ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມທາງອອນລາຍ ເຜີຍແຜ່ແຜນຕ້ອນຮັບນັກທ່ອງທ່ຽວຈີນ ຈັດຂຶ້ນຕອນບ່າຍວັນທີ 26 ພຶດສະພາ 2023 ທີ່ໂຮງແຮມ ແລນມາກຣີເວີໄຊ ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ໂດຍມີຜູ້ຕາງໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວທົ່ວປະເທດ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ກ່າວວ່າ: ດັ່ງທີ່ພວກເຮົາຮັບຮູ້ນຳກັນແລ້ວວ່າ: ຕະຫຼາດທ່ອງທ່ຽວຈີນ ເປັນຕະຫຼາດໜຶ່ງທີ່ມີຄ່າໃຊ້ຈ່າຍສູງ ຊຶ່ງຫຼາຍໆປະເທດໄດ້ກໍານົດນະໂຍບາຍຕ່າງໆເພື່ອຍາດແຍ່ງ ແລະ ດືງດູດນັກທ່ອງທ່ຽວຈີນເພື່ອໃຫ້ເຂົ້າໄປທ່ອງທ່ຽວໃນປະເທດຂອງຕົນ, ຊຶ່ງ ສປປ ລາວ ກ່ອນການແຜ່ລະບາດຂອງພະຍາດໂຄວິດ-19 ຄື: ປີ 2019 ສາມາດຕ້ອນຮັບນັກທ່ອງທ່ຽວຈີນ ເຖີງ 1,022,727 ເທື່ອຄົນ ຊຶ່ງກວມເອົາ 21% ຂອງຈໍານວນນັກທ່ອງທ່ຽວທັງໝົດທີ່ເຂົ້າມາທ່ອງທ່ຽວໃນ ສປປ ລາວ. ສໍາລັບປີ 2022, ເຖິງວ່າຍັງຢູ່ໃນໄລຍະທີ່ລັດຖະບານຈີນບໍ່ທັນເປີດປະເທດ ແຕ່ກໍຍັງມີນັກທ່ອງທ່ຽວຈີນທີ່ເດີນທາງມາຈາກປະເທດທີ່ສາມ ເຂົ້າມາທ່ຽວ ສປປ ລາວ ຈໍານວນ 45.249 ເທື່ອຄົນ.
ມາຮອດປັດຈຸບັນນີ້, ລັດຖະບານ ສປ ຈີນ ໄດ້ມີນະໂຍບາຍຜ່ອນຜັນມາດຕະການປ້ອງກັນການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19ໄດ້ອະນຸຍາດໃຫ້ປະຊາຊົນຈີນສາມາດເດີນທາງອອກນອກປະເທດໄດ້ ຊຶ່ງ ສປປ ລາວ ກໍມີ 1 ໃນຈໍານວນ 20 ປະເທດ ທີ່ລັດຖະບານຈີນອະນຸຍາດໃຫ້ອອກໄປທ່ຽວແບບເປັນໝູ່ຄະນະ. ດັ່ງນັ້ນ, ພວກເຮົາຖືເອົາໂອກາດດັ່ງກ່າວນີ້ ໃນການສຸມໃສ່ປັບປຸງຜະລິດຕະພັນການທ່ອງທ່ຽວ ຫັນອຸດສະຫະກໍາການທ່ອງທ່ຽວໃຫ້ທັນສະໄໝວ່ອງໄວ ໃຫ້ແທດເໝາະກັບຕະຫຼາດຈີນ ໂດຍອີງໃສ່ທ່າແຮງທາງດ້ານຊັບພະຍາກອນການທ່ອງທ່ອງທ່ຽວ ແລະ ຮີດຄອງປະເພນີອັນດີງາມຂອງພວກເຮົາ. ອີກດ້ານໜຶ່ງ, ປັດຈຸບັນພວກເຮົາມີລົດໄຟຄວາມໄວສູງເຊື່ອມໂຍງລະຫວ່າງລາວ-ຈີນ ຖືວ່າເປັນທ່າແຮງອັນໜຶ່ງທີ່ສໍາຄັນໃນການອໍານວຍຄວາມສະດວກໃນການເດີນທາງລະຫວ່າງປະເທດ. ນອກຈາກນັ້ນ, ຍັງມີການເປີດສາຍການບິນເຊື່ອມຕໍ່ລະຫວ່າງນະຄອນຫຼວງວຽງຈັນຂອງ ສປປ ລາວ ແລະ ບັນດາແຂວງ ຂອງ ສປ ຈີນ ເຮັດໃຫ້ມີຄວາມສະດວກສະບາຍ ແລະ ເປັນຫຼາຍທາງເລືອກໃຫ້ນັກທ່ອງທ່ຽວຈີນເຂົ້າມາທ່ອງທ່ຽວຢູ່ ສປປ ລາວ ຫຼາຍຂຶ້ນ.
ເພື່ອກະກຽມຄວາມພ້ອມຕ້ອນຮັບນັກທ່ອງທ່ຽວຈີນທີ່ຈະເຂົ້າມາທ່ອງທ່ຽວນີ້, ສິ່ງທີ່ຈໍາເປັນສໍາລັບພວກເຮົາ ກໍແມ່ນການກະກຽມຄວາມພ້ອມໃນການເປັນເຈົ້າພາບທີ່ດີ ເປັນຕົ້ນແມ່ນ ການປັບປຸງຜະລິດຕະພັນການທ່ອງທ່ຽວ ແລະ ສິ່ງອໍານວຍຄວາສະດວກດ້ານຕ່າງໆ ເຊັ່ນ: ການເດີນທາງ, ສະຖານທີ່ທ່ອງທ່ຽວ, ສະຖານທີ່ພັກແຮມ, ຮ້ານອາຫານ, ບໍລິສັດທ່ອງທ່ຽວ, ພະນັກງານນໍາທ່ຽວ, ຮ້ານຂາຍເຄື່ອງທີລະນືກ, ການບໍລິການທີ່ດີ ແລະ ຄວາມປອດໄພ. ຕະຫຼອດຮອດການກໍານົດນະໂຍບາຍໃນການເຂົ້າ-ອອກອອກ-ເຂົ້າ ປະເທດ.
ທ່ານອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ໃຫ້ຮູ້ອີກວ່າ: ມາຮອດປະຈຸບັນ, ແຜນຕ້ອນຮັບນັກທ່ອງທ່ຽວຈີນ ໄດ້ສໍາເລັດການປັບປຸງຕາມຄໍາຄິດເຫັນຈາກຜົນຂອງກອງປະຊຸມປຶກສາຫາລື ທັງໝົດ 2 ຄັ້ງ ແລະ ໄດ້ຖືກຮັບຮອງຈາກການນຳກະຊວງຮຽບຮ້ອຍແລ້ວ. ດັ່ງນັ້ນ, ຂ້າພະເຈົ້າ ຈຶ່ງຮຽກຮ້ອງບັນດາທ່ານທັງໝົດ ພ້ອມກັນເອົາໃຈໃສ່ຕິດຕາມເນື້ອໃນຂອງແຜນສະບັບນີ້, ພ້ອມທັງມີຄໍາຄິດເຫັນແບບສ້າງສັນ ເພື່ອແລກປ່ຽນນຳຜູ້ນຳສະເໜີ ຢ່າງເລີກເຊິ່ງ, ກະຈ່າງແຈ້ງ ແລະ ມີຄວາມເປັນເອກະພາບໃນລວງດຽວກັນ ເພື່ອຮ່ວມກັນນໍາໄປຜັນຂະຫຍາຍໃຫ້ເປັນຮູບປະທໍາໃນຕໍ່ໜ້າ.