ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈັດບຸນຊ່ວງເຮືອປະເພນີອອກພັນສາທີ່ເມືອງປາກຊັນ ປະຈຳປີ 2024

Oct 17, 2024

ຈັດບຸນຊ່ວງເຮືອປະເພນີອອກພັນສາທີ່ເມືອງປາກຊັນ ປະຈຳປີ 2024
ພິທີເປີດບຸນຊ່ວງເຮຶອປະເພນີອອກພັນສາ ປະວໍຣະນາ ປະຈໍາປີ 2024 ທີ່ແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 16 ຕຸລາ 2024 ນີ້ ຢູ່ສະໜາມການແຂ່ງຂັນກັນເຈື່ອນນ້ຳຂອງ ເທດສະບານເມືອງປາກຊັນ. ໃຫ້ກຽດເຂົ້າຮ່ວມໃນພິທີໂດຍທ່ານ ບົວສອນ ບຸຜາວັນ ອາດີດນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ສອນທະນູ ທໍາມະວົງ ເຈົ້າແຂວງບໍລິຄໍາໄຊ, ພ້ອມດ້ວຍມວນຊົນພາຍໃນແຂວງ.
ທ່ານ ແສງອາລຸນ ແສງອາພອນ ວ່າການເຈົ້າເມືອງປາກຊັນ ໄດ້ລາຍງານການຫ້າງຫາກະກຽມ ການຈັດງານບຸນດັ່ງກ່າວ ຂອງບັນດາອານຸກໍາມະການໃນດ້ານຕ່າງໆ. ງານບຸນຊ່ວງເຮືອປະເພນີອອກພັນສາປະວໍລະນາປະຈຳປີ 2024 ທີ່ເມືອງປາກຊັນ ແມ່ນໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 15-17 ຕຸລາ 2024 ເພື່ອສືບທອດຮັກສາໄວ້ຂະນົບທໍານຽມ ຮີດຄອງປະເພນີອັນດີງາມຂອງທ້ອງຖິ່ນ ກໍຄືຂອງຊາດລາວ ເວົ້າລວມ, ເວົ້າສະເພາະ ກໍຄືປະຊາຊົນລາວຊາວເມືອງປາກຊັນ ທີເຄີຍໄດ້ສືບທອດປະຕິບັດກັນມາໃນທຸກໆປີ, ທັງເປັນການສົ່ງເສີມການທ່ອງທ່ຽວດ້ານວັດທະນະທຳ ທີ່ເປັນກິດຈະກຳໜຶ່ງ ໃນການເປີດປີທ່ອງທ່ຽວລາວ ທ່ອງທ່ຽວແຂວງບໍລິຄຳໄຊ ໃຫ້ເປັນຂະບວນຟົດຟື້ນຮອງຮັບໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.
ການຈັດງານບຸນຄັ້ງນີ້ນອກຈາກການແຂ່ງຂັນເຮືອຊ່ວງແລ້ວ ພາຍໃນໃນງານຍັງໄດ້ມີການວາງ ສະແດງ ແລະ ຂາຍສິນຄ້າ ເພື່ອເປັນການສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກໃຫ້ແກ່ຜູ້ປະກອບການ, ຊາວຄ້າຂາຍ ທັງພາຍໃນ ແລະ ຕ່າງປະເທດ ໄດ້ນໍາເອົາສິນຄ້າມາພົບປະແລກປ່ຽນຊື້ຂາຍ ຊຶ່ງມີຫຼາກຫຼາຍສິນຄ້າເຊັ່ນ: ສິນຄ້າໂອດອັບຂອງບັນດາເມືອງ, ຜະລິດຕະພັນກະສິກຳ, ຫັດຖະກຳ, ສິນຄ້າອຸປະໂພກ, ບໍລິໂພກ, ແລະ ອື່ນໆ.
ສຳລັບການແຂ່ງຂັນເຮືອ ມີເຮືອເຂົ້າຮ່ວມທັງໝົດ 44 ລຳ ທີ່ມາຈາກບັນດາບ້ານຕ່າງໆພາຍໃນເມືອງ, ຕ່າງເມືອງ, ຕ່າງແຂວງ ແລະ ຕ່າງປະເທດ ຈັດແບ່ງອອກເປັນ 4 ປະເພດການແຂ່ງຂັນເຊັ່ນ: ເຮືອຊ່ວງຊາຍທົ່ວໄປ ປະເພດ 12 ສີພາຍ ມີ 10 ລໍາ, ປະເພດ 25-30 ສີພາຍຊາຍ ສາຍນອກທົ່ວໄປ ມີ 16 ລຳ ແລະ ປະເພດ 25-30 ສີພາຍ ຊາຍ ສາຍໃນ (ເຮືອກຸນ) ມີ 5 ລໍາ, ເຮືອປະເພດ 25-30 ສີພາຍຍິງ ມີ 6 ລຳ ແລະ ເຮືອຊ່ວງຊາຍປະເພດ 55 ສີພາຍ ມີ 7 ລໍາ. ຈາກນັ້ນ ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ ປະທານຈັດງານແຂ່ງຂັນ ໄດ້ກ່າວມີຄໍາເຫັນພ້ອມທັງກ່າວເປີດງານບຸນຊ່ວງເຮຶອປະເພນີອອກພັນສາ ປະວໍຣະນາ ປະຈໍາປີ 2024 ທີ່ເມືອງປາກຊັນ ແຂວງບໍລິຄໍາໄຊ ຢ່າງເປັນທາງການ.
ຂ່າວ-ພາບ: ຄຳຟອງ