ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈັດກິດຈະກຳໂຄສະນາປູກຈິດສຳນຶກຫຼຸດຜ່ອນອຸປະຕິເຫດຕາມຖະໜົນ ໄລຍະບຸນປີໃໝ່ລາວ.

Apr 14, 2025

ໃນວັນທີ 14 ເມສາ 2025 ນີ້ພະແນກຈະລາຈອນ ປກສ ແຂວງຈຳປາສັກ ຈັດກິດຈະກຳໂຄສະນາປູກຈິດສຳນຶກຫຼຸດຜ່ອນອຸປະຕິເຫດຕາມຖະໜົນໄລຍະບຸນປີໃໝ່ລາວ ພສ 2568, ໂດຍເປັນກຽດຮ່ວມຂອງທ່ານ ພັນເອກ ວິຊຽນ ດວງຄຳ ຮອງຫົວໜ້າ ປກສ ແຂວງ, ຜູ້ຊີ້ນໍາວຽກງານຕຳຫຼວດ, ມີທ່ານ ພັນໂທ ສົມສະໜຸກ ພະໄຊສົມບັດ ຫົວໜ້າຫ້ອງຕຳຫຼວດ ປກສ ແຂວງ, ທ່ານ ພັນໂທ ສະຫວັດ ແສງຈັນປະເສີດ ຮອງຫ້ອງຕຳຫຼວດ, ຊີ້ນຳວຽກງານຈາລະຈອນ, ບັນດາຫົວໜ້າພະແນກ, ຮອງພະແນກ, ເຈົ້າໜ້າທີ່ຈະລາຈອນ ແລະ ກຸ່ມບໍລິສັດວຽງຈັນປະກັນໄພ, ບໍລິສັດປະກັນໄພລາວ – ຫວຽດນາມ, ບໍລິສັດ ເອັມ ເອສ ໄອ ຈີ ໂຊກໄຊ ປະກັນໄພ, ບໍລິສັດປະກັນໄພແຫ່ງປະເທດລາວ ແລະ ບໍລິສັດ ຈົງຈີ ປະກັນໄພ ເຂົ້າຮ່ວມ ແລະ ໃຫ້ການອຸປະຖຳກິດຈະກຳໃນຄັ້ງນີ້.
ທ່ານ ພັນໂທ ພຶກສາ ຫົງສີ ຫົວໜ້າພະແນກຈະລາຈອນ ປກສ ແຂວງ ໃຫ້ສຳພາດວ່າ: ກິດຈະກຳໂຄສະນາກິດຈະກຳປູກຈິດສຳນຶກຫຼຸດຜ່ອນອຸປະຕິເຫດຕາມຖະໜົນໄລຍະບຸນປີໃໝ່ລາວຄັ້ງນີ້ ໄດ້ພ້ອມກັນແຫ່ ແລະ ໂຄສະນາໄປຕາມເສັ້ນທາງ ແຕ່ ຫຼັກ 8 ໃຕ້ ຫາ ຫຼັກ 8 ເໝືອ, ຈຸດປະສົງຫຼັກໆເພື່ອໃຫ້ສັງຄົມຮັບຮູ້ເຂົ້າໃຈ ແລະ ມີສ່ວນຮ່ວມປ້ອງກັນ ແລະ ຫຼຸດຜ່ອນອຸປະຕິເຫດຕາມຖະໜົນໄລຍະບຸນປີໃໝ່ລາວ ພສ 2568, ເຮັດໃຫ້ການໃຊ້ລົດໃຊ້ຖະໜົນມີຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ ຫຼີກເວັ້ນຜົນກະທົບເສຍຫາຍທີ່ຈະເກີດຂຶ້ນຈາກອຸປະຕິເຫດ. ເພື່ອປ້ອງກັນ ແລະ ຫຼີກລ່ຽງຈາກອຸປະຕິເຫດໃນໄລຍະບຸນປີໃໝ່ລາວ ຜູ້ຂັບຂີ່ທຸກຄົນຕ້ອງເຄົາລົບ ແລະ ປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ, ມີສະຕິລະມັດລະວັງຢູ່ສະເໝີ, ຖ້າດື່ມສິ່ງມຶນເມົາກໍ່ບໍ່ຄວນຂັບຂີ່ລົດຢ່າງເດັດຂາດ.
ເກດສະໜາ ແກ້ວສຸວັນນະແສງ