ປກສ ແຂວງຜົ້ງສາລີ ລາຍງານວ່າ: ວັນທີ 24 ຕຸລາ 2024 ຜ່ານມາ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດແຂວງ ສົມ ທົບກັບ ກອງບັນຊາການ ປກສ ເມືອງໃໝ່ ໄດ້ກັກຕົວ ທ້າວ ສາຍ, ອາຍຸ 27ປີ, ສັນຊາດລາວ ປະຊາຊົນ ຢູ່ບ້ານຈອມແຈ່ວໃໝ່ ເມືອງໃໝ່ ແຂວງຜົ້ງສາລີ ໃນຂໍ້ຫາ ມີຢາເສບຕິດໄວ້ຄອບຄອງ ແລະ ຄ້າ-ຂາຍຢາເສບຕິດ ປະເພດຢາບ້າ, ພາຍຫລັງໄດ້ຮັບແຈ້ງຂໍ້ມູນ ແລະ ມີການຕິດຕາມຢ່າງ ໃກ້ຊິດ, ຜ່ານການກວດຄົ້ນພົບເຫັນຂອງກາງຢາບ້າຈໍານວນ 30 ແພັກ, ເທົ່າກັບ 180,000 ເມັດ ລົດຈັກ 1 ຄັນ.
ຜ່ານການສືບສວນ-ສອບສວນ ຜູ້ກ່ຽວໃຫ້ການຮັບສາລະ ພາບວ່າ: ຂອງກາງ ຢາບ້າຈໍານວນດັ່ງກ່າວເປັນຂອງຕົນແທ້ ໂດຍທີ່ຄົນຮູ້ຈັກກັນມາຫຼິ້ນຢູ່ເຮືອນແລ້ວບອກໃຫ້ຊອກຊື້ຢາບ້າມາໃຫ້ ເພື່ອຈະນໍາໄປຂາຍ. ພາຍຫຼັງໄດ້ຢາບ້າມາແລ້ວຜູ້ກ່ຽວຈະນໍາໄປຂາຍຕໍ່ໃຫ້ຜູ້ຮ່ວມຂະບວນການ ແຕ່ພໍມາຮອດເຮືອນພັກແຫ່ງໜຶ່ງໃນເທສະບານເມືອງໃໝ່ຈຶ່ງຖືກເຈົ້າໜ້າທີ່ກັກຕົວມາດໍາເນີນຄະດີ.
ຂ່າວ: ປກສ ແຂວງຜົ້ງສາລີ



