ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈັບສະຫລາກການແຂ່ງຂັນ ບານເຕະຍິງຊີງແຊ້ມອາຊຽນ 2024 ຮອບຄັດເລືອກ

Oct 19, 2024

ຕອນເຊົ້າວັນທີ 19 ຕຸລາ 2024, ທີ່ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ນະຄອນຫລວງວຽງຈັນ ໄດ້ຈັດພິທີຈັບສະຫລາກການແຂ່ງຂັນບານເຕະຍິງຊີງແຊ້ມ ອາຊຽນ 2024 ຮອບຄັດເລືອກ AFF WOMEN’S CUP 2024 ໂດຍມີ ຕາງໜ້າຈາກ ສຕລ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຜົນການຈັບສະຫລາກການແຂ່ງຂັນ ມີດັ່ງນີ້:
– ກຸ່ມ ເອ: ລາວ ( ເຈົ້າພາບ), ສິງກະໂປ ແລະ ຕີມໍ ເລສເຕ
– ກຸ່ມ ບີ: ກຳປູເຈຍ, ມາເລເຊຍ ແລະ ອິນໂດເນເຊຍ
ລາຍການດັ່ງກ່າວ ຈະແຂ່ງຂັນກັນໃນລະຫວ່າງວັນທີ 23 ພະຈິກ ຫາ 06 ທັນວາ 2024 ໂດຍ ແມ່ນ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ.
ໃນນີ້, ສໍາລັບອັນດັບ1 ຫາ ອັນດັບ 4 ແມ່ນຈະໄດ້ສິດເຂົ້າຮ່ວມການແຂ່ງຂັນບານເຕະຍິງຊີງແຊ້ມອາຊຽນ 2024 ຮອບສຸດທ້າຍຮ່ວມກັບ ຫວຽດນາມ, ໄທ , ຟີລິບປິນ ແລະ ມຽນມາ.
ຂອບໃຈພາບ: ສຕລ