ພິທີເຊັນສັນຍາການຮ່ວມມື (MOA) ການພັດທະນາຕະ ຫລາດພະລັງງານສະອາດ ຢູ່ ສປປ ລາວ ລະຫວ່າງ ສະຖາບັນ ຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ (ພບ) ກະຊວງພະລັງງານ ແລະ ບໍ່ແຮ່ ກັບ ບໍລິສັດ Finger Inc ແລະ ບໍລິສັດ CECTE carbon to electric ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້, ໂດຍການລົງນາມ ລະຫວ່າງ ທ່ານ ອານຸສັກ ພົງສະຫວັດ ຫົວໜ້າສະຖາບັນ ຄົ້ນຄວ້າ ພບ ກັບ ທ່ານ ອານ ອິນ ໂຈ ປະທານບໍລິສັດ Finger Inc ແລະ ທ່ານ ພໍຢາງ ປະທານບໍລິສັດ CECTE carbon to electric ໂດຍມີພາກສ່ວນກ່ຽວຂ້ອງ ຂອງທັງສາມຝ່າຍ ເຂົ້າ ຮ່ວມ ເປັນສັກຂີພິຍານ.
ທ່ານ ອານຸສັກ ພົງສະຫວັດ ໄດ້ໃຫ້ຮູ້ວ່າ: ການເຊັນສັນຍາຮ່ວມມືໃນຄັ້ງນີ້, ເພື່ອປະກອບສ່ວນໃຫ້ບັນລຸເປົ້າໝາຍການຜະ ລິດພະລັງງານທີ່ມີຄວາມສະອາດ ແລະ ກ້າວໄປເຖິງກາກບອນ ເປັນ 0 ໃນປີ 2050 ເພື່ອເລີ່ມສຶກສາ ແລະ ເຮັດທົດລອງການຫລຸດຜ່ອນກາກບອນ ຢູ່ໃນຟາມລ້ຽງໝູ ທີ່ມີນໍ້າເສຍ ແລະ ສຶກ ສາ ເບິ່ງຄວາມເປັນໄປໄດ້ທີ່ຈະເອົານໍ້າເສຍຈາກຟາມລ້ຽງໝູ ມາຜະລິດເປັນແກັສຊີວະພາບ, ຜະລິດເປັນພະລັງງານໄຟຟ້າ.
ຄຽງຄູ່ກັນນີ້, ຍັງຈະສຶກສາເບິ່ງທ່າແຮງການປະສົມປະສານ ແຫລ່ງພະລັງງານຈາກໄຟຟ້າແສງຕາເວັນ ເພື່ອມາຮັບໃຊ້ໃນຟາມລ້ຽງໝູ ໃຫ້ສາມາດຫລຸດຜ່ອນກາກບອນ ແລະ ຫລຸດຜ່ອນການນໍາໃຊ້ພະລັງງານ ຈາກລະບົບຕາຂ່າຍໄຟຟ້າ ເພື່ອນໍາໃຊ້ເປັນຂອງຕົນເອງຢູ່ໃນຟາມ.
ທ່ານ ອານຸສັກ ພົງສະຫວັດ ໃຫ້ຮູ້ອີກວ່າ: ຟາມລ້ຽງໝູ ທີ່ຈະເຮັດທົດລອງ ເປັນຟາມລ້ຽງໝູ ທີ່ມີຂະໜາດໃຫຍ່ທີ່ສຸດໃນລາວ, ມີໝູ ປະມານ 20.000 ໂຕ, ຄາດວ່າມີນໍ້າເສຍ ທີ່ມານໍາໃຊ້ຜະລິດໄບໂອແກັສ ປະມານ 2.000 ກວ່າແມັດກ້ອນ ເຊິ່ງຈຸດພິເສດແມ່ນຈະມີການແຍກສ່ວນ ທີ່ບໍ່ສະອາດມາຜະລິດເປັນແກັສ ທີ່ສະອາດຂຶ້ນ ເພື່ອສາມາດນໍາໃຊ້ໃນຄົວເຮືອນ ແລະ ສາມາດຜະລິດເປັນໄຟຟ້າໄດ້.
ການເຮັດທົດລອງຂັ້ນຕົ້ນ ຈະທົດລອງກ່ອນ 100 ແມັດກ້ອນ ເຊິ່ງຈະໄດ້ແກັສມາແຍກທົດລອງອັດໃສ່ຖັງ ປະລິມານການອັດແໜ້ນ 20 ບາຣ ເພື່ອມາທົດລອງໃຊ້ໃນສະຖາບັນຄົ້ນຄວ້າ ພບ ແລະ ຈໍານວນໜຶ່ງ ກໍທົດລອງໃຊ້ໃນຈັກໄຟຟ້າ ຂະໜາດນ້ອຍ ເພື່ອຜະລິດໄຟຟ້າໃຊ້ໃນຟາມ.
ຂໍ້ມູນ-ພາບ: ສຸກສະຫວັນ



