປັບປຸງຟື້ນຟູເດີ່ນບິນດັ່ງກ່າວ ໄດ້ຈັດຕັ້ງປະຕິບັດໃຫ້ສຳເລັດຕາມແຜນການທີ່ໄດ້ວາງໄວ້.
ຜ່ານການປຶກສາຫາລືໃນຄັ້ງນີ້ ແຂວງໄຊສົມບູນ ເຫັນດີກ່ຽວ ກັບການປັບປຸງຟື້ນຟູເດີ່ນບິນດັ່ງກ່າວ ແລະ ມອບໃຫ້ທາງບັນດາພະແນກການທີ່ກ່ຽວຂ້ອງ ຮີບຮ້ອນຄົ້ນຄວ້າແຕ່ງຕັ້ງຄະນະຮັບ ຜິດຊອບຂັ້ນແຂວງ ແລະ ປະສານສົມທົບກັບພະແນກແຜນການ ແລະ ການລົງທຶນ ແຂວງ, ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ, ພະແນກການເງິນ ແຂວງ ເພື່ອຄົ້ນຄວ້າແຜນງົບປະມານໃນໂຄງການປັບປຸງພັດທະນາເດີ່ນບິນເກົ່າລ້ອງແຈ້ງ ໃຫ້ໄດ້ລົງມືຈັດຕັ້ງປະຕິບັດໃຫ້ສຳເລັດຕາມແຜນການ ເພື່ອຮັບໃຊ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ສັງຄົມຢ່າງເປັນປົກກະຕິ.
ທີ່ມາ: ຈົດໝາຍຂ່າວໄຊສົມບູນ