ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈັດຂະບວນຍ່າງເພື່ອ​ຂ່ຳ​ນັບ​ຊົມ​ເຊີ​ຍ​ວັນ​ສ້າງ​ຕັ້ງ​ພັກ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ​ຄົບ​ຮອບ 70 ປີ

Mar 15, 2025

ນະ​ຄອນຫຼວງວຽງ​ຈັນ ຈັດ​ຂະ​ບວນ​ຍ່າງເພື່ອ​ຂ່ຳ​ນັບ​ຊົມ​ເຊີ​ຍ​ວັນ​ສ້າງ​ຕັ້ງ​ພັກ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ​ຄົບ​ຮອບ 70 ປີ ໃນ​ວັນ​ທີ 15 ມີ​ນາ 2025 ທີ່​ສວນ​ປະ​ຕູ​ໄຊ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະ​ຫາຍ ທອງລຸນ ສີ​ສຸ​ລິດ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ປະ​ທານ​ປະ​ເທດ, ພ້ອມດ້ວຍບັນດາການນໍາພັກ-ລັດ ແລະ ມວນຊົນຊາວນະຄອນຫລວງວຽງຈັນ ຫຼາຍຮ້ອຍຄົນ.
ສະ​ຫາຍ ອະ​ນຸ​ພາບ ຕຸ​ນາ​ລລົມ, ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ ເລ​ຂາຄະ​ນະ​ພັກ​ນະ​ຄອນຫຼວງວຽງ​ຈັນ ໄດ້​ຫວນ​ຄືນ​ໂດຍ​ສັງ​ເຂບກ່ຽວກັບການ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ຕະຫລອດໄລຍະ 70 ປີ ຜ່ານມາ ທີ່ໄດ້ນໍາພາປະຊາ ຊົນລາວຕໍ່ສູ້ກູ້ຊາດ ແລະ ສ້າງສາພັດທະນາປະເທດນັບມື້ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ.
ຂະ​ບ​ວນ​ຍ່າງ​ໃນຄັ້ງ​ນີ້ ຍັງແມ່ນໜຶ່ງ ໃນ​ບັນ​ດາ​ກິດ​ຈະ​ກ​ຳ​ໃນ​ກາການະເຫຼີມ​ສະຫຼອງ 3 ວັນ​ປະ​ຫວັດ​ສາດ ທີ່​ຄະ​ນະ​ກຳ​ມະ​ການ​ລະ​ດັບ​ຊາດ ໄດ້​ກຳ​ນົກ​ໃຫ້​ຈັດ​ຂຶ້ນ.