ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈະມີ 11 ກິດຈະກໍາສໍາຄັນໃນໂອກາດບຸນອອກພັນສາ ທີ່ໄຊຍະບູລີ

Oct 4, 2024

ການຈັດເທສະການບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະຈຳປີ ພສ 2567 ຄສ 2024 ຢູ່ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ກຳນົດ 11 ກິດຈະກໍາສໍາຄັນ ເພື່ອສືບສານ, ປົກປັກຮັກສາວັດທະນະທໍາ ຮີດຄອງ ປະເພນີອັນດີງາມ ອັນເປັນມູນເຊື້ອທີ່ເປັນເອກະລັກ ທີ່ເຄີຍສືບທອດກັນມາແຕ່ດົນນານ.
ທ່ານ ນາງ ພິລາວັນ ອົງແກ້ວ ຮອງເຈົ້າເມືອງໄຊຍະບູລີ, ປະທານຈັດເທສະການບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະຈຳປີ ພສ 2567 ຄສ 2024 ໃຫ້ຮູ້ວ່າ: ອົງການປົກຄອງເມືອງໄຊຍະບູລີ ຮ່ວມກັບ ນັກທຸລະກິດ, ຜູ້ປະກອບການ, ພໍ່ຄ້າຊາວຂາຍ ແລະ ປະຊາຊົນຊັ້ນຄົນ ບັນດາເຜົ່າ ໄດ້ພ້ອມກັນຫ້າງຫາກະກຽມຄວາມພ້ອມຈັດງານບຸນດັ່ງກ່າວ ໂດຍມີການມອບໝາຍຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນກະກຽມເລີ່ມແຕ່ຕົ້ນເດືອນສິງຫາ ເປັນຕົ້ນມາ.
ປະຈຸບັນການກະກຽມ ຄວາມພ້ອມສຳເລັດເປັນສ່ວນໃຫຍ່. ສໍາລັບງານປີນີ້ ມີ 11 ກິດຈະກຳສໍາຄັນ ຄື: ການແຂ່ງຂັນຊ່ວງເຮືອໄວ ປະເພດເຮືອກູນ ມີ 2 ປະເພດຄື: ເຮືອໄວຊາຍ ແລະ ເຮືອໄວຍິງ. ໃນນີ້, ເຮືອໄວເພດຊາຍມີ 21 ລໍາ, ເພດຍິງມີ 13 ລໍາ, ສໍາລັບນັກສີພາຍແມ່ນກໍານົດເອົາສະເພາະຄົນພາຍໃນເມືອງໄຊຍະບູລີ; ກິດຈະກຳແຂ່ງຂັນເຮືອງາມ; ກິດຈະກໍາແຂ່ງຂັນເຮືອມ່ວນຊື່ນ; ແຂ່ງຂັນເຮືອໄຟທຳມະຊາດ; ແຂ່ງຂັນຕີກອງຫາງ; ແຂ່ງຂັນຈູດບັ້ງໄຟດອກ; ຕະຫລາດ ນັດວາງສະແດງສິນຄ້າ ແລະ ເລາະລາດ; ງານສະແດງຄອນເສີດ, ແຂ່ງຂັນປະກວດນັກຮ້ອງສຽງດີ ແລະ ສິລະປະ ວັນນະຄະດີ; ປະກວດອາຫານພື້ນບ້ານ; ປະກວດນາງສາວງາມ ນາງທິດາເຮືອຊ່ວງ ແລະ ກິດຈະກໍາຕັກບາດ ມື້ອອກ ພັນສາຢູ່ແຕ່ລະວັດ. ສໍາລັບ ການແຂ່ງຂັນນັກຮ້ອງສຽງດີ, ສິລະປະວັນນະຄະດີ, ບັ້ງໄຟດອກ ແມ່ນຈະໄດ້ເປີດ ກວ້າງໃຫ້ບັນດາເມືອງໃນທົ່ວແຂວງໄຊຍະບູລີ ເຂົ້າຮ່ວມແຂ່ງຂັນ
ສໍາລັບງານຄັ້ງນີ້ ແມ່ນຈະເລີ່ມແຕ່ເວລາ 07:30 ໂມງ 30 ນາທີ ຂອງວັນທີ 18 ຕຸລາ 2024 ເປັນຕົ້ນໄປ.
ຂ່າວ-ພາບ: ສົມພົງ ສີສະຫວັດ