ຈັດກອງປະຊຸມຈຸພັກນັກສຶກສາລາວປັກກິ່ງ-ທຽ່ນຈິນ

ກອງປະຊຸມຈຸພັກນັກສຶກສາລາວປັກກິ່ງ-ທ່ຽນຈິນ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 28 ກັນຍາ 2024 ຢູ່ຫ້ອງປະຊຸມສະຖານທູດແຫ່ງ ສປປລາວປະຈຳ ສປ ຈີນ ທີ່ນະຄອນຫຼວງປັກກິ່ງ ພາຍໃຕ້ການເປັນປະທານຂອງສະຫາຍ ຫຸມລັກ ມິ່ງບຸບຜາ ຫົວໜ້າຈຸພັກ, ມີສະຫາຍ ຈິນດາວົງ ໄຊຍະສິນ ຮອງເລຂາໜ່ວຍພັກສະ ຖານທູດລາວ ພ້ອມດ້ວຍຄະນະຈຸພັກ ແລະ ສະມາຊິກພັກພາຍໃຈຈຸເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງລາຍງານສະພາບການເຄື່ອນໄຫວວຽກ ງານຂອງຈຸພັກໃນໄລຍະ 3 ເດືອນ ຜ່ານມາ, ລາຍງານຜົນການ ຕິດຕາມມະຫາຊົນກ້າວໜ້າ, ການແບ່ງຄວາມຮັບຜິດຊອບພາຍໃນຈຸພັກ, ການແບ່ງຄວາມຮັບຜິດຊອບຕິດຕາມມະຫາຊົນກ້າວໜ້າ ພ້ອມທັງໄດ້ເປິກສາຫາລືວຽກງານຂອງສະມາຄົມນັກ ສຶກສາລາວປັກກິ່ງ-ທ່ຽນຈິນຕື່ມອີກ.
ຕອນທ້າຍສະຫາຍຮອງເລຂາໜ່ວຍພັກສະຖານທູດລາວທີ່ນະຄອນຫຼວງປັກກິ່ງ ໄດ້ມີຄຳເຫັນຊີ້ນຳເພື່ອເປັນທິດທາງໃຫ້ແກ່ການເຄື່ອນໄຫວວຽກງານຂອງຈຸພັກນັກສຶກສາລາວປັກກິ່ງ-ທ່ຽນຈິນໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.
ກອງປະຊຸມຄັ້ງນີ້ໄດ້ສຳເລັດລົງໃນຕອນເຊົ້າມື້ດຽວກັນ.





