ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈັດງານເທດສະການຜະລິດຕະພາບແຫ່ງຊາດລາວ 2024

Nov 22, 2024

ສຳນັກງານສົ່ງເສີມຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ (ສຈນກ) ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດງານເທດສະການຜະລິດຕະພາບແຫ່ງຊາດລາວ ປະຈໍາປີ 2024 ຂຶ້ນຢູ່ສູນການຄ້າວຽງຈັນເຊັນເຕີ ລະຫວ່າງວັນທີ 21-23 ພະຈິກ 2024 ນີ້, ພາຍໃຕ້ການເປັນປະທານຂອງທ່ານ ມາໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງ ອຄ.
ພາຍໃນງານໄດ້ມີຫຼາຍພາກສ່ວນເຂົ້າຮ່ວມໃນການວາງສະແດງ ແລະຂາຍສິນຄ້າ. ໃນໂອກາດດັ່ງກ່າວ, ທ່ານ ມະໂນທອງ ວົງໄຊ ໄດ້ເນັ້ນໃຫ້ເຫັນເຖິງບົດບາດຄວາມສຳຄັນ ຂອງວຽກງານຜະລິດຕະພາບ ຕໍ່ການພັດທະນາເສດຖະກິດ-ສັງຄົມ, ການຍົງສູງຜະລິດຕະພາບ ແມ່ນຈະເຮັດໃຫ້ຜົນການຜະລິດມີຄຸນນະພາບສູງຂຶ້ນ ແລະ ສາມາດເພີ່ມປະລິມາການຜະລິດໃຫ້ຫຼາຍຂຶ້ນ ພ້ອມທັງເຮັດໃຫ້ຕົ້ນທຶນການຜະລິດຕໍ່າລົງ ເຮັດໃຫ້ຜູ້ໃຊ້ໄດ້ຮັບສິນຄ້າ ແລະບໍລິການທີ່ມີຄຸນນະພາບດີ ລາຄາຖືກ ແລະ ຜູ້ສະໜອງໄດ້ກໍາໄລສູງຂຶ້ນ ເຮັດໃຫ້ທຸລະກິດເຕີບໃຫຍ່ເຂັ້ມແຂງ, ເຊິ່ງໃນທິດທາງນະໂຍບາຍຂອງພັກ ແລະ ລັດຖະບານເຮົາ ກໍໄດ້ຖືເອົາວຽກງານເສດຖະກິດເປັນໃຈກາງ ເພື່ອຊຸກຍູ້ໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ໝັ້ນທ່ຽງ ມີຄຸນນະພາບ ຕາມທິດສີຂຽວ ແລະ ຍືນຍົງ.
ຂ່າວ: ວຽງຈັນໃໝ່