ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຂຶ້ນຊີ້ແຈງ ຕໍ່ຄຳຊັກຖາມຂອງ ສະມາຊິກສະພາແຫ່ງຊາດຢູ່ກອງປະຊຸມສະໄໝສາມັນເທື່ອ ທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 26 ພະຈິກ 2024 ວ່າ: ນັບແຕ່ປີ 2021 ຮອດເດືອນກັນຍາ 2024 ນີ້, ກະຊວງຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ (ກຊສ) ສາມາດຂຶ້ນ ທະບຽນອອກໃບຕາດິນໄດ້ ປະ ມານ 540.000 ກວ່າຕອນ ແລະ ໝົດປີນີ້ ຄາດຄະເນ ຈະສາມາດຂຶ້ນທະບຽນອອກໃບຕາດິນໃຫ້ໄດ້ 220.000 ຕອນ. ສ່ວນໃນປີ 2025 ຈະອອກໃບຕາດິນ ໃຫ້ໄດ້ 500.000 ຕອນ ຂອງການອອກໃບຕາດິນທັງໝົດໃນທົ່ວປະເທດ 1,6 ລ້ານຕອນ ແລະ ເພື່ອໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ນັ້ນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ຈະສືບຕໍ່ເອົາໃຈໃສ່ ກຳນົດວິທີການ ແລະ ມາດຕະການປະຕິ ບັດວຽກງານດັ່ງກ່າວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
ເພື່ອເຮັດໃຫ້ ການຂຶ້ນທະບຽນອອກໃບຕາດິນ ໃນຂອບເຂດ ທົ່ວປະເທດ ບັນລຸຕາມເປົ້າໝາຍທີ່ວາງໄວ, ກະຊວງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ຈະຊຸກຍູ້ການມອບວຽກຂຶ້ນທະບຽນອອກໃບຕາດິນ ຂັ້ນເມືອງ ໃຫ້ສຳເລັດ ໃນທົ່ວປະ ເທດ, ໄປພ້ອມກັບການຈັດ ສັນພະນັກງານ ແລະ ສ້າງຄວາມ ເຂັ້ມແຂງ ໃຫ້ພະນັກ ງານຂັ້ນເມືອງ; ຮ່ວມກັບກະຊວງກະສິກຳ ແລະ ປ່າໄມ້ ໃນການຈັດສັນທີ່ດິນກະສິກຳ ແລະ ດິນປ່າໄມ້ ຕາມບົດບັນທຶກທີ່ໄດ້ເຊັນກັນ; ຊຸກຍູ້ ແລະ ຮ່ວມມືກັບກະຊວງໂຍທາ ທິການ ແລະ ຂົນສົ່ງ ໃນການກຳນົດເຂດສະຫງວນ ໂດຍສອດ ຄ່ອງກັບ ແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ແລະ ແຜນຈັດສັນທີ່ດິນ ແລະ ຄຸ້ມຄອງສິ່ງແວດລ້ອມຂັ້ນທ້ອງຖິ່ນ ເພື່ອເປັນບ່ອນ ອີງໃນການອອກໃບຕາດິນ; ຊຸກຍູ້ໃຫ້ແຕ່ລະທ້ອງຖິ່ນ ກວດກາການປະຕິບັດໜ້າທີ່ຂອງຫ້ອງການ ຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງລົງສໍາຫລວດ, ວັດແທກ ແລະ ເຊັນໃບຕາດິນສໍາເລັດ ພາຍໃນ 50 ວັນ ຕາມກົດໝາຍ ແລະ ອື່ນໆ.
ທ່ານ ໃຫ້ຮູ້ຕື່ມວ່າ: ສຳລັບວຽກງານອອກໃບຕາດິນເປັນລະ ບົບຈະຊຸກຍູ້ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ແຂວງ ແລະ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ຈຳນວນ 32 ເມືອງ ໃຫ້ກວດກາສໍານວນ ແລະ ພິສູດຫລັກຖານ ແລະ ນໍາເອົາຂໍ້ມູນຕອນດິນເຂົ້າຖານຂໍ້ມູນທີ່ດິນ ທີ່ໄດ້ສໍາຫລວດແລ້ວ ແລະ ຍັງຄ້າງເຊັນໃບຕາດິນ ປະມານ 100.000 ຕອນ ແລະ ມອບວຽກໃຫ້ ຫ້ອງການຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ເມືອງ ເຊັນໃບຕາດິນຕາມແບບຟອມ ໃບຕາດິນໃໝ່; ສຸມໃສ່ການປະຕິບັດລະບຽບການ ໃນການ ຂຶ້ນທະບຽນອອກໃບຕາດິນໃຫ້ໄດ້ ພາຍໃນ 50 ວັນໃຫ້ເປັນຮູບປະທຳ; ປັບປຸງໜ່ວຍງານໂຄງການໃນການຂຶ້ນທະບຽນອອກໃບຕາດິນ ຂັ້ນເມືອງຄື: ກວດກາ ແລະ ຍຸບໂຮມໜ່ວຍງານຂຶ້ນທະ ບຽນອອກໃບຕາດິນ ຈໍານວນ 32 ເມືອງ ຈາກ 5 ຈຸງານ ໃຫ້ເຫລືອ 3 ຈຸງານ ເພື່ອໃຫ້ກະທັດຮັດ, ສາມາດເຄື່ອນໄຫວໄດ້ຄ່ອງ ແຄ້ວ ແລະ ສອດ ຄ່ອງກັບສະພາບການຂາດເຂີນພະນັກງານ ແລະ ອື່ນໆ.



