ເຈົ້າໜ້າທີ່ຕໍາຫລວດຈະລາຈອນຈາກ 3 ຕົວເມືອງໃນຂອງນະຄອນຫລວງວຽງຈັນ ຄື: ສີໂຄດຕະບອງ, ຈັນທະບູລີ ແລະ ສີສັດຕະນາກ ແລະ ພາກສ່ວນກ່ຽວຂ້ອງ ເກືອບຮ້ອຍຄົນ ໄດ້ຮັບການຝຶກອົບຮົບ ເພື່ອກຽມຄວາມພ້ອມໃນການປັບປ່ຽນທິດເສັ້ນທາງການສັນຈອນໃນຕົວເມືອງນະຄອນຫລວງວຽງຈັນ ພາຍໃຕ້ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫລວງວຽງຈັນ (BRT) ເຊິ່ງຈັດຂຶ້ນໃນລະຫວ່າງວັນ ທີ 4-5 ເມສາ 2024 ທີ່ໂຮມແຮມດອນຈັນພາເລດ, ນະຄອນຫລວງວຽງຈັນ ພາຍໃຕ້ການ ເປັນປະທານຂອງ ທ່ານ ບຸນຍະວັດ ນີຣະໄຊຍ໌, ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ.
ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ເພື່ອແນໃສ່ໃຫ້ເຈົ້າໜ້າທີ່ທຸກຄົນເຂົ້າໃຈເນື້ອໃນ ແລະ ຄວາມເປັນເອກະພາບກ່ຽວກັບຮູບແບບ, ວິທີການ ແລະ ຂັ້ນຕອນການຈັດຕັ້ງປະຕິບັດການປ່ຽນທິດທາງການສັນຈອນ ຕາມແຈ້ງການຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ໃຫ້ມີປະສິດຕິຜົນ ເຊິ່ງຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານ, ການນໍາສະເໜີແຜນຄຸ້ມຄອງການສັນຈອນ ແລະ ຄາດໝາຍຈັດຕັ້ງປະຕິບັດໃນຕໍ່ໜ້າ.
ທ່ານ ບຸນຍະວັດ ນີຣະໄຊຍ໌ ກ່າວວ່າ: ການຝຶກອົບຮົມຄັ້ງນີ້ ຖືເປັນຂີດໝາຍອັນສໍາຄັນທີ່ສຸດ ເພື່ອກະກຽມປັບປ່ຽນລະບົບການຈະລາຈອນຄືນໃໝ່ ແລະ ກຽມພ້ອມສໍາລັບການປ່ຽນໂສມໜ້າໃໝ່ ຂອງນະຄອນຫຼວງວຽງຈັນ. ພາຍຫຼັງການຝຶກອົບຮົມໃນຄັ້ງນີ້ ເຈົ້າໜ້າກ່ຽວຂ້ອງ ກໍຄື ທຸກຄົນທີ່ເຂົ້າຮ່ວມ ຕ້ອງເຂົ້າໃຈດ້ວຍຄວາມເປັນເອກະພາບ, ສາມາດອະທິບາຍໃຫ້ຄອບຄົວ ແລະ ສັງຄົມ ໄດ້ຢ່າງຖືກຕ້ອງ ເພື່ອບໍ່ໃຫ້ມີຫາງສຽງຈົ່ມວ່າຂອງປະຊາຊົນ.
ສໍາລັບແຈ້ງການຂອງເຈົ້າຄອງນະຄອນຫລວງວຽງຈັນ ສະບັບລົງວັນທີ 27 ກັນຍາ ກ່ຽວກັບການປ່ຽນທິດທາງການສັນຈອນ ຢູ່ໃນຕົວເມືອງນະຄອນຫຼວງວຽງຈັນ ຊຶ່ງເປັນແຈ້ງການສະບັບທຳອິດ ທີ່ຜັນຂະຫຍາຍແຜນຄຸ້ມຄອງການສັນຈອນ ແລະ ເປັນຂີດໝາຍສໍາຄັນນໍາພາໃຫ້ມີການຝຶກອົບຮົມເຈົ້າໜ້າທີ່ຕຳຫຼວດຈະລາຈອນໃນຄັ້ງນີ້. ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນະຄອນຫຼວງວຽງຈັນ ປະກອບດ້ວຍ 5 ໜ້າວຽກໃຫຍ່ ຄື: 1) ສ້າງຕັ້ງໜ່ວຍງານຄຸ້ມຄອງການຂົນສົ່ງໃນຕົວເມືອງ; 2) ປັບປຸງຂອດບໍລິການຂົນສົ່ງສາທາລະນະ ແລະ ລະບົບລົດເມ BRT; 3) ລະບົບຄຸ້ມຄອງການ ສັນຈອນ; 4) ການຈັດສັນບ່ອນຈອດລົດ ແລະ 5) ການຂົນສົ່ງບໍ່ມີເຄື່ອງຈັກ (non-motorized transit).
ແຜນຄຸ້ມຄອງການສັນຈອນ ສ້າງຂຶ້ນເພື່ອຮອງຮັບການພັດທະນາລະບົບຂົນສົ່ງລົດເມ BRT ແລະ ການສ້າງສະຖານີໃຫຍ່ (Transit Mall) ຢູ່ຖະໜົນເສດຖາທິຣາດ ເລີ່ມແຕ່ສາມແຍກ ໄຟແດງຂຸນບູລົມ (ວັດອິນແປງ) ເຖິງຮ້ານອາຫານຂອບໃຈເດີ ໄລຍະທາງ 600 ແມັດ. ດ້ວຍເຫດນັ້ນ, ການສັນຈອນໃນເຂດເມືອງ ສີໂຄດຕະບອງ, ຈັນທະບູລີ ແລະ ສີສັດຕະນາກ ທັງໝົດ 9 ເສັ້ນທາງຕົ້ນຕໍ ຈິ່ງຕ້ອງໄດ້ມີການປັບປ່ຽນທິດທາງການສັນຈອນຮັບປະກັນຄວາມໂລ່ງລຽນ ແລະປອດໄພ.
ສໍາລັບ 9 ເສັ້ນທາງທີ່ມີການປ່ຽນແປງທິດທາງສັນຈອນໃໝ່ ລວມມີ:
– ເສັ້ນທາງແຄມຂອງ ຈາກສີ່ແຍກປາກປ່າສັກ ຮອດ ທາດຂາວ
– ຖະໜົນເຈົ້າຟ້າງຸ່ມ ຈາກ ສີ່ແຍກປາກປ່າສັກ ຮອດ ທາດຂາວ
– ຖະໜົນສີຖານ ຈາກ ຈາກຖະໜົນເສດຖາທິຣາດ ຮອດ ສີ່ແຍກປາກປ່າສັກ
– ຖະໜົນຂຸນບູລົມ ຈາກ ວົງວຽນແຄມຂອງ ຮອດ ຖະໜົນສາມແສນໄທ
– ຖະໜົນເຈົ້າອານຸ ຈາກ ຖະໜົນຂຸນບູລົມ ຮອດ ເຈົ້າຟ້າງຸ່ມ
– ຖະໜົນຟຣານຊິສອິນ ຈາກ ເຈົ້າຟ້າງຸ່ມ ຮອດ ຖະໜົນເສດຖາທິຣາດ
– ຖະໜົນໜໍ່ແກ້ວຂຸນແມນ ຈາກ ເຈົ້າຟ້າງຸ່ມ ຮອດ ຖະໜົນເສດຖາທິຣາດ
– ຖະໜົມແມ່ນທາທຸຣາດ ຈາກ ເຈົ້າຟ້າງຸ່ມ ຮອດ ຖະໜົນເສດຖາທິຣາດ
– ຖະໜົນຕໍ່ໜ້າສະຖານທູດຝຣັ່ງ ຈາກ ຖະໜົນເສດຖາທິຣາດ ຫາ ຖະໜົນຄູວຽງ
ສຳລັບມື້ເລີ່ມຈັດຈັດຕັ້ງປະຕິບັດປ່ຽນທິດທາງການສັນຈອນນັ້ນ ແມ່ນຍັງບໍ່ທັນໄດ້ກຳນົດເທື່ອ. ປະຈຸບັນ, ພະແນກໂຍທາທິການ ແລະ ຂົນສົ່ງ ພວມຂຸ້ນຂ້ຽວປັບປຸງໂຄງລ່າງເສັ້ນທາງ ເປັນຕົ້ນແມ່ນການປູຢາງອາສະຟານ, ຕິດຕັ້ງປ້າຍ ແລະ ເຄື່ອງໝາຍຈະລາຈອນໃຫ້ສຳເລັດຄົບຊຸດ. ນອກນັ້ນ, ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ ຍັງຈະໄດ້ສົມທົບກັບພະແນກຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ລົງເຜີຍແຜ່ໂຄສະນາໃຫ້ສັງຄົມໄດ້ຮັບຮູ້ຢ່າງທົ່ວເຖິງສາກ່ອນ.
ຂ່າວ: ວສລ
ພາບ: ຢຸພິນ, ປະຊາຊົນ






