ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈັບຕົວກຸ່ມສໍ້ໂກງຊັບທາງໂທລະຄົມຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ

Jan 22, 2025

ເພື່ອເປັນການສືບຕໍ່ໃນການລົບລ້າງ ກຸ່ມສໍ້ໂກງຊັບທາງໂທ ລະຄົມ (call center) ຢູ່ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ວັນທີ 12 ມັງກອນ 2025 ເຈົ້າໜ້າທີ່ກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ສົມທົບກັບ ຄະນະຮັບຜິດຊອບຈາກ ກົມໃຫຍ່ຕຳ ຫຼວດ, ເຈົ້າໜ້າທີ່ ສປ ຈີນ ແລະ ໜ່ວຍງານຮັກສາຄວາມປອດໄພ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ນໍາກຳລັງເຂົ້າຈັບກຸມເປົ້າ ໝາຍກຸ່ມສໍ້ໂກງຊັບບທາງໂທລະຄົມ ສາມາດຈັບກຸ້ມເປົ້າໝາຍໄດ້ທັງໝົດ 41 ຄົນ, ທັງໝົດເປັນຄົນສັນຊາດຈີນ ພ້ອມເຄື່ອງຂອງກາງ ຄອມພີມເຕີໂນດບຸກ 16 ໜ່ວຍ, ໂທລະ ສັບມືຖື 93 ໜ່ວຍ, ໄອແພັດ 1 ໜ່ວຍ ແລະ ເງີນສົດ 306.650 ຢວນ ພ້ອມເຄື່ອງຂອງກາງອີກຈຳນວນໜຶງ.
ມາໃນວັນທີ 16 ມັງກອນ 2025 ເຈົ້າໜ້າທີ່ກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ແລະ ຄະນະຮັບຜິດ ຊອບຈາກກົມໃຫຍ່ຕຳຫຼວດ ໄດ້ນຳຕົວພວກຖືກຫາ ຈຳນວນດັ່ງ ກ່າວ ພ້ອມເຄືອງຂອງກາງ ສົ່ງໃຫ້ທາງເຈົ້າໜ້າທີ່ຝ່າຍຈີນ ຢູ່ທີ່ດ່ານສາກົນ ບໍ່ເຕັ້ນ-ບໍ່ຫານ ແຂວງຫຼວງນໍ້ຳທາ ຕາງໜ້າຝ່າຍລາວມອບໂດຍ ພັທ ສຸກສະຫວັນ ວິລະວົງ ຮອງຫົວໜ້າກົມສືບສວນ-ສອບສວນ ກົມໃຫຍ່ຕຳຫຼວດ ແລະ ຕາງໜ້າຝ່າຍຈີນກ່າວຮັບໂດຍ ທ່ານ ພັອ ຈ່າງ ຊົງເລຍ ຮອງຜູ້ອຳນວຍການ ພະແນກປ້ອງກັນຄວາມສະຫງົບ ກົມຮ່ວມມືສາກົນ ແຂວງກ່ວາງຕຸ້ງ.
ທີ່ມາ: ຄວາມສະຫງົບລາວ
May be an image of 4 people and hospital
May be an image of 1 person, car, ambulance and text