ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈັດງານລະນຶກບຸນຄຸນພຣະເຈົ້າໄຊຍະເຊດຖາທິລາດ ແລະ ສະເຫີມສະຫຼອງປີທ່ອງທ່ຽວລາວ 2024

Dec 18, 2024

ງານບຸນລະນຶກບຸນຄຸນພຣະເຈົ້າໄຊຍະເຊດຖາທິລາດ ແລະ ສະເຫີມສະຫຼອງປີທ່ອງທ່ຽວລາວ 2024 ທີ່ແຂວງອັດຕະປື ໄດ້ຈັດຂຶ້ນໃນວັນທີ 17 ທັນວາ ນີ້ ທີ່ເດີ່ນອະນຸສາວະລີ ເຈົ້າໄຊຍະເຊດຖາທິລາດ ບ້ານ ຫາດຊາຍຂາວ ເມືອງໄຊເຊດຖາ ໂດຍໃຫ້ກຽດເຂົ້າ ຮ່ວມຂອງທ່ານ ວັນທອງ​ ກອງ​ມະນີ​ ເຈົ້າແຂວງອັດຕະປື,​ ມີທ່ານ​ ເລັດ​ ໄຊຍະພອນ​​ ປະທານສູນກາງສະຫະພັນກໍາມະບານລາວ, ຄະນະນຳຈາກກະຊວງຖະແຫຼງຂ່າວ, ວັດທະນະ ທໍາ ແລະ ທ່ອງທ່ຽວ (ຖວທ), ແຂກຖືກເຊີນ ແລະ ມວນຊົນຊາວແຂວງ​ ອັດຕະປື ເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນພິທີ ທ່ານ​ ບຸນເສີດ​ ເສດທິລາດ​ ຮອງ​ເຈົ້າແຂວງອັດຕະປື​ ປະທານຈັດງານປີທ່ອງທ່ຽວລາວ​ ແຂວງ​ ໄດ້ລາຍງານໃຫ້ຮູ້ວ່າ: ແຂວງອັດຕະປື ໄດ້ກຳນົດກິດຈະກຳທ່ອງທ່ຽວ ໃນລະດັບແຂວງມີທັງໝົດ 7 ກິດຈະກຳ, ຊຶ່ງໃນ 7 ກິດ ຈະກຳປະກອບມີ: ຂອງແຂວງສະເພາະມີ 1 ກິດຈະກຳ, ແຂວງ ຮ່ວມກັບເມືອງມີ​ 1 ກິດຈະກຳ,​ ຈາກນັ້ນ 5 ກິດຈະກຳແມ່ນຂອງເມືອງ,​ ສໍາລັບກິດຈະກຳລະດັບແຂວງ ໄດ້ກຳນົດຈັດຂຶ້ນຕັ້ງແຕ່ວັນທີ 14-18 ທັນວາ 2024 ຊຶ່ງແມ່ນງານບຸນລະນຶກບຸນຄຸນພຣະເຈົ້າໄຊຍະເຊດຖາທິຣາດ ສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ຂອງແຂວງອັດຕະປື.​
ພິທີສະເຫຼີມສະຫຼອງ​ປີທ່ອງທ່ຽວລາວ​ 2024​ ຂອງແຂວງ​ ຕິດພັນກັບງານບຸນລະນຶກບຸນຄຸນພຣະເຈົ້າໄຊຍະເຊດຖາທິຣາດ ໄດ້ກໍານົດເອົາ 8​ ກິດຈະກໍາ​ ຄື:
1. ກິດຈະກຳຂີ້ລົດຖີບເພື່ອສຸຂະ ພາບຂອງສະຫະພັນລົດຖີບແຂວງ ຈັດຂື້ນໃນຄັ້ງວັນທີ 14 ທັນວາ,
2.​ ກິດຈະກຳວາງສະແດງສິນຄ້າ ແລະ ການທ່ອງທ່ຽວ ຈັດຂື້ນລະຫວ່າງ ວັນທີ 14-18 ທັນວາ,
3.​ ກິດຈະກຳປະກວດນາງສາວທ່ອງທ່ຽວ​ ຈັດຂື້ນໃນຄໍ່າຄືນວັນທີ 16 ທັນວາ,
4.​ ກິດຈະກຳຮ່ອນຄໍາຕາມປະເພນີ ຈັດຂື້ນໃນຄັ້ງວັນທີ 17 ທັນວາ,
5.​ ກິດຈະກຳແຫ່ຜ້າສາດເຜີ້ງ: ຈັດຂື້ນວັນທີ 17 ທັນວາ,
6. ກິດຈະກຳສະແດງສີລະປະຄົບງັນ ຈັດຂື້ນລະຫວ່າງວັນທີ 14-17 ທັນວາ 2024
7. ກິດຈະກຳຕັກບາດ ຈັດຂື້ນໃນຄັ້ງວັນທີ 18 ທັນວາ 2024
8.​ ກິດຈະກຳຊ່ວງເຮືອຕາມຕຳນານ​ ຈັດຂື້ນໃນຄັ້ງວັນທີ່ 18 ທັນວາ 2024,
ສໍາລັບການເປີດງານມື້ນີ້ ແມ່ນໄດ້ມີຂະບວນສະແດງ ແລະ ຂະບວນແຫ່ ຂອງກ້ອນກຳລັງຂອງແຕ່ລະເມືອງ, ຊຶ່ງມີຂະບວນ ແຫ່ທັງໝົດ 9 ກ້ອນກຳລັງ ຈໍານວນ ຄົນເຂົ້າຮ່ວມ ແລະ ສະແດງ ເກືອບ 2.000 ຄົນ.