ກອງປະຊຸມວຽກງານເສດຖະກິດສູນກາງຈີນໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນລະຫວ່າງວັນທີ 11-12 ທັນວານີ້. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດ ປະທານປະເທດ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ເຂົ້າຮ່ວມກອງປະຊຸມ ແລະ ກ່າວຄຳປາໄສອັນສຳຄັນ.
ທ່ານສີຈິ້ນຜິງ ໄດ້ສະຫຼຸບວຽກງານເສດຖະກິດຈີນໃນປີ 2024, ຕີລາຄາສະຖານະການເສດຖະກິດໃນປັດຈຸບັນ ແລະ ວາງແຜນວຽກງານເສດຖະກິດໃນປີ 2025.
ກອງປະຊຸມເນັ້ນໜັກວ່າ: ຕ້ອງຍຶດໝັ້ນທິດທາງລວມຂອງວຽກງານພື້ນຖານທີ່ສະແຫວງຫາການເຕີບໂຕທ່າມກາງຄວາມໝັ້ນທ່ຽງ, ຈັດຕັ້ງປະຕິບັດແນວຄິດການພັດທະນາອັນໃໝ່ຢ່າງຄົບຖ້ວນ ຖືກຕ້ອງ ແລະ ຮອບດ້ານ, ເລັ່ງລັດສ້າງສະພາບການພັດທະນາແບບໃໝ່, ຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງຢ່າງໜັກແໜ້ນ, ລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ, ເປີດກວ້າງການເປີດປະຕູສູ່ພາຍນອກທີ່ມີລະດັບສູງ, ສ້າງລະບົບອຸດສາຫະກຳທີ່ທັນສະໄໝ, ວາງແຜນການພັດທະນາ ແລະ ຄວາມໝັ້ນຄົງຢ່າງເປັນເອກະພາບກັນເປັນຢ່າງດີກວ່າເກົ່າ, ຈັດຕັ້ງປະຕິບັດນະໂຍບາຍມະຫາພາກທີ່ຕັ້ງໜ້າ ແລະ ບັງເກີດຜົນກວ່າເກົ່າ, ຂະຫຍາຍຄວາມຕ້ອງການພາຍໃນປະເທດໃຫ້ກວ້າງກວ່າເກົ່າ, ຊຸກຍູ້ໃຫ້ການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີ ແລະ ປະດິດສ້າງໃໝ່ດ້ານອຸດສາຫະກຳໄດ້ພັດທະນາຢ່າງເຊື່ອມໂຍງເຂົ້າກັນ, ຮັບປະກັນຄວາມໝັ້ນທ່ຽງຂອງຕະຫຼາດເຄຫະ-ທີ່ດິນ ແລະ ຕະຫຼາດຫຼັກຊັບ, ປ້ອງກັນ ແລະ ແກ້ໄຂຄວາມສ່ຽງໃນຂົງເຂດສຳຄັນ ແລະ ການກະໜ່ຳຈາກພາຍນອກ, ຮັບປະກັນໃຫ້ການຄາດຄະເນມີຄວາມໝັ້ນທ່ຽງ, ກະຕຸກຊຸກຍູ້ພະລັງຊີວິດ, ຊຸກຍູ້ໃຫ້ເສດຖະກິດມີການເຕີບໂຕຄືນໃໝ່ ແລະ ມີທ່ວງທ່າທີ່ດີຢ່າງບໍ່ຢຸດຢັ້ງ, ຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນຢ່າງບໍ່ຢຸດຢັ້ງ, ຮັກສາຄວາມປອດດອງ ແລະຄວາມສະຫງົບໃນສັງຄົມ, ສຳເລັດໜ້າທີ່ເປົ້າໝາຍຂອງແຜນການພັດທະນາເສດຖະກິດແຫ່ງຊາດ ແລະ ສັງຄົມ 5 ປີ ຄັ້ງທີ 14 ຢ່າງມີຄຸນນະພາບສູງ ເພື່ອສ້າງພື້ນຖານອັນໜາແໜ້ນໃຫ້ແກ່ການເລີ່ມຕົ້ນຂອງແຜນການພັດທະນາເສດຖະກິດແຫ່ງຊາດ ແລະ ສັງຄົມ 5 ປີ ຄັ້ງທີ 15.
ທີ່ມາ: CMG




