ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈັດງານຕະຫລາດນັດ ສະຫລອງວັນວິຈິດສິນລາວ ຄົບຮອບ 65 ປີ

Nov 7, 2024

ວັນທີ 6 ພະຈິກ 2024, ສະຖາບັນວິຈິດສິນແຫ່ງຊາດ ໄດ້ເປີດງານຕະຫລາດ ເພື່ອສະເຫລີມສະຫລອງວັນວິຈິດສິນລາວ ຄົບຮອບ 65 ປີ ໂດຍບັນດານັກສິລະປິນ ໄດ້ນຳອົາຜົນງານວິຈິດສິນຂອງຕົນ ມາຮ່ວມວາງສະແດງ ທັງໝົດ 1.790 ກວ່າຜົນ ງານ.
ໃນໂອກາດນີ້, ທ່ານ ຄໍາສຸກ ແກ້ວວົງຊາຍ ຜູ້ອໍານວຍການສະ ຖາບັນວິຈິດສິນແຫ່ງຊາດ ໃຫ້ຮູ້ວ່າ: ສະຖາບັນວິຈິດສິນແຫ່ງ ຊາດ ເປັນຫົວໜ່ວຍວິຊາການໜຶ່ງ ທີ່ຂຶ້ນກັບ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມີບົດບາດໃນການຈັດຕັ້ງການສຶກ ສາ, ການຄົ້ນຄວ້າວິໄຈດ້ານວິຈິດສິນ, ສິລະປະວັດທະນະທໍາ ໃນສາຂາຕ່າງໆ ໃນລະດັບຊັ້ນສູງ, ປະລິນຍາຕີ ແລະ ປະລິນຍາໂທ, ໄດ້ພັດທະນາຫລັກສູດການຮຽນການສອນ, ຈັດຕັ້ງຄົ້ນຄວ້າທາງວິທະຍາ ສາດ, ອານຸລັກສົ່ງເສີມສິລະປະວັດທະນະທຳ ອັນດີງາມຂອງຊາດ, ເຜີຍແຜ່ຜົນສໍາເລັດຂອງການຄົ້ນ ຄວ້າວິທະຍາ ສາດ ແລະ ໃຫ້ການບໍລິການທາງດ້ານວິຊາການ, ວິຊາສະເພາະໃຫ້ແກ່ສັງຄົມ.
ຕະຫລາດນັດວິຈິດສິນ ໃນຄັ້ງນີ້, ຈັດຂຶ້ນເປັນຄັ້ງທີ 3 ເນື່ອງໃນວັນການສ້າງຕັ້ງຂອງສະຖາບັນວິຈິດສິນແຫ່ງຊາດ ຄົບຮອບ 65 ປີ ແລະ ວັນວິຈິດສິນແຫ່ງຊາດ ເພື່ອເປັນການສົ່ງເສີມ ໃຫ້ມີການສ້າງຜະລິດຕະພັນທາງດ້ານວິຈິດສິນໃຫ້ຫລາກຫລາຍ, ທັງເປັນການໂຄສະນາເຜີຍແຜ່ ວຽກງານວິຈິດສິນ ເຮັດໃຫ້ສັງຄົມຮັບຮູ້ ແລະ ສະໜັບສະໜູນວຽກງານວິຈິດສິນ ໃຫ້ມີການພັດທະນານັບມື້ນັບຫລາຍຂຶ້ນ.
ໂອກາດດຽວກັນ, ທ່ານ ສາຍສະໝອນ ໂພທະລິນ ຮອງຜູ້ອໍາ ນວຍການສະຖາບັນວິຈິດສິນແຫ່ງຊາດ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງ ສະຖາບັນວິຈິດສິນແຫ່ງຊາດ ໂດຍຫຍໍ້ ເຊິ່ງໃນເມື່ອກ່ອນ ມີຊື່ວ່າ ໂຮງຮຽນສິລະປະກຳແຫ່ງຊາດ ຖືກສ້າງຕັ້ງຂຶ້ນໃນປີ 1932 ຢູ່ທີ່ວັດຈັນ ເມືອງຈັນທະບູລີ ນະຄອນ ຫລວງວຽງ ຈັນ ຕາມຈຸດປະສົງຂອງເຈົ້າເພັດສະລາດ ນັກຮຽນສ່ວນຫລາຍແມ່ນພະສົງ ແລະ ສາມະເນນ ເປີດການຮຽນ-ການ ສອນໄດ້ 4 ປີ, ມາຮອດປີ 1936 ກໍໄດ້ປິດການຮຽນ-ການສອນ ຍ້ອນສົງຄາມ.
ມາຮອດປີ 1940 ໄດ້ສືບຕໍ່ຕົກລົງຮ່ວມມື ລະຫວ່າງ ລາວ- ຝຣັ່ງ ຢູ່ທີ່ປາກເຊ ໂດຍທ່ານ ສຸພັນ ບລັງຊາ ເດີລາບິຣດ ຜູ້ກວດກາສະຖາບັນການສຶກສາ ປະຈຳພາກໃຕ້ຂອງລາວ ໄດ້ເຫັນດີກັນຕົກ ລົງຮ່ວມມື ສ້າງຕັ້ງໂຮງຮຽນສິລະປະກຳຂຶ້ນຢູ່ທີ່ ດອນໂຂງ ແຂວງຈຳປາສັກ ໄດ້ເປີດການຮຽນ-ການສອນ 3 ພາກວິຊາ ຄື: ສິລະປະພື້ນເມືອງຕີເງິນ, ຕີຄຳ ແລະ ຄວັດແກະສະຫລັກ, ຫລັງ ຈາກນັ້ນ ໃນປີ 1945 ໄດ້ຍົກຍ້າຍມາ ຢູ່ນະຄອນຫລວງວຽງຈັນ ພໍຮອດປີ 1949 ກໍໄດ້ປິດການຮຽນ-ການສອນ ອີກຄັ້ງໜຶ່ງ ຍ້ອນສົ່ງຄາມຮຸກຮານ. ມາຮອດວັນທີ 9 ພະຈິກ 1959 ກໍໄດ້ເປີດການຮຽນ- ການສອນ ຢ່າງເປັນທາງການ ຂຶ້ນອີກ ໂດຍໃສ່ຊື່ວ່າ ໂຮງຮຽນສິລະປະກຳລາວ ຂຶ້ນກັບກະຊວງສຶກສາທິການ. ຮອດປີ 1962 -1975 ໄດ້ເປີດສອນຫລັກສູດຊັ້ນຕົ້ນ 4 ປີ. ມາໃນປີ 1976 ໄດ້ມີການເຕົ້າໂຮມ ຄູ-ອາຈານ, ພະນັກ ງານ ແລະ ນັກ ຮຽນ ທັງສອງເຂດເຂົ້າກັນ ຄື: ເຂດວຽງໄຊ ແລະ ເຂດວຽງ ຈັນ ເປີດສອນຫລັກສູດ 3 ປີ ຕື່ມອີກ (ໃນໄລຍະນີ້ ມີຫລັກສູດຊັ້ນຕົ້ນ 4 ປີ, ຊັ້ນກາງ 3 ປີ).
ມາຮອດປີ 2002 ໄດ້ຍົກລະດັບໂຮງຮຽນສິລະປະກຳລາວ ຂຶ້ນເປັນສະຖາບັນວິຈິດສິນແຫ່ງຊາດ ເປີດການຮຽນ-ການສອນຫລັກສູດຊັ້ນປະລິນຍາຕີ, ມາໃນປີ 2005 ໄດ້ເປີດການຮຽນ- ການສອນຫລັກສູດຊັ້ນສູງ, ໄດ້ປັບປຸງຫລັກສູດຊັ້ນກາງເປັນ 3 ປີ ແລະ ປີ 2007 ໄດ້ໂຈະການຮັບນັກຮຽນຊັ້ນກາງ ຍ້ອນຂາດອາຄານຮຽນ ສະຖານທີ່ບໍ່ພຽງພໍ ໄດ້ມອບໃຫ້ໂຮງຮຽນວິຈິດສິນແຂວງຫລວງພະບາງ, ໂຮງຮຽນວິຈິດສິນແຂວງສະຫວັນນະເຂດ ແລະ ໂຮງຮຽນວິຈິດສິນ ແຂວງຈໍາປາສັກ. ມາຮອດປັດຈຸບັນ ສະ ຖາບັນ ໄດ້ເປີດການຮຽນ-ການສອນ ຫລັກສູດຊັ້ນສູງ, ຫລັກ ສູດປະລິນຍາຕີ ແລະ ຫລັກສູດປະລິນຍາໂທ ແລະ ໄດ້ມີການເຕີບ ໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງໃນແຕ່ລະໄລຍະ.
May be art of text