ເມື່ອບໍ່ດົນມານີ້, ກົມພັດທະນາການທ່ອງທ່ຽວ (TDD) ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ອົງການພັດທະນາພື້ນທີ່ພິເສດເພື່ອຄວາມຍືນຍົງແຫ່ງປະເທດໄທ (DASTA) ຈັດຝຶກອົບຮົມການນຳທ່ຽວ ແລະ ສ້າງເລື່ອງເລົ່າທີ່ມາຂອງຜະລິດຕະພັນການທ່ອງທ່ຽວໃຫ້ປະຊາຊົນບ້ານນາໃໝ່ ແລະ ບ້ານສາມຫມື່ນ, ເມືອງເຟືອງ, ແຂວງວຽງຈັນ;
ບ້ານນາໃຫມ່ ແລະ ບ້ານສາມຫມື່ນ ເປັນບ້ານທີ່ມີທ່າແຮງທາງດ້ານການຜະລິດເຄື່ອງຫັດຖະກຳ ຫຍິບປັກຖັກແສ່ວ, ຈັກສານ ແລະ ມີອາຫານການກິນທີ່ມີຄວາມເປັນເອກະລັກ ແລະ ຍັງມີວີຖີຊີວິດແບບດັ້ງເດີມ.
ໃນໂອກາດຝຶກອົບຮົມນີ້, ຍັງໄດ້ນຳພາຜູ້ປະກອບການທ່ອງ ທ່ຽວຂອງປະເທດໄທ ທົດລອງລາຍການທ່ອງທ່ຽວຂອງ 2 ບ້ານດັ່ງກ່າວ ເພື່ອນຳໄປໂຄສະນາ ແລະ ເອົາເຂົ້າໃນລາຍການນຳສະເຫນີນັກທ່ອງທ່ຽວ.
ທີ່ມາ: ກົມພັດທະນາການທ່ອງທ່ຽວ







