ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈັດກອງປະຊຸມຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງ ຂອງຫວຽດນາມ

Feb 25, 2025

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 24 ກຸມພາ 2025 ຢູ່ນະຄອນຫຼວງຮ່າໂນ້ຍ, ຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງໄດ້ຈັດກອງປະຊຸມ ຄັ້ງທີ 1 ປີ 2025 ເພືີ່ອຕີລາຄາໝາກຜົນຂອງວຽກງານປະຕິຮູບດ້ານຕຸລາການໃນໄລຍະຜ່ານມາ ແລະ ໜ້າທີ່ຈຸດສຸມຂອງວຽກງານ ປີ 2025, ໂຄງການດຳເນີນງານໃນປີ 2025 ແລະ ກົດລະບຽບວຽກງານຕ່າງໆຂອງຄະນະຊີ້ນຳ, ປະກອບຄຳເຫັນໃສ່ບາງເນື້ອໃນທີ່ກ່ຽວຂ້ອງເຖິງການສຳຫຼວດກວດກາ, ຕີລາຄາກົດໝາຍທີ່ກ່ຽວຂ້ອງເຖິງການຕັດສິນໂທດ ປະຫານຊີວິດ ແລະ ການປະຕິບັດໂທດ ປະຫານຊີວິດ. ໂດຍ ທ່ານ ເລືອງເກືອງ ປະທານປະເທດຫົວໜ້າຄະນະຊີ້ນຳ ເປັນປະທານກອງປະຊຸມ.
ໃນກອງປະຊຸມ, ທ່ານ ເລືອງເກືອງ ເນັ້ນໜັກວ່າ: ປີນີ້ແມ່ນປີດຳເນີນຫຼາຍເຫດການສຳຄັນຂອງປະເທດຊາດ, ໃນນັ້ນມີການສະເຫຼີມສະຫຼອງ 80 ປີ ແຫ່ງວັນສະຖາປະນາປະເທດ (1945 – 2025), 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (1975-2025). ເພາະສະນັ້ນ, ຕ້ອງມີຫຼາຍການເຄື່ອນໄຫວດ້ານຕຸລາການທີ່ກ່ຽວຂ້ອງເຖິງການປະຕິບັດນະໂຍບາຍມະນຸດສະທຳ, ຫຼຸດຜ່ອນເວລາປະຕິບັດໂທດ, ອະໄພຍະໂທດ ເພື່ອແນໃສ່ສະແດງອອກຢ່າງຈະແຈ້ງນະໂຍບາຍມະນຸດສະທຳ, ອະໄພໂທດຂອງພັກ ແລະ ລັດ.
May be an image of 5 people and text that says 'He BAN CHỈ ĐẠO CẢI CÁCH TƯ PHÁP TRUNG ƯƠNG PHIÊN HỌP THỨ NHÁTNĂM2025 NHẤT 9E Hà Nội, ngày 02 AT 2025 80 ዮጵቀ ነትነና 後食行 復红計'