ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈັດຊຸດເຝິກອົບຮົມການລາຍງານຂ່າວບັນຫາສີຂຽວ ພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ.

Sep 30, 2025

ສະມາຄົມນັກຂ່າວແຫ່ງປະເທດລາວຮ່ວມກັບ ອົງການແຄຣ໌ ນານາຊາດ ປະຈຳລາວ ຈັດຊຸດເຝິກອົບຮົມການລາຍງານຂ່າວບັນຫາສີຂຽວໃຫ້ອົງການຈັດຕັ້ງທາງສັງຄົມ ພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອການພັດທະນາສີຂຽວຢູ່ໃນລາວ ຈັດຂື້ນໃນວັນທີ 29 ກັນຍາ 2025 ຢູ່ໂຮງແຮມລາດຊະວົງ ວັນດາວິສຕ້າ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານໂດຍທ່ານ ສະຫວັນຄອນ ຣາຊມົນຕຣີ ປະທານສະມາຄົມນັກຂ່າວແຫ່ງປະເທດລາວ, ທ່ານ ນາງ ບົວຄໍາດວງປັນຍາ ຫົວໜ້າໂຄງການ GAMCIL, ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສະຫວັນຄອນ ຣາຊມົນຕຣີ ປະທານສະມາຄົມນັກຂ່າວແຫ່ງປະເທດລາວ ມີຄໍາເຫັນວ່າ: ການຈັດຊຸດເຝິກອົບຮົມຄັ້ງນີ້, ເພື່ອປະກອບສ່ວນຮັບໃຊ້ເຂົ້າໃນການຜັນຂະຫຍາຍວິໃສທັດກໍຄືແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານໃນການປົກປັກຮັກສາສິ່ງແວດລ້ອມ ຜ່ານມາ, ພັກ ແລະ ລັດໄດ້ມີຄວາມພະຍາຍາມສ້າງເງື່ອນໄຂ, ໃຫ້ໂອກາດປະຊາຊົນລາວທຸກສາຂາອາຊີບໄດ້ມີສ່ວນຮ່ວມປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມຍືນຍົງ
May be an image of 10 people, lighting and table May be an image of ‎10 people, table and ‎text that says '‎ក្រា ---- ك CARE. COTE are Always There 標香 ب‎'‎‎
ທ່ານນາງ ບົວຄໍາ ດວງປັນຍາ ຫົວໜ້າໂຄງການ GAMCIL ມີຄໍາເຫັນວ່າ: ຊຸດອົບຮົມຄັ້ງນີ້, ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ແລກປ່ຽນບົດຮຽນກ່ຽວກັບການພັດທະນາສີຂຽວ ໂດຍຜ່ານ ຫຼັກສູດມາດຕະຖານການລາຍງານຂ່າວສີຂຽວ ເນັ້ນໃສ່ເຕັກນິກການເກັບກຳຂໍ້ມູນ, ການວິເຄາະ, ການຕັ້ງຫົວຂໍ້ຂ່າວ ແລະ ການຂຽນຂ່າວສຳລັບສື່ອອນລາຍແບບໃໝ່ ໂດຍນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ເຊັ່ນ: ປັນຍາປະດິດ ທີ່ຈະເປັນເຄື່ອງມືຊ່ວຍອໍານວຍຄວາມສະດວກໃຫ້ຜູ້ເຂົ້າຮ່ວມໃນການສ້າງເນື້ອໃນຂ່າວໄດ້ຢ່າງມີປະສິດທິພາບຫຼາຍຂື້ນ.
May be an image of 7 people and text
ການສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອການພັດທະນາສີຂຽວຢູ່ໃນລາວ ແມ່ນໂຄງການໜຶ່ງທີ່ໄດ້ເຮັດວຽກກັບບັນດາສື່ມວນຊົນຂອງລັດ ແລະ ເອກະຊົນ ເພື່ອປັບປຸງທັກສະວິຊາຊີບຂອງນັກຂ່າວລາວ ໂດຍການເພີ່ມຄວາມຮູ້ດ້ານສີ່ດິຈິຕອລ ແລະ ຄວາມເຂົ້າໃຈກ່ຽວກັບສີ່ແບບໃໝ່ ໂຄງການນີ້ໄດ້ຮັບການສະໜັບສະໜູນຈາກໂຄງການພັດທະນາສີຂຽວຂອງສະຫະພາບເອີຣົບ ທີ່ໃຫ້ການສະໜັບສະໜູນນະໂຍບາຍໃນຂົງເຂດການປັບຕົວ ແລະ ຫຼຸດຜ່ອນຄວາມສ່ຽງຕໍ່ດິນຟ້າອາກາດ, ການພັດທະນາເສດຖະກິດ -ສັງຄົມ ແບບຍືນຍົງ. ໂຄງການ ຍັງໄດ້ເສີມຂະຫຍາຍການຮັບຮູ້ດ້ານສື່ດີຈິຕອລ ແລະ ການ ພັດທະນາສີຂຽວ ເພື່ອເພີ່ມການເຂົ້າເຖິງຂໍ້ມູນຂ່າວສານການພັດທະນາທີ່ກ່ຽວຂ້ອງກັບບົດບາດທາງເພດ, ສິດທິຂອງຜູ້ອອກແຮງງານ ແລະ ການພັດທະນາຊຸມຊົນຢູ່ໃນລາວຕິດພັນກັບການພັດທະນາສີຂຽວແບບຍືນຍົງ. ໂຄງການນີ້ຍັງຈະເສີມສ້າງການມີສ່ວນຮ່ວມ, ທັດສະນະຄະຕິ, ວິໄສທັດ ແລະ ຄວາມສາມາດຂອງນັກຂ່າວດ້ວຍການສຸມໃສ່ນໍາໃຊ້ສື່ຢ່າງເຂັ້ມແຂງເພື່ອສົ່ງເສີມການເຕີບໂຕສີຂຽວຂອງປະຊາຊົນຢູ່ໃນລາວ.
ຂ່າວ-ພາບ : ບັນລັງທອງ ວສລ