ວັນທີ 12 ພະຈິກນີ້, ງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນຄັ້ງທີ 15 ໄດ້ຈັດຂຶ້ນຢູ່ນະຄອນຈູ່ໄຫ ແຂວງກວາງຕຸ້ງຈີນ. ກິດຈະກຳເທື່ອນີ້ໄດ້ດຶງ ດູດວິສາຫະກິດ 1,022 ແຫ່ງທີ່ມາຈາກ 47 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມ,ໃນນັ້ນນັກທຸລະກິດຕ່າງປະເທດເພີ່ມຂຶ້ນ 104% ເມື່ອທຽບໃສ່ງານວາງສະແດງຄັ້ງຜ່ານມາ, ຣັດເຊຍ, ຝຣັ່ງ, ອາເມຣິກາ, ອາຣັບບີ ຊາອຸດິດ, ອີຕາລີ ແລະ ປະເທດອື່ນໆ ໄດ້ ເຂົ້າຮ່ວມງານ. ວິສາຫະກິດການບິນທີ່ມີຊື່ສຽງຢູ່ໃນໂລກຈຳນວນຫຼວງຫຼາຍໄດ້ຊອກຫາໂອກາດດ້ານການຕະຫຼາດຢູ່ໃນງານວາງສະແດງການບິນ ແລະ ການບິນອະວະ ກາດຂອງຈີນຄັ້ງນີ້.
ງານວາງສະແດງຄັ້ງນີ້ ໄດ້ຈັດເຂດວາງສະແດງຕ່າງໆ ເຊັ່ນ: ຫໍເສດຖະກິດການບິນຕ່ຳ,ຫໍອຸດສາຫະກຳເຮືອບິນທີ່ໃຊ້ໃນທາງການຄ້າ,ເຂດວາງສະແດງອຸດສາຫະກຳການບິນພົນລະເຮືອນ,ເຂດວາງສະແດງການບິນອະວະກາດທີ່ໃຊ້ໃນທາງການຄ້າ ພ້ອມດ້ວຍເຂດວາງສະແດງວັດຖຸດິບໃໝ່ ແລະ ການນຳໃຊ້ເປັນຕົ້ນ,ຜະລິດຕະພັນທີ່ນຳວາງສະແດງການເກືອບທຸກຂົງເຂດ:ທາງບົກ, ທາງທະເລ, ທາງອາກາດ, ການບິນອະວະ ກາດ,ເອເລັກໂຕຣນິກ ແລະ ເຄືອຂ່າຍຕ່າງໆ, ຜະລິດຕະພັນລະດັບກ້າວໜ້າຕ່າງໆຢູ່ໃນໂລກໄດ້ໂຮມສູນຢູ່ໃນງານວາງສະແດງຄັ້ງນີ້.
ທີ່ມາ: CMG





