ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈະລາຈອນ ເມືອງສາມັກຄີໄຊ ກຽມພ້ອມປ້ອງກັນ ແລະ ສະກັດກັ້ນ ອຸບັດຕິເຫດ ໃນໄລຍະບຸນປີໃໝ່ລາວ

Apr 12, 2024

ຈະລາຈອນ ເມືອງສາມັກຄີໄຊ ກຽມພ້ອມປ້ອງກັນ ແລະ ສະກັດກັ້ນ ອຸບັດຕິເຫດ ໃນໄລຍະບຸນປີໃໝ່ລາວ
ວັນທີ 10 ເມສາ 2024 ພັນຕີ ຄໍາໃບ ແກ້ວພາວົງ ຮອງພະແນກຕໍາຫຼວດ ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງສາມັກຄີໄຊ ແຂວງອັດຕະປື ໃຫ້ສໍາພາດຕໍ່ສື່ມວນຊົນ ກ່ຽວກັບ ການປ້ອງກັນ ແລະ ສະກັດກັ້ນສະພາບການເກີດອຸປະຕິເຫດບົນທ້ອງຖະໜົນ ໃນໄລຍະບຸນປີໃຫມ່ລາວວ່າ: ປັດຈຸບັນທາງເຈົ້າໜ້າ ທີ່ຈະລາຈອນເມືອງສາມັກຄີໄຊໄດ້ລົງເຄື່ອນໄຫວຈັດສັນຄວາມ ເປັນລະບຽບຮຽບຮ້ອຍຕາມສະຖານທີ່ໆມີການຈອດລົດ ແອອັດຢູ່ເສັ້ນທາງຫຼວງ,ທາງຊອຍ, ຈຸດ4 ແຍກໄຟແດງ, ຈຸດ 3ແຍກທີ່ຢູ່ໃນ ຂອບເຂ ຄວາມຮັບຜິດຊອບ, ພ້ອມກັບລົງໂຄສະນາ ເຜີຍແຜລະບຽບກົດຈະລາຈອນ ຢູ່ 12 ໜວດໂຮງຮຽນທົ່ວເມືອງສາມັກຄີໄຊ, ໃນນັ້ນມີນັກຮຽນ ແລະ ຄູ່ອາຈານເຂົ້າຮ່ວມທັງໝົດ 1.182 ຄົນ, ຍິງ 623 ຄົນ.
ພ້ອມກັນນັ້ນ ຍັງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງເຄື່ອນໄຫວໂຄສະນາຕາມສາຍທາງຂອບເຂດເທດສະບານເມືອງຕື່ມອີກ, ເພື່ອເປັນການສ້າງຈິດສໍານຶກໃຫ້ປະຊາຊົນເຂົ້າໃຈເຖິງການໃຊ້ລົດໃຊ້ຖະໜົນໃຫ້ຖືກຕ້ອງຕາມກົດລະບຽບຈະລາຈອນຫຼີກ ຫລ່ຽງການເກີດອຸປະຕິເຫດຕາມເສັ້ນທາງຫຼວງໃນໄລຍະປີໃໝ່ ລາວ.
ສໍາລັບມາດຕະການຕໍ່ຜູ້ທີ່ລະເມີດລະບຽບກົດຈະລາຈອນ ໂດຍສະເພາະຜູ້ທີ່ດື່ມສິ່ງມຶນເມົາ ແລ້ວຂັບຂີ່ລະເມີດບຽບກົດຈະລາຈອນ ເຈົ້າໜ້າທີ່ຈະໄດ້ດໍາເນີນການກັກພາຫະນະ, ພ້ອມຜູ້ຂັບຂີ່ໃວ້ກ່ອນ ແລ້ວແຈ້ງໃຫ້ຍາດຕິພີ່ນ້ອງຂອງນັກຂັບຂີ່ມາຮັບ ຫຼືໃນກໍລະນີຮ້າຍແຮງແມ່ນຈະໄດ້ປະຕິບັດ ຕາມຂັ້ນຕອນຂອງກົດໝາຍຢ່າງເຂັ້ມງວດ.
ພັນຕີ ຄໍາໃບ ແກ້ວພາວົງ ຮອງພະແນກຕໍາຫຼວດ ກອງບັນ ຊາການປ້ອງກັນຄວາມສະຫງົບ ເມືອງສາມັກຄີໄຊ ໄດ້ຮຽກຮ້ອງເຖິງຜູ້ຂັບຂີ່ ແລະ ຜູ້ນໍາໃຊ້ລົດໃຊ້ຖະໜົນ, ຕະຫຼອດຮອດ ພໍ່ແມ່ ປະຊາຊົນ ຂໍໃຫ້ຊ່ວຍກັນ ແລະ ພ້ອມກັນປະຕິບັດ, ເຄົາລົບກົດລະບຽບ ຂອງການສັນຈອນຢ່າງເຂັ້ມງວດ, ພ້ອມນັ້ນ ພໍ່ – ແມ່ ຜູ້ປົກຄອງທຸກທ່ານຊ່ວຍເປັນເຈົ້າການສຶກສາ ອົບຮົມ ລູກຫຼານ ແລະ ຜູ້ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ເຄົາລົບປະຕິບັດກົດລະບຽບຈະລາຈອນດ້ວຍຄວາມເປັນເຈົ້າການສູງ, ເພື່ອຫຼີກລຽງການເກີດອຸປະຕິເຫດທີ່ຈະຕາມມາ ໃນໄລຍະຂອງການສະເຫຼີມສະຫຼອງບຸນປີໃໝ່ຈະມາເຖິງນີ້.
ສໍາລັບໄລຍະການສະເຫຼີມສະຫຼອງປີໃໝ່ລາວ ປີຜ່ານມາ ຢູ່ເມືອງສາມັກຄີໄຊ ມີອຸປະຕິເຫດ ເກີດ ຂື້ນຈໍານວນ 2 ລາຍໃນນັ້ນ :ລົດໃຫຍ່ ຕຳ ລົດຈັກ 1 ລາຍ, ລົດຈັກ ຕຳ ລົດຈັກ 1 ລາຍ, ພາຫະນະເປັເພທັງໝົດ 3 ຄັນ, ເລັກນ້ອຍ 3 ຄັນ, ຄົນໄດ້ຮັບບາດເຈັບທັງໝົດ 5 ຄົນ, ບາດເຈັບເລັກນ້ອຍ 4 ຄົນ, ບາດເຈັບສົມຄວນ 1 ຄົນ, ມູນຄ່າຄວາມເສຍຫາຍທັງໝົດ 2ລ້ານ 5ແສນກີບ.
ຂ່າວ: ວັດທະນາ