ພິທີໂຮມຊຸມນຸມໃຫຍ່ ແລະ ການສວນສະໜາມ ເພື່ອສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່, ສົມກຽດ ແລະ ສະຫງ່າຜ່າເຜີຍ ໃນຕອນເຊົ້າວັນທີ 2 ທັນວາ 2025 ຢູ່ສະໜາມຫຼວງ ນະຄອນຫຼວງວຽງຈັນ. ໂດຍການໃຫ້ກຽດເຂົ້ສຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍບັນດາການນໍາພັກ-ລັດ, ພະນັກງານປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ຜູ້ຊົງຄຸນນະວຸດທິ, ຕົວແທນບັນດາເຜົ່າ, ຕົວແທນຄົນເຊື້ອຊາດລາວຢູ່ຕ່າງປະເທດ, ນັກຮຽນຮູ້-ປັນຍາຊົຍ ແລະ ມວນຊົນກໍຄືປະຊາຊົນລາວບັນດາເຜົ່າ.

ໃຫ້ກຽດເຂົ້າຮ່ວມໃນພິທີໂຮມຊຸມນຸມໃຫຍ່ຄັ້ງນີ້, ຍັງມີສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະຫາຍ ຫວັງຮູໜິງ ຄະນະປະຈໍາກົມການເມືອງສູນກາງພັກ, ປະທານສະພາເປິກສາການເມືອງແຫ່ງຊາດຈີນ, ສົມເດັດ ປິໄຈ ເສນາ ເຕຍບັນ ທີ່ເປິກສາຂັ້ນສູງຂອງເຈົ້າຊີວິດ, ຮອງປະທານຄະນະພັກປະຊາຊົນກໍາປູເຈຍ, ທ່ານ ນິໂຄລາຍ ຊູຣາວະໂຣບ ຮອງປະທານສະພາສູງ ແຫ່ງ ສ ຣັດເຊຍ, ສະຫາຍ ນາງ ມາຣ໌ຕາ ອາຢາລາ ກໍາມະການກົມການເມືອງສູນກາງພັກກອມມູນິດກູບາ ຜູ້ອໍານວຍການໃຫຍ່ສູນພັນທຸກໍາ ແລະ ເຕັກໂນໂລຊີຊີວະພາບ ກູບາ ພ້ອມດ້ວຍທູຕານຸທູດຕ່າງປະເທດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ເຂົ້າຮ່ວມ.

ພິທີເລີ່ມຕົ້ນຂຶ້ນ ດ້ວຍການສະແດງຮ້ອງເພງສ້າງບັນຍາກາດຈຳນວນ 3 ບົດເພງ ຄື: ເພງວຽງຈັນໝາກຫົວໃຈ ຈາກຄະນະສິລະປະແຫ່ງຊາດ, ເພງຕໍາຫຼວດລາວກ້າວເດີນ ຈາກຄະນະສິລະປະກອນກະຊວງປ້ອງກັນຄວາມສະຫງົບ ແລະ ເພງ ນັກຮົບລາວກ້າວເດີນ ຈາກຄະນະສິລະປະກອນກອງທັບ. ຈາກນັ້ນ, ໄດ້ມີພິທີເຄົາລົບທຸງຊາດ ແລະ ຄະນະຈັດຕັ້ງພິທີໄດ້ຮຽນເຊີນສະຫາຍ ທອງລຸນ ສີສຸລິດ ກ່າວສຸນທອດພົດ ຕໍ່ພິທີໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ໂດຍສະຫາຍໄດ້ຍົກໃຫ້ເຫັນເຖິງຄວາມເປັນຈິດໜຶ່ງໃຈດຽວກັນຂອງປະຊາຊົນລາວບັນດາເຜົ່າຜູ້ຮັກຊາດ ແລະ ຄວາມເປັນມາຂອງການເປັນຊາດລາວ ກໍຄື ການສະຖາປະນາ ສປປ ລາວ ຕະຫຼອດຍ່ານທາງ 50 ປີ ແຫ່ງພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສປປ ລາວ ໄດ້ກ້າວເດີນຜ່ານຜ່າອຸປະສັກ, ຄວາມຫຍຸ້ງຍາກ, ສິ່ງທ້າທາຍທົດສອບ ແຕ່ກໍສາມາດຜ່ານຜ່າພະຍຸລົມແດງ ແລະ ສິ່ງທ້າທາຍທົດສອບອັນລະອິດລະອ້ຽວ, ຂ້ຽວຂາດມາໄດ້. ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຍົກໃຫ້ວ່າ: 50 ປີຜ່ານໄປນັ້ນ, ແມ່ນ 50 ປີແຫ່ງການສ້າງຕັ້ງ, ບູລະນະ ແລະ ພັດທະນາ ສປປ ລາວຢ່າງບໍ່ຢຸດຢັ້ງ, ຖືເປັນໜາກຜົນລວມຍອດຂອງຂະບວນວິວັດແຫ່ງການຕໍ່ສູ້ອັນດຸເດືອດ, ຂ້ຽວຂາດ, ລໍາບາກ ຍຶດເຍື້ອຍາວນານ ທີ່ເຕັມໄປດ້ວຍນ້ຳໃຈຮັກຊາດອັນສູງສົ່ງ, ບໍ່ຍອມຈຳນົນ, ຄວາມຟົດຟຶ້ນປະຕິວັດ ແລະ ການເສຍສະຫຼະຂອງບັນພະບູລຸດ ແລະ ວິລະບູລຸດ ຂອງຊາດລາວວິລະຊົນ ກໍຄືການຊ່ວຍເຫຼືອອັນລ້ຳຄ່າຂອງປະເທດເພື່ອນມິດ, ພິເສດແມ່ນຄວາມສາມັກຄີ ແລະ ການຮ່ວມສຳພັນສູ້ຮົບຂອງ 3 ຊາດອິນດູຈີນ ລາວ-ຫວຽດນາມ-ກຳປູເຈຍ ອ້າຍນ້ອງ ຈົນສາມາດຍາດໄດ້ໄຊຊະນະອັນຍິ່ງໃຫຍ່ ແລະ ສະຫງ່າງາມ ຊຶ່ງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ, ລູກຫຼານຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າໄດ້ໃຫ້ຂໍ້ສະຫຼຸບວ່າ: “ຕໍ່ສູ້ຍາວນານ, ມີໄຊຍິ່ງໃຫຍ່”.

ສະຫາຍເລຂາທິການໃຫຍ່, ປະທານປະເທດ ຍົກໃຫ້ເຫັນຕື່ມວ່າ: ຕະຫຼອດໄລຍະ 50 ປີແຫ່ງພາລະກິດປົກປັກຮັກສາ ແລະ ພັດທະນາ ສປປ ລາວ, ພວກເຮົາໄດ້ຢືນຢັນຢ່າງໜັກແໜ້ນເຖິງທາດແທ້, ມູນເຊື້ອປະຕິວັດ ທີ່ເປັນບົດຮຽນໃຫ້ແກ່ການສືບຕໍ່ນໍາພາປະເທດຊາດກ້າວຂຶ້ນ, ນັ້ນແມ່ນ “ຍຶດໝັ້ນອຸດົມການສັງຄົມນິຍົມ, ເສີມຂະຫຍາຍມະຫາສາມັກຄີທົ່ວປວງຊົນລາວທັງຊາດ ເພື່ອບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ເຂັ້ມແຂງ, ສ້າງລັດທີ່ມາຈາກປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ, ອຳນາດລັດທັງໝົດເປັນຂອງທົ່ວປວງຊົນລາວຢ່າງແທ້ຈິງ ແລະ ເຮັດທຸກສິ່ງທຸກຢ່າງ ເພື່ອຄວາມສົມບູນພູນສຸກຂອງປະຊາຊົນ” ຊຶ່ງແມ່ນອຸດົມການອັນເດັດດ່ຽວ, ສະເໝີຕົ້ນສະເໝີປາຍຂອງພັກເຮົາ ແລະ ເປັນຄວາມມຸ່ງຫວັງອັນແຮງກ້າຂອງປະຊາຊົນລາວບັນດາເຜົ່າ ທີ່ພວກເຮົາ ແລະ ຄົນຮຸ່ນໜຸ່ມຜູ້ສືບທອດ ຕ້ອງສືບຕໍ່ຍຶດໝັ້ນ ເພື່ອນຳພາພາລະກິດປະຕິວັດ, ນຳພາປະເທດເຮົາກ້າວຂຶ້ນສູ່ສັງຄົມນິຍົມຢ່າງໜັກແໜ້ນ.

ຕອນທ້າຍ, ສະຫາຍເລຂາທິການໃຫຍ່, ປະທານປະເທດ ຍັງໄດ້ນໍາພາຮ້ອງຄໍາຂວັນ: ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໝັ້ນຍືນ; ພັກປະຊາຊົນປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ; ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຍືນຍົງໃນພາລະກິດປະຕິວັດ ແລະ ຢູ່ໃນດວງໃຈ ຂອງປະຊາຊົນລາວ ຕະຫຼອດໄປ ແລະ ນໍ້າໃຈວັນຊາດ ທີ 2 ທັນວາ ໝັ້ນຍືນ!

ພາຍຫຼັງສະຫາຍເລຂາທິການໃຫຍ່, ປະທານປະເທດ ກ່າວສຸນທອດພົດສິ້ນສຸດລົງ, ຄະນະຮັບຜິດຊອບກ້ອນກໍາລັງເດີນຂະບວນສວນສະໜາມ ໄດ້ເລີ່ມອອກຄຳສັ່ງໃຫ້ເຄື່ອນເຂົ້າກຳລັງເຂົ້າສູ່ສະໜາມຫຼວງ ຊຶ່ງປະກອບມີ 3 ຂະບວນໃຫຍ່ ລວມມີຈຳນວນ 47 ກ້ອນທີ່ມາຈາກເຫຼົ່າຮົບຕ່າງໆຂອງກອງທັບ ແລະ ກຳລັງປ້ອງກັນຄວາມສະຫງົບ, ຈາກບັນດາກະຊວງ, ອົງການທີ່ເປັນເສນາທິການໃຫ້ພັກ ແລະ ລັດຖະບານ, ອົງການຈັດຕັ້ງມະຫາຊົນ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ກ້ອນເຍົາວະຊົນທັນວາ ແລະ ກ້ອນອື່ນໆ. ນອກນີ້, ໃນລະຫວ່າງການສວນສະໜາມຂອງກ້ອນກຳລັງຕ່າງໆ ໄດ້ມີການສະແດງຂອງຝູງບິນ Mi-17 ຈຳນວນ 4 ລໍາທີ່ນຳເອົາທຸງຊາດ, ທຸງພັກ, ທຸງ 50 ປີ ແລະ ແຜ່ນຄໍາຂວັນນໍ້າໃຈ ທີ 2 ທັນວາ ໝັ້ນຍືນ ບິນຜ່ານເຂົ້າມາສູ່ທ້ອງຟ້າສະໜາມຫຼວງ ລວມທັງການສະແດງບິນຜ່ານຂອງເຮືອບິນສູ້ຮົບ Yak-130 ຈຳນວນ 3 ຮອບ ຊຶ່ງໄດ້ສ້າງຄວາມປະທັບໃຈໃຫ້ແຂກພາຍໃນ ແລະ ຕ່າງປະເທດ ລວມທັງມວນຊົນທີ່ເຂົ້າຮ່ວມງານໂຮມຊຸມນຸມໃຫຍ່ ແລະ ສວນສະໜາມໃນຄັ້ງນີ້ເປັນທີ່ສຸດ.




ຂ່າວ: ປອງໄຕ ຈະເລີນສຸກ , ພາບ: ວສລ


