ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈະປັບປຸງທາງຂ້າງສະໜາມບິນສາກົນວັດໄຕ ໃນວັນທີ 15 ພຶດສະພານີ້

May 15, 2024

ທ່ານ ອຳຄາ ວົງພະຈັນ ຫົວໜ້າຂະແໜງຂົວທາງ ພະແນກໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ນະຄອນຫລວງວຽງຈັນ ແຈ້ງມາຍັງປະຊາຊົນຜູ້ໃຊ້ລົດໃຊ້ຖະໜົນວ່າ: ໂຄງການປັບປຸງທາງອາຊຽນ ສັນຍາກໍ່ສ້າງທາງຂ້າງສະໜາມບິນສາກົນວັດໄຕ ຜູ້ຮັບເໝົາມີແຜນລົງມືປັບປຸງໃນວັນທີ 15 ພຶດສະພານີ້ ໂດຍມີຈຸດເລີ່ມຕົ້ນນັບຈາກໄຟແດງເຂົ້າສະໜາມບິນສາກົນວັດໄຕ.
ດັ່ງນັ້ນ, ຖ້າຫາກຜູ້ໃດສັນຈອນຜ່ານເສັ້ນທາງດັ່ງກ່າວ ຂໍຄວາມຮ່ວມມືໃຫ້ນໍາໃຊ້ເສັ້ນທາງສາຍອື່ນເພື່ອຄວາມສະດວກໃນການ ປັບປຸງເສັ້ນທາງໃຫ້ສຳເລັດໂດຍໄວ.
ປັດຈຸບັນ, ກຳລັງລົງມືກໍ່ສ້າງເສັ້ນທາງຫຼັງບ້ານພັກຊີເກມ ບ້ານໜອງວຽງຄໍາ ຫານາທົ່ມ ເມືອງໄຊທານີ ນະຄອນຫຼວງວຽງຈັນ.