ອີງຕາມ ການລາຍງານຂອງເຈົ້າໜ້າທີ່ຕຳຫຼວດພະແນກສະກັດກັ້ນ ແລະ ຕ້ານຢາເສັບຕິດ ແຂວງບໍ່ແກ້ວ ໃຫ້ຊາບວ່າ:ໃນ12 ທັນວາ 2024, ເຈົ້້າໜ້າທີ່ປະຈຳຈຸດກວດກາ ນ້ຳເກີ່ງ, ເມືຶງຕົ້ນເຜິ້ງ, ແຂວງບໍ່ແກ້ວ ໄດ້ຂໍອະນຸຍາດກວດລົດໄຖນາສີຟ້າ ເຊີ່ງເປັນລົດຂອງທ້າວ ເກຍ ມົວ ອາຍຸ 30 ປີ, ອາຊີບ ເຮັດສວນ, ສັນຊາດ-ເຊື້ອຊາດລາວ, ຊົນເຜົ່າມົ້ງ, ເກີດຢູ່ບ້ານ ປ່າຊາງ, ເມືອງຄອບ, ແຂວງ ໄຊຍະບູລີ, ປັດຈຸບັນ ພັກເຊົາ ຢູ່ບ້ານ ດອນທາດ ເມືອງຕົ້ນເຜີ້ງ.
ຜ່ານການກວດຄົ້ນພົບເຫັນ ຢາໄອສ໌ ຈຳນວນ 165 ຫໍ່, ຊຸກເຊື່ອງໄວ້ໃນພື້ນລົດດັ່ງກ່າວທີ່ໄດ້ດັດແປງສະພາບເຕັກນິກ.
ດັ່ງນັ້ນ, ທາງເຈິ່າໜ້າທີ່ຈຸດກວດກາ ນ້ຳເກີ່ງ ຈື່ງໄດ້ກັກຕົວຜູ້ກ່ຽວໄວ້ເພື່ອດຳເນີນການສຶບສວນ-ສອບສວນ, ສ່ວນລົດຄັນດັ່ງກ່າວ ແມ່ນໄດ້ນໍາມາເກັບຮັກສາໄວ້ຢູ່ທີ່ກອງບັນຊາການ ປກສ ແຂວງ.
ປັດຈຸບັນເຈົ້າໜ້າທີ່ວິຊາສະເພາະ ພວມສຶບສວນ -ສອບສວນເພື່ອຂະຫຍາຍຜົນຫາກຸ່ມແກ້ງລາຍນີ້ມາດຳນເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.
ທີ່ມາ: ປກສ ແຂວງບໍ່ແກ້ວ






