ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈັດຊຸດເຝິກອົບຮົມຜູ້ຄຸ້ມຄອງ ແລະ ນໍາໃຊ້ສື່ສັງຄົມອອນລາຍ

Jun 30, 2025

ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບອົງການແຄຣ ນານາຊາດ ປະຈໍາລາວ ຈັດພິທີເປີດຊຸດເຝິກອົບຮົມຜູ້ຄຸ້ມຄອງ ແລະ ນໍາໃຊ້ສື່ສັງຄົມອອນລາຍທົ່ວໄປ ໃນຫົວຂໍ້ ການລາຍງານຂ່າວບັນຫາສີຂຽວ ພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອການພັດທະນາສີຂຽວໃນ ສປປ ລາວ ຈັດຂຶ້ນໃນວັນທີ 30 ມິຖຸນາ 2025 ນີ້ ທີ່ນະຄອນຫຼວງວຽງຈັນ ມີທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ, ທານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງປະເທດລາວ, ທ່ານ ນາງ ບົວຄໍາ ດວງປັນຍາ ຫົວໜ້າໂຄງການສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນໂດຍການມີສ່ວນຮ່ວມຂອງອົງການຈັດ ຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມເພື່ອການພັດທະນາສີຂຽວນໃນ ສປປ ລາວ ຫຼື GAMCIL, ອົງການແຄນາໆຊາດປະຈໍາລາວ ພ້ອມດ້ວຍວິທະຍາກອນ ແລະ ສາມະນາກອນເຂົ້າຮ່ວມ.
ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງປະເທດລາວ ມີຄໍາເຫັນວ່າ: ການຈັດສໍາມະນາຄັ້ງນີ້ ເພື່ອສືບຕໍ່ຍົກລະດັບຄວາມຮູ້ຄວາມສາມາດ ແລະ ທັກສະໃນການໃຊ້ອຸປະກອນ ແລະ ເຄື່ອງມືທີ່ທັນສະໄໝໃນຍຸກດີຈິຕອນ ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຜະລິດຂາວ, ຜະລິດບົດ ຫຼື ຄອນເທັນຕ່າງໆດ້ວຍຫຼາກຫຼາຍວິທີ,ຫຼາຍຮູບແບບສີສັນກະຈາຍຜ່ານຫຼາຍລະບົບສື່ສານໄປເຖິງກຸ່ມເປົ້າໝາຍໃນສັງຄົມທັງພາຍໃນ ແລະ ແລະ ຕ່າງປະເທດ ໂດຍສະເພາະແມ່ນການພັດທະນາທາງດ້ານສີຂຽວຍືນຍົງຂອງ ສປປ ລາວ.
ໂອກາດນີ້ ທ່ານນາງ ບົວຄໍາ ດວງປັນຍາ ຫົວໜ້າໂຄງການສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນໂດຍການມີສ່ວນຮ່ວມຂອງອົງການຈັດ ຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມເພື່ອການພັດທະນາສີຂຽວນໃນ ສປປ ລາວ ໄດ້ມີຄໍາເຫັນວ່າ: ໂຄງການ GAMCIL ແມ່ນໂຄງການໜຶ່ງທີ່ໄດ້ເຮັດວຽກຮ່ວມກັບບັນດາສື່ມວນຊົນຂອງລັດ ແລະ ເອກະຊົນເພື່ອປັບປຸງທັກສະວິຊາຊີບຂອງນັກຂ່າວລາວໂດຍການເພີ່ມຄວາມຮູ້ທາງດ້ານດີຕິຈິຕອນ ແລະ ຄວາມເຂົ້າໃຈກ່ຽວກັບສື່ແບບໃໝ່ ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການພັດທະນາສີຂຽວຂອງສະຫະພາບເອີຣົບທີ່ໃຫ້ການສະໜັບສະໜູນນະໂຍບາຍໃນຂົງເຂດດ້ານການປັບຕົວ ແລະ ການຫຼຸດຜ່ອນຄວາມສ່ຽງຕໍ່ກັບດິນຟ້າອາກາດ, ການພັດທະນາເສດຖະກິດສັງຄົມແບບຍືນຍົງ ພ້ອມກັນນັ້ນໂຄງການຍັງໄດ້ເສີມຂະຫຍາຍການຮັບຮູ້ທາງດ້ານດີຈິຕອນ ການພັດທະນາສີຂຽວ ແລະ ເພື່ອເພີ່ມການເຂົ້າເຖິງຂໍ້ມູນຂ່າວສານການພັດທະນາທີ່ກ່ຽວຂ້ອງກັບບົດບາດທາງເພດ ສິດທິຂອງຜູ້ອອກ ແຮງງານ ແລະ ການພັດທະນາຊຸມຊົນໃນ ສປປ ລາວທີ່ຕິດພັນກັບການພັດທະນາສີຂຽວແບບຍືນຍົງ ທັດສະນະຄະຕິ, ວິໄສທັດ ແລະ ຄວາມສາມາດຂອງນັກຂ່າວ ດ້ວຍການສຸມໃສ່ການນໍາໃຊ້ສື່ຢ່າງເຂັ້ມແຂງເພື່ອສົ່ງເສີມການເຕີບໂຕສີຂຽວຂອງ ສປປ ລາວ.
ໂຄງການສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການ ຈັດຕັ້ງທາງສັງຄົມເພື່ອການພັດທະນາສີຂຽວນໃນ ສປປ ລາວ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈໃນເດືອນກັນຍາ 2023 ແລະໂຄງການນີ້ຈະສິ້ນສຸດວາລະໃນວັນທີ 30 ເດືອນກຸມພາ 2027 ເພື່ອແກ້ໄຂຊ່ອງວ່າງທາງດ້ານຄວາມຮູ້ທາງສື່ສັງຄົມ, ປັບປຸງການຮຽນຮູ້ທາງດ້ານສື່ດີຈິຕອນ ແລະ ຫຼຸດຜ່ອນຄວາມສ່ຽງຂອງ ຂາວປອມໂດຍການເສີມສ້າງຂີດຄວາມສາມາດຂອງນັກຂ່າວລາວເພີ່ມທະວີຄວາມຮັບຮູ້ກ່ຽວກັບບັນຫາສີຂຽວ ແລະ ການປ່ຽນແປງດິນຟ້າອາກາດໃນ ສປປ ລາວໃຫ້ຫຼາຍຂື້ນສໍາລັບການເຝິກອົບຮົມຄັ້ງນີ້ ບັນດາສໍາມະນາກອນຈະໄດ້ຮຽນຮູ້ກ່ຽວກັບບົດບາດ ແລະ ຄວາມສະ ເໜີພາບທາງດ້ານເພດໃນຍຸກດີຈີຕອນ, ການນາໃຊປັນຍາປະດິດ ຫຼື AI ເຂົ້າໃນວຽກງານສື່ ສະຖານະການຂ່າວປອມ ແລະ ແລະ ການບອກເລົ່າຄວາມຈິງ. ກົດໝາຍສື່ມວນຊົນ, ການນໍາໃຊ້ພາາລາວທີ່ຖືກຕ້ອງທັງພາສາຂຽນ ແລະ ພາສາເວົ້າ, ຈັນຍາບັນຈັນຍາທາຂອງສື່ມວນຊົນ ລວມເຖິງການນໍາສະເໜີຂ່າວບັນຫາສີຂຽວ ແລະ ອື່ນໆ.
ຂ່າວ-ພາບ : ບັນລັງທອງ ກຽງຄຳຊົນນີ