ຕົວເລກຂໍ້ມູນທີ່ກ່ຽວຂ້ອງສະແດງໃຫ້ເຫັນວ່າ: ເດືອນພຶດສະພາຜ່ານມາ, ຍອດມູນຄ່າຂາຍຍ່ອຍເຄື່ອງອຸປະໂພກ-ບໍລິໂພກ ໃນສັງຄົມຈີນບັນລຸເຖິງ 4132,6 ຕື້ຢວນ, ເພີ່ມຂຶ້ນ 6,4% ເມື່ອທຽບໃສ່ເດືອນພຶດສະພາປີຜ່ານມາ; ມູນຄ່າເພີ່ມຂອງອຸດສາຫະກຳຂະໜາດໃຫຍ່ໃນທົ່ວປະເທດຈີນໄດ້ເພີ່ມຂຶ້ນ 5,8% ເມື່ອທຽບໃສ່ເດືອນພຶດສະພາປີຜ່ານມາ; ຍອດມູນຄ່າຂາເຂົ້າ-ຂາອອກສິນຄ້າປະເພດຈັບຕ້ອງໄດ້ບັນລຸເຖິງ 3809,8 ຕື້ຢວນ, ເພີ່ມຂຶ້ນ 2,7% ເມື່ອທຽບໃສ່ເດືອນພຶດສະພາປີຜ່ານມາ, ໃນນັ້ນ, ການສົ່ງອອກ 2276,7 ຕື້ຢວນ, ເພີ່ມຂຶ້ນ 6,3%. ສື່ມວນຊົນສາກົນໄດ້ຕີລາຄາຢ່າງສູງຕໍ່ເສດຖະກິດຈີນວ່າ: “ຈັງຫວະການເຕີບໂຕຂອງຍອດມູນຄ່າຂາຍຍ່ອຍເຄື່ອງອຸປະໂພກ-ບໍລິໂພກໄດ້ສ້າງສະຖິຕິສູງສຸດໃນຮອບ 17 ເດືອນ”, “ການຄ້າກັບຕ່າງປະເທດຂອງຈີນໄດ້ສະແດງໃຫ້ເຫັນເຖິງຄວາມໜຽວແໜ້ນ”, “ຕົວເລກດັດຊະນີສຳຄັນບັນລຸເກີນຄວາມຄາດໝາຍ” ແລະອື່ນໆ.
ເມື່ອສັງເກດຈາກສະພາບແວດລ້ອມພາຍນອກແລ້ວເຫັນວ່າ: ເດືອນພຶດສະພາຜ່ານມາ, ການເຈລະຈາດ້ານເສດຖະກິດການຄ້າລະຫວ່າງຈີນ-ອາເມຣິກາໄດ້ຮັບຄວາມຄືບໜ້າຕົວຈິງ ແລະ ກ້າວເຖິງຂັ້ນມີຄວາມເຫັນເປັນເອກະພາບກັນທີ່ສຳຄັນ ເຊິ່ງມີຜົນດີຊ່ວຍໃຫ້ການປັບປຸງການພົວພັນດ້ານເສດຖະກິດການຄ້າລະຫວ່າງຈີນ-ອາເມຣິກາ ແລະ ມີຜົນດີຕໍ່ການພັດທະນາເສດຖະກິດຂອງໂລກ. ເມື່ອສັງເກດຈາກພາຍໃນແລ້ວເຫັນວ່າ: ເສດຖະກິດຈີນມີສະພາບການພັດທະນາພື້ນຖານທີ່ດີ, ມີຕະຫຼາດທີ່ກວ້າງໃຫຍ່ໄພສານ ແລະ ມີທ່າແຮງບົ່ມຊ້ອນອັນມະຫາສານ, ເມື່ອຄວາມຕ້ອງການພາຍນອກຫຼຸດໜ້ອຍລົງແລ້ວ ສາມາດຂຸດຄົ້ນທ່າແຮງບົ່ມຊ້ອນຂອງຕະຫຼາດພາຍໃນປະເທດ ດ້ວຍວິທີຫັນການສົ່ງອອກມາເປັນການຈຳໜ່າຍພາຍໃນປະເທດ.
ນອກນີ້, ຈີນໄດ້ປະຕິບັດນະໂຍບາຍທີ່ກ່ຽວຂ້ອງ ກໍໄດ້ເສີມຂະຫຍາຍບົດບາດສຳຄັນເຊັ່ນດຽວກັນ. ນັບແຕ່ເດືອນກັນຍາປີກາຍນີ້ເປັນຕົ້ນມາ, ລັດຖະບານຈີນໄດ້ວາງນະໂຍບາຍມະຫາພາກຕ່າງໆ ເພື່ອຮັກສາການເຕີບໂຕຂອງເສດຖະກິດ. ແຜນປະຕິບັດງານເພື່ອຊຸກຍູ້ສົ່ງເສີມການບໍລິໂພກ ທີ່ໄດ້ເລີ່ມຂຶ້ນໃນປີນີ້ ໄດ້ເປີດກວ້າງຄວາມຕ້ອງການຂອງພາຍໃນປະເທດ, ຊຸກຍູ້ການເຕີບໂຕດ້ານການຜະລິດ ແລະ ເຮັດໃຫ້ເສດຖະກິດຈີນມີພະລັງຊີວິດໃໝ່. ທັງໝົດນີ້ ລ້ວນແຕ່ເປັນສິ່ງຄ້ຳປະກັນເພື່ອເຮັດໃຫ້ເສດຖະກິດຈີນສາມາດຮັບມືກັບໄພຂົ່ມຂູ່ ແລະ ສິ່ງທ້າທາຍຕ່າງໆທີ່ເກີດຂຶ້ນ.
ຫວ່າງມໍ່ໆມານີ້, ກອງປະຊຸມຄັ້ງປະຖົມມະລືກຂອງກົນໄກປຶກສາຫາລືເສດຖກິດການຄ້າລະຫວ່າງຈີນ-ອາເມຣິກາໄດ້ມີຄວາມຄືບໜ້າໃໝ່ ເຊິ່ງໄດ້ເພີ່ມຄວາມໝັ້ນຄົງ ແລະ ຄວາມແນ່ນອນຫຼາຍກວ່າເກົ່າໃຫ້ແກ່ເສດຖະກິດໂລກ. ແຕ່ໃນຂະນະດຽວກັນ, ພວກເຮົາຄວນເຫັນໄດ້ວ່າ: ສະພາບແວດລ້ອມພາຍນອກຂອງຈີນຍັງມີຄວາມສັບສົນຂ້ຽວຂາດ ແລະ ປັດໄຈຄວາມບໍ່ແນ່ນອນກໍຍັງມີອ່າວຫຼາຍ. ໂດຍຜະເຊີນໜ້າກັບສິ່ງທ້າທາຍ, ຈີນຈະຍຶດໝັ້ນພັດທະນາຕົນເອງຢ່າງໝັ້ນໜຽວບໍ່ປ່ຽນແປງ, ຍຶດໝັ້ນຮັບມືກັບຄວາມບໍ່ແນ່ນອນຂອງສະພາບແວດລ້ອມພາຍນອກ ດ້ວຍຄວາມແນ່ນອນຂອງການພັດທະນາດ້ວຍຄຸນນະພາບສູງ ເພື່ອສ້າງໂອກາດຈາກຈີນຫຼາຍກວ່າເກົ່າໃຫ້ແກ່ໂລກ ແລະ ສ້າງ “ຜົນປະໂຫຍດຈາກຈີນ” ໃຫ້ນັບມື້ຫຼາຍກວ່າເກົ່າ.




