ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ຈັດກອງປະຊຸມຝຶກອົບຮົມຫຼັກສູດຊັ້ນປະຖົມສຶກສາ ໃຫ້ແກ່ຄູຝຶກຫຼັກແຫຼ່ງ

ຕອນເຊົ້າວັນທີ 25 ພຶດສະພາ 2023 ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ໄດ້ຈັດກອງປະຊຸມຝຶກອົບຮົມຫຼັກສູດຊັ້ນປະຖົມສຶກສາ ປີທີ 5 ສະບັບປັບປຸງໃໝ່ ໃຫ້ແກ່ຄູຝຶກຫຼັກແຫຼ່ງ ຢ່າງເປັນທາງການ, ໂດຍການເຂົ້າຮ່ວມຂອງທ່ານ  ອຸທິດ ທິບມະນີ ຮອງຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ແລະ ທ່ານ ນາງ ວາເນັກຊ້າ ເຮັກກາທີ້ ເລຂາທີເອກສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ, ເຊິ່ງຜູ້ເຂົ້າຮ່ວມຝຶກອົບຮົມຄັ້ງນີ້ ຈະໄປຝຶກອົບຮົມຕໍ່ໃຫ້ແກ່ຄູສອນຊັ້ນປະຖົມ ປີທີ 5, ຜູ້ອຳນວຍການ ແລະ ຜູ້ເຮັດວຽກສຶກສານິເທດ ເພື່ອໃຫ້ມີຄວາມພ້ອມດ້ານທັກສະ, ເຕັກນິກ ແລະ ຄວາມຮູ້ກ່ຽວກັບການນຳໃຊ້ສື່ການຮຽນການສອນຫຼັກສູດໃໝ່ ແລະ ເພື່ອປັບປຸງຜົນການຮຽນຂອງນັກຮຽນໃຫ້ດີຂຶ້ນ.

ໃນໄລຍະການຝຶກອົບຮົມເປັນເວລາ 6 ວັນ ລະຫວ່າງວັນທີ 22-30 ພຶດສະພາ 2023, ຄູຝຶກຫຼັກແຫຼ່ງຈຳນວນ 64 ທ່ານ ຈະໄດ້ເຮັດປະຖົມນິເທດໃນຫຼັກສູດໃໝ່ຂອງຂັ້ນ ປ.5 ມີ 3 ວິຊາ ຄື: ວິຊາພາສາລາວ, ວິຊາພາສາອັງກິດ ແລະ ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ. ໂດຍຜູ້ແທນກອງປະຊຸມຈະໄດ້ຈັດຫລາຍກິດຈະກໍາ ເປັນຕົ້ນ ບັນດາບົດຮຽນ, ທົດສອບ ແລະ ສະທ້ອນຄືບັນດາກິດຈະກໍາ ໂຍຍແຍກເປັນກຸ່ມຍ່ອຍ. ຝຶກວິທີການປະເມີນນັກຮຽນແບບໃໝ່ ແລະ ຮ່າງແຜນການສອນຂອງຂັ້ນປະຖົມແບບໃໝ່ ເພື່ອຊ່ວຍໃນການຝຶກອົບຮົມແບບເຊິ່ງໜ້າ ເພື່ອຊ່ວຍໃຫ້ຄູຝຶກ ແລະ ຄູປະຈຳການ ສາມາດສືບຕໍ່ການຮຽນຮູ້, ພັດທະນາ, ຊອກຫາ ແລະ ຂໍຄວາມຊ່ວຍເຫຼືອກ່ຽວກັບການສອນຫຼັກສູດໃໝ່ໄດ້ຢ່າງສະໝໍ່າສະເໝີໃນລະຫວ່າງສົກຮຽນ.

ນັບແຕ່ປີ 2015 ເປັນຕົ້ນມາ, ກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໄດ້ຊ່ວຍພັດທະນາຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດ ສະບັບປັບປຸງໃໝ່ ທີ່ປະກອບມີສື່ການຮຽນການສອນແບບໃໝ່ ແລະ ແຜນການຝຶກອົບຮົມທີ່ສົມບູນໃຫ້ແກ່ຄູຊັ້ນປະຖົມ. ຫຼັກສູດໃໝ່ ຂັ້ນ ປ.5 ຈະຖືກຈັດຕັ້ງປະຕິບັດໃນຕົ້ນສົກຮຽນ ໃໝ່ໃນເດືອນກັນຍາ 2023 ຊຶ່ງເປັນປີສຸດທ້າຍຂອງການປັບປຸງຫຼັກສູດຂັ້ນປະຖົມສຶກສາໃໝ່ ທີ່ໄດ້ປະຕິບັດມາຕັ້ງແຕ່ປີ 2019.