ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈັດງານຕະຫລາດນັດຊາຍແດນ ຫວຽດນາມ – ລາວ ຄັ້ງທຳອິດ

Dec 23, 2024

ເມື່ອບໍ່ດົນມານີ້, ເທດສະບານ ລາວບ໋າວ, ເມືອງເຫືອງຮວ໊າ, ແຂວງ ກວ໋າງຈິ ໄດ້ຈັດງານຕະຫລາດນັດ ຊາຍແດນ ລາວບ໋າວ. ນີ້ແມ່ນຄັ້ງທຳອິດ ງານຕະຫລາດນັດ ຖືກຈັດຂຶ້ນ ຢູ່ເຂດຊາຍແດນ ຫວຽດນາມ – ລາວ ດ້ວຍການເຂົ້າຮ່ວມຂອງພໍ່ຄ້າ ຊາວຂາຍ ຂອງປະຊາຊົນ 2 ປະເທດ.ງານຕະຫລາດນັດ ດັ່ງກ່າວ ຈັດຂຶ້ນ ປະຈຳວັນເສົາ ຂອງທຸກໆອາທິດ ເພື່ອວາງຂາຍບັນດາ ຜະລິດຕະພັນ ກະສິກຳ ຂອງທ້ອງຖິ່ນ, ອາຫານພື້ນບ້ານ ທີ່ເປັນເອກະລັກ ຂອງພໍ່ແມ່ ພີ່ນ້ອງ ບັນດາເຜົ່າ ເວິນກ່ຽວ, ປາໂກ ຂອງ ຫວຽດນາມ ແລະ ບັນດາເຜົ່າຂອງລາວ. ແຂກທ່ອງທ່ຽວ ຫວຽດນາມ ສາມາດລົງຕົວຈິງ, ພົບປະແລກປ່ຽນກັບປະຊາຊົນລາວ ແລະ ຊິມບັນດາເຍື່ອງອາຫານ ທີ່ເປັນເອກະລັກ ຂອງພໍ່ແມ່ປະຊາຊົນລາວ ບັນດາເຜົ່າ ໂດຍບໍ່ຕ້ອງ ຂ້າມຊາຍແດນ. ການນຳຄະນະກຳມະການ ປະຊາຊົນ ເທດສະບານ ລາວບ໋າວ, ເມືອງເຮືອງຮວ໊າ, ແຂວງ ກວ໋າງຈິ ໃຫ້ຮູ້ວ່າ ທາງເທດສະບານເມືອງ ຢາກສ້າງງານຕະຫລາດນັດ ຊາຍແດນ ລາວບ໋າວ ກາຍເປັນເຫດ ການເຊື່ອມຕໍ່ ບັນດາສະຖານທີ່ທ່ອງທ່ຽວ, ປະກອບສ່ວນ ດຶງດູດ ແຂກທ່ອງທ່ຽວ, ສ້າງໂອກາດ ເພື່ອໃຫ້ປະຊາຊົນ ຢູ່ເຂດຊາຍແດນ 2 ປະເທດໄດ້ພົບປະແລກປ່ຽນ, ຄ້າຂາຍ.
ທີ່ມາ: ຂປລ
May be an image of 8 people and text